(VOVWORLD) - ພາຍຫຼັງ ຮ່າຢາງໂຮມເຂົ້າກັບຕວຽນກວາງ, ແຜນທີ່ເສດຖະກິດເຂດທາງທິດຕາເວັນອອກສ່ຽງເໜືອ ຫວຽດນາມ ໄດ້ມີບາດກ້າວປ່ຽນແປງທີ່ມີລັກສະນະຍຸດທະສາດ. ດ້ວຍເນື້ອທີ່ເປີດກວ້າງ, ປະຊາກອນ ແລະ ຊັບພະຍາກອນການທ່ອງທ່ຽວເພີ່ມຂຶ້ນຢ່າງແຮງ, ປັດຈຸບັນ ແຂວງຕວຽນກວາງ ບໍ່ພຽງແຕ່ແມ່ນນະຄອນຫຼວງເຂດປົດປ່ອຍເທົ່ານັ້ນ ຫາກຍັງກາຍເປັນ”ສູນທ່ອງທ່ຽວເຂດພູສູງໃໝ່, ເປັນສະຖານທີ່ເຕົ້າໂຮມຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດການທ່ອງທ່ຽວດ້ວຍຂອບຂະໜາດໃຫຍ່ອີກດ້ວຍ.
ຮ່າຢາງ ແລະ ຕວຽນກວາງ ມີສາຍພົວພັນແບບທຳມະຊາດກ່ຽວກັບພູມີສາດ, ວັດທະນະທຳ ແລະ ພື້ນຖານໂຄງລ່າງ. ປັດຈຸບັນໄດ້ໂຮມເຂົ້າເປັນແຂວງດຽວກັນ, ສ້າງເງື່ອນໄຂສະດວກເພື່ອສ້າງລະບົບຕ່ອງໂສ້ມູນຄ່າການທ່ອງທ່ຽວທີ່ສົມບູນ, ນັບແຕ່ການຂຸດຄົ້ນຊັບພະຍາກອນ ຕະຫຼອດຮອດການບໍລິການ, ການລົງທຶນ ແລະ ການຄ້າ.
ທ່ານ ຫງວຽນຈຸງງອກ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ຕວຽນກວາງ ໃຫ້ຮູ້ວ່າ:
ການໂຮມສອງແຂວງເຂົ້ານຳກັນ ໄດ້ຊ່ວຍໃຫ້ພື້ນທີ່ພັດທະນາການທ່ອງທ່ຽວມີຂອບຂະໜາດໃຫຍ່ກວ່າ, ກວ້າງກວ່າຫຼາຍ ແລະ ມີຫຼາຍຮູບແບບກວ່າ. ການທ່ອງທ່ຽວປະຫວັດສາດ, ການທ່ອງທ່ຽວທາງຈິດວິນຍານ, ການທ່ອງທ່ຽວວັດທະນະທຳ, ການທ່ອງທ່ຽວຜ່ານພຶດຕິກຳຕົວຈິງ, ການທ່ອງທ່ຽວຊີວະພາບ ແລະ ການທ່ອງທ່ຽວເຂດຊຸມຊົນ, ພິເສດແມ່ນມຸ່ງໄປເຖິງການທ່ອງທ່ຽວເຂດຊຸມຊົນເພື່ອພັດທະນາໃຫ້ປະຊາຊົນໄດ້ເຂົ້າຮ່ວມ, ຍົກສູງຊີວິດການເປັນຢູ່ ແລະ ລາຍຮັບຂອງປະຊາຊົນ.
ເມື່ອພື້ນຖານໂຄງລ່າງຄົມມະນາຄົມພວມໄດ້ຮັບການລົງທຶນຢ່າງຄົບຊຸດ, ເວລາໃນການເດີນທາງໄປລະຫວ່າງບັນດາສະຖານທີ່ທ່ອງທ່ຽວຈະຫຼຸດລົງເຄິ່ງໜຶ່ງເມື່ອທຽບໃສ່ປັດຈຸບັນ, ບັນດາເຂດທ່ອງທ່ຽວຈຸດສຸມຄື: ນາຮາງ, ເລິມບິ່ງ, ດົ່ງວັນ, ອຽນມິງ… ຈະບໍ່ແມ່ນບັນດາສະຖານທີ່ທ່ອງທ່ຽວຕ່າງຫາກອີກຫາກກາຍເປັນລະບົບການທ່ອງທ່ຽວເຊື່ອມຕໍ່ເຂດທີ່ສ້າງຄວາມດຶງດູດ, ຊ່ວຍແກ່ຍາວເວລາພັກເຊົາ ແລະ ເພີ່ມການໃຊ້ຈ່າຍຂອງແຂກທ່ອງທ່ຽວ.
ທ່ານ ດັ້ງກວັກຊື, ຫົວໜ້າສູນສົ່ງເສີມການທ່ອງທ່ຽວແຂວງ ຕວຽນກວາງ ເນັ້ນໜັກວ່າ:
ເນື້ອທີ່ກວ້າງໃຫຍ່ໄດ້ຊ່ວຍເຊື່ອມຕໍ່ບັນດາຜະລິດຕະພັນ ແລະ ສະຖານທີ່ ທ່ອງທ່ຽວຂອງແຂວງ ຕວຽນກວາງ ໃໝ່ເປັນຫຼາຍຮູບຫຼາຍແບບທີ່ສຸດ. ຈາກເຂດສູ້ຮົບ ຫວຽດບັກ, ນະຄອນຫຼວງແຫ່ງການຕໍ່ສູ້, ນະຄອນຫຼວງແຫ່ງການປົດປ່ອຍ ຕະຫຼອດຮອດບັນດາທິວທັດທຳມະຊາດທີ່ເປັນເອກະລັກສະເພາະ ແລະ ພົ້ນເດັ່ນ. ການເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນທີ່ຫຼາຍຮູບຫຼາຍແບບຂອງແຂວງ ຕວຽນກວາງ ໃໝ່ ຈະຊ່ວຍໃຫ້ວິສາຫະກິດ ແລະ ລູກຄ້າ ພຶດຕິກຳຕົວຈິງຢ່າງ ຄົບຖ້ວນ ແລະອຸດົມສົມບູນກ່ຽວກັບແຂວງ ຕວຽນກວາງ ໃໝ່.
ເລື່ອງໂຮມເຂົ້າກັນນັ້ນ ກໍ່ຊ່ວຍໃຫ້ ຕວຽນກວາງ ເປີດກວ້າງຕະຫຼາດການລົງທຶນ ແລະ ສ້າງຄວາມດຶງດູດໃໝ່ຕໍ່ວິສາຫະກິດທ່ອງທ່ຽວ. ດ້ວຍທ່າໄດ້ປຽບແມ່ນເນື້ອທີ່ກວ້າງໃຫຍ່, ຊັບພະຍາກອນມະນຸດໜຸ່ມ ແລະ ລະບົບນິເວດທຳມະຊາດ - ວັດທະນະທຳທີ່ອຸດົມສູມບຸນ, ແຂວງ ພວມກາຍເປັນສະຖານທີ່ດຶງດູດບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ.
ໄລ່ຮອດໄຕມາດທີ IV ປີນີ້, ມີກວ່າ 20 ໂຄງການທ່ອງທ່ຽວ, ພັກຜ່ອນຕາກອາກາດ ແລະ ການບໍລິການທີ່ມີຂອບຂະໜາດໃຫຍ່ໄດ້ຈົດທະບຽນສຳຫຼວດຢູ່ແຂວງ ຕວຽນກວາງ. ມີຫຼາຍກຸ່ມບໍລິສັດໃນຂົງເຂດການທ່ອງທ່ຽວ, ໂຮງແຮມ ແລະການທ່ອງທ່ຽວເຂດຊຸມຊົນ ພວມຊອກຫາກາລະໂອກາດຮ່ວມມື, ໃນນັ້ນມີບັນດາໂຄງການລົງທຶນເຂດພັກຜ່ອນຕາກອາກາດ, resort ແຄມໜອງ, ກໍ່ຄືລະບົບ homestay ທີ່ບັນລຸມາດຖານຢູ່ເຂດພູສູງ.
ທ່ານ ເລືອງຢູຍແຢວງງ, ຜູ້ອຳນວຍການບໍລິສັດການທ່ອງທ່ຽວ Five Star travel ແບ່ງປັນກ່ຽວກັບຄວາມສາມາດຂຸດຄົ້ນການທ່ອງທ່ຽວສຳລັບແຂວງ ຕວຽນກວາງໃໝ່ວ່າ:
ພາຍຫຼັງ ຮ່າຢາງ ໂຮມເຂົ້າກັບ ຕວຽນກວາງ ກາຍເປັນແຂວງ ຕວຽນກວາງໃໝ່ ນັ້ນ, ການພັດທະນາການທ່ອງທ່ຽວແຂວງຕວຽນກວາງ ມີຫຼາຍຜະລິດຕະພັນ, ສ້າງການກະຕຸກຊຸກຍູ້ຢ່າງແຮງ. ສຳລັບບັນດາວິສາຫະກິດທ່ອງທ່ຽວແມ່ນ ຈະມີຫຼາຍຜະລິດຕະພັນ, ການບໍລິການເພື່ອສະໜອງໃຫ້ແກ່ແຂກທ່ອງທ່ຽວ ແລະ ຄູ່ຮ່ວມມື.
ບໍ່ພຽງແຕ່ນຳມາເຊິ່ງໂອກາດລົງທຶນ, ການໂຮມເຂົ້າກັນຍັງຊ່ວຍໃຫ້ ຕວຽນກວາງ ຍົກສູງຄວາມສາມາດຄຸ້ມຄອງບໍລິຫານ ແລະ ສົ່ງເສີມການທ່ອງທ່ຽວ. ອົງການຄຸ້ມຄອງແຫ່ງລັດ ມີເງື່ອນໄຂເປັນເອກະພາບດ້ານກົນໄກ, ແບ່ງປັນແຫຼ່ງກຳລັງ, ວາງແຜນຜັງເຂດຢ່າງທີ່ສົມເຫດສົມຜົນ ແລະ ສ້າງແຫຼ່ງທີ່ດິນພັດທະນາການທ່ອງທ່ຽວດ້ວຍຂອບຂະໜາດໃຫຍ່. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ ຕວຽນກວາງ ພັດທະນາກາຍເປັນສູນການທ່ອງທ່ຽວຊີວະພາບ ແລະ ວັດທະນະທຳເຂດທາງທິດຕາເວັນອອກສ່ຽງເໜືອ, ມຸ່ງໄປເຖິງເປົ້າໝາຍປະກອບ 15% GRDP (ຍອດຜະລິດຕະພັນໃນບໍລິເວນ) ແຂວງ ໃນປີ 2030.
ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ການສ້າງ ຕວຽນກວາງເປີດກວ້າງ ຍັງສ້າງກຳລັງໜູນແຜ່ກະຈາຍໃຫ້ແກ່ບັນດາຂະແໜງເສດຖະກິດອື່ນຄື: ການຄ້າ, ຜະລິດຕະພັນກະເສດ, ການບໍລິການ, ການຂົນສົ່ງ ແລະ ພື້ນຖານໂຄງລ່າງຕົວເມືອງ. ການທ່ອງທ່ຽວບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໂດຍກົງຈາກການບໍລິການພັກເຊົາ, ກິນດື່ມເທົ່ານັ້ນ ຫາກຍັງກະຕຸກຊຸກຍູ້ການບໍລິໂພກພາຍໃນປະເທດ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານໃນທ້ອງຖິ່ນນັບໝື່ນຄົນ.