ບ່າ​ເຣ້ຍ - ຫວູງ​ເຕົາ ນຳ​ຫ​ນ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI

(VOVWORLD) - ໃນຊຸມເດືອນຕົ້ນປີນີ້, ແຂວງ ບ່າເຣ້ຍ - ຫວູງເຕົາ ມີ 18 ໂຄງການລົງທຶນໂດຍກົງຂອງຕ່າງປະເທດ (FDI) ຈົດທະບຽນໃຫມ່, ດ້ວຍຍອດລະດັບການລົງທຶນແມ່ນກວ່າ 1,5 ຕື້  USD, ເພີ່ມຂຶ້ນທົບ 42 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈຳນວນໂຄງການດັດປັບທຶນກໍ່ເພີ່ມຂຶ້ນສູງທົບ 1,3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດ້ວຍຕົວເລກດັ່ງກ່າວ, ເປັນຄັ້ງທຳອິດ ທີ່ແຂວງ ບ່າເຣ້ຍ - ຫວູງເຕົາ ນຳຫນ້າທົ່ວປະເທດກ່ຽວກັບການດຶງດູດທຶນ  FDI. ບັນລຸໄດ້ໝາກຜົນນັ້ນກໍ່ຍ້ອນມີຄວາມມານະພະຍາຍາມອັນໃຫຍ່ຫລວງຈາກອຳນາດການປົກຄອງຂອງແຂວງ.
ບ່າ​ເຣ້ຍ - ຫວູງ​ເຕົາ ນຳ​ຫ​ນ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ  FDI - ảnh 1ເຂດກັ່ນຕອງນ້ຳມັນພາກໃຕ້ ຫວຽດນາມ

ໂດຍແມ່ນເຂດອຸດສາຫະກຳລົງເລິກແຫ່ງຫນຶ່ງດຽວຢູ່ ຫວຽດນາມ, ກ່ອນນີ້ 6 ປີ, ປີ 2018 ເຂດອຸດສາຫະກຳ ຟູໝີ 3 (ຕາແສງ ເຟືອກຮ່ວາ, ເທດສະບານ ຟູໝີ ແຂວງ ບ່າເຣ້ຍ - ຫວູງເຕົາ) ໄດ້ຮັບການສ້າງຕັ້ງຂຶ້ນໂດຍອີງໃສ່ຂໍ້ຕົກລົງຮ່ວມມື ລະຫວ່າງສອງລັດຖະບານ ຫວຽດນາມ ແລະ ຍີ່ປຸ່ນ. ມາຮອດປະຈຸບັນ, ຟູໝີ 3 ໄດ້ດຶງດູດ 44 ນັກລົງທຶນຢູ່ໃນບັນດາຂົງເຂດອຸດສາຫະກຳຫນັກ, ເຄມີ, ປິໂຕຼເຄມີຂັ້ນປາຍ (downstream) ... ມາຈາກ ຍີ່ປຸ່ນ, ສ.ເກົາຫລີ, ຈີນ ແລະ ບາງປະເທດ ສະຫະພາບເອີລົບ ດ້ວຍຍອດຈຳນວນເງິນແມ່ນ 3 ຕື້ USD. ທ່ານ Kazama Toshio, ສະມາຊິກ ສະພາບໍລິຫານ, ຮອງຜູ້ອຳນວຍການໃຫຍ່ ຟູໝີ 3 ໃຫ້ຮູ້ວ່າ: ໃນ 5 ເດືອນຕົ້ນປີນີ້ ຟູໝີ 3 ໄດ້ດຶງດູດ 6 ນັກລົງທຶນ FDI ດ້ວຍຍອດຈຳນວນເງິນລົງທຶນແມ່ນ 500 ລ້ານ USD. ມາຮອດປະຈຸບັນ ມີ 2 ນັກລົງທຶນໄດ້ຮັບຫນັງສືອະນຸຍາດ, 4 ນັກລົງທຶນ ພວມເຮັດສຳເລັດລະບຽບການອອກໃບອະນຸຍາດ. ອະທິບາຍໃຫ້ແກ່ຄວາມດຶງດູດຂອງແຂວງ ບ່າເຣ້ຍ - ຫວູງເຕົາ ສຳລັບບັນດານັກລົງທຶນຕ່າງປະເທດ, ທ່ານ Kazama Toshio ຢືນຢັນວ່າ:

 “ລະບົບຄົມມະນາຄົມຂອງ ຫວຽດນາມ ພວມນັບມື້ນັບໄດ້ຮັບການກໍ່ສ້າງສົມບູນແບບ, ພິເສດສຳລັບແຂວງ ບ່າເຣ້ຍ - ຫວູງເຕົາ ບັນດາໂຄງການຄື: ເສັ້ນທາງຄວາມໄວສູງ ບຽນຮວ່າ - ຫວູງເຕົາ; ເບນລຶກ - ລອງແທ່ງ, ຂົວເຟືອກອານ ພວມກໍ່ສ້າງສຳເລັດເທື່ອລະກ້າວ ແລະ ຄາດວ່າ ຈະນຳເຂົ້າເຄື່ອນໄຫວໃນທ້າຍປີ 2025, ບັນດາໂຄງການນີ້ ຈະຊ່ວຍ ຟູໝີ 3 ບໍ່ພຽງແຕ່ເຊື່ອມຕໍ່ກັບນະຄອນ ໂຮ່ຈີມິນ ຫາກຍັງເຊື່ອມຕໍ່ກັບເຂດທົ່ງພຽງແມ່ນ້ຳຂອງ, ດົ່ງນາຍ, ບິ່ງເຢືອງຢ່າງວ່ອງໄວ ແລະ ສະດວກກວ່າ”.

ບ່າ​ເຣ້ຍ - ຫວູງ​ເຕົາ ນຳ​ຫ​ນ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ  FDI - ảnh 2ທ່ານ Kazama Toshio, ສະມາຊິກ ສະພາບໍລິຫານ, ຮອງຜູ້ອຳນວຍການໃຫຍ່ ຟູໝີ 3 

ໂດຍກຳນົດເພື່ອດຶງດູດການລົງທຶນ FDI, ພື້ນຖານໂຄງລ່າງແມ່ນບັນຫາຫລັກແຫລ່ງ, ແຂວງ ບ່າເຣ້ຍ - ຫວູງເຕົາ ນອກຈາກເພີ່ມຄວາມໄວໃນການກໍ່ສ້າງຕາຫນ່າງຄົມມະນາຄົມພາຍໃນແຂວງແລ້ວ, ຍັງຍູ້ແຮງຄົມມະນາຄົມເຊື່ອມຕໍ່ກັບແຂວງອື່ນອີກດ້ວຍ. ປີ 2023, ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ເລີ່ມລົງມືກໍ່ສ້າງ 3 ໂຄງການໃຫຍ່. ທ່ານ ຫງວຽນວັນຖ໋ຳ, ປະທານ ຄະນະກຳມະການປະຊາຊົນ ເທດສະບານ ຟູໝີ ໃຫ້ຮູ້ວ່າ:

 “ເພື່ອຮັບໃຊ້ໃຫ້ກຸ່ມທ່າກຳປັ່ນ ກາຍແມັບ - ທິຫວາຍ, ແຂວງ ພວມຜັນຂະຫຍາຍກໍ່ສ້າງເສັ້ນທາງ 991B ເຊື່ອມຕໍ່ກັບເສັ້ນທາງ 992 ແລະ ຕໍ່ເຂົ້າກັບເສັ້ນທາງຄວາມໄວສູງ ບຽນຮ່ວາ - ຫວູງເຕົາ. ແຂວງ ພວມສ້າງແຜນການລົງທຶນເສັ້ນທາງຮອບຕົວເມືອງເລກ 4 (ນະຄອນໂຮ່ຈີມິນ) ເພື່ອເຊື່ອມຕໍ່ກັບ ດົ່ງນາຍ ແລະ ຕໍ່ເຂົ້າເສັ້ນທາງຄວາມໄວສູງ ບຽນຮ່ວາ -ຫວູງເຕົາ. ລະບົບພື້ນຖານໂຄງລ່າງເຊື່ອມຕໍ່ດັ່ງກ່າວ ຈະແມ່ນຫນຶ່ງໃນບັນດາເງື່ອນໄຂເພື່ອໃຫ້ນັກລົງທຶນມີຄວາມອຸ່ນອ່ຽນໃຈເມື່ອເຂົ້າມາລົງທຶນ”.

ບໍ່ພຽງແຕ່ມີລະບົບພື້ນຖານໂຄງລ່າງພັດທະນາ, ທີ່ຕັ້ງດ້ານພູມສາດກໍ່ມີຄວາມສະດວກ, ມີຫລາຍນັກລົງ FDI ໄດ້ຕັດສິນມາລົງທຶນຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ ຍ້ອນສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກ, ອຳນາດການປົກຄອງຍາມໃດກໍ່ມີການແບ່ງປັນ, ຮ່ວມເດີນທາງພ້ອມກັບນັກລົງທຶນ.

ຕາມທ່ານ ຈັນສັກ ຈິດຣະວັດພົງສາ, ຜູ້ອຳນວຍການບໍລິສັດ ກັ່ນຕອງນ້ຳມັນ ລອງເຊີນ ຈຳກັດ (LSP) ແລ້ວ, ຄາດວ່າ ກຸ່ມໂຄງການກັ່ນຕ່ອງນ້ຳມັນແຫ່ງທຳອິດ ແລະ ໃຫຍ່ສຸດຂອງໄທ ຢູ່ ຫວຽດນາມ ຂອງບໍລິສັດ ດ້ວຍຍອດຈຳນວນເງິນລົງທຶນປະມານ 14 ຕື້  USD ຈະໄດ້ນຳເຂົ້າໃຊ້ການໃນໄຕມາດ 3 ປີນີ້.

“ແຂວງ ບ່າເຣ້ຍ - ຫວູງເຕົາ ມີຖັນແຖວພະນັກງານທີ່ມີກຳລັງຄວາມສາມາດຢູ່ບັນດາພະແນກ, ຂະແຫນງການ, ເຂົາເຈົ້າພ້ອມແລ້ວທີ່ຈະຫນູນຊ່ວຍໃຫ້ນັກລົງທຶນ FDI ໃນການເຮັດທຸກລະບຽບການ, ໃນນັ້ນ ມີ LSP. ເຂົາເຈົ້າຍາມໃດກໍ່ຮ່ວມເດີນທາງ, ເຂົ້າໃຈນັກລົງທຶນ. ອຳນາດການປົກຄອງແຂວກໍ່ມີການໃຫ້ຄຳປຶກສາຢ່າງທັນການເພື່ອໃຫ້ບໍລິສັດພວກຂ້າພະເຈົ້າພັດທະນາໂຄງການ”

ແຂວງ ບ່າເຣ້ຍ - ຫວູງເຕົາ ກໍ່ເອົາໃຈໃສ່ສ້າງເນື້ອທີ່ດິນເປົ່າຫວ່າງ, ໂປ່ງໃສ ເພື່ອສະຫນອງຂໍ້ມູນ, ລະບຽບການດ້ານບໍລິຫາ... ເພື່ອໃຫ້ບັນດານັກລົງທຶນໄດ້ເຂົ້າເຖິງ ແລະ ຕັດສິນໃຈລົງທຶນ.

ພາຍຫລັງປະກາດແຜນຜັງແຂວງ ໄລຍະ ແຕ່ປີ 2021 – 2030 ແລະ ວິໄສທັດຮອດປີ 2050 ໃນເດືອນ ທັນວາປີ 2023, ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ກໍ່ສ້າງບັນດາແຜນຮ່າງເພື່ອຜັນຂະຫຍາຍປະຕິບັດ. ທ່ານ ເລງອກລິງ, ຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ບ່າເຣ້ຍ - ຫວູງເຕົາ ຢືນຢັນ: ແຂວງ ມີຄວາມເອົາໃຈໃສ່ເປັນພິເສດເຖິງການປະຕິຮູບລະບຽບການບໍລິຫານ, ການຫັນເປັນດິຈີຕອນ, ສູ້ຊົນບັນລຸຄາດໝາຍອຳນາດການປົກຄອງດິຈີຕອນ, ເສດຖະກິດດິຈີຕອນ ແລະ ສັງຄົມດິຈີຕອນ ຕາມແຜນນະໂຍບາຍຂອງພັກ, ລັດ.

 “ໃນການດຶງດູດການລົງທຶນ, ແຂວງ ບ່າເຣ້ຍ - ຫວູງເຕົາ ຍາມໃດກໍ່ກຳນົດທັດສະນະລຸລ່ວງ ແມ່ນດຶງດູດການລົງທຶນໂດຍມີການຄັດເລືອກ, ເລືອກເຟັ້ນບັນດາໂຄງການທີ່ມີຂອບຂະຫຍາດໃຫຍ່, ມີເຕັກໂນໂລຊີທັນສະໄຫມ, ເຕັກນິກສູງ, ເປັນມິດກັບສິ່ງແວດລ້ອມ ແລະ ບໍ່ສວຍໃຊ້ແຮງງານ. ຍາມໃດແຂວງກໍ່ເປັນຫ່ວງເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດ, ກຳນົດວ່າ ຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນໃຫ້ນັກລົງທຶນບັນລຸປະສິດທິຜົນສູງສຸດ”.

ນຳຫນ້າທົ່ວປະເທດໃນການດຶງດູດທຶນ FDI ນັບແຕ່ຊຸມເດືອນຕົ້ນປີນີ້ ເປັນການສະແດງໃຫ້ເຫັນວ່າ ບັນດາມາດຕະການກ່ຽວກັບການປະຕິຮູບດ້ານບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍູ້ໄວບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່... ໄດ້ນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ແຂວງ ບ່າເຣ້ຍ - ຫວູງເຕົາ. ໝາກຜົນຕັ້ງຫນ້ານີ້ ໄດ້ສ້າງປະຖົມປັດໄຈເພື່ອໃຫ້ອະນາຄົດ, ແຂວງ ຈະກາຍເປັນຫນຶ່ງໃນບັນດາກຳລັງຫນູນພັດທະນາສຳຄັນຂອງເຂດທາງທິດຕາເວັນອອກສ່ຽງໃຕ້, ແມ່ນສູນກາງເສດຖະກິດທະເລແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ