ຂໍ້​ກຸນ​ແຈ​ດຶງ​ດູດ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີໃຫຍ່ ເຂົ້າ​ມາ ຫວຽດ​ນາມ

(VOVWORLD) -     ດ້ວຍທ່າໄດ້ປຽບຫຼາຍຢ່າງຈາກແຫຼ່ງກຳລັງທີ່ມີຢູ່ແລ້ວ, ຫວຽດນາມ ພວມກາຍເປັນປາຍທາງທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີທົ່ວໂລກ, ພິເສດໃນຂົງເຂດ AI ແລະ ເຄິ່ງຊັກນຳໄຟຟ້າ. ບັນດານັກຊ່ຽວຊານຖືວ່າ ຫວຽດນາມ ຈະສາມາດສ້າງບັນດາບາດກ້າວບຸກທະລຸໃນຂະແໜງອຸດສາຫະກຳຊິບ ທີ່ສາມາດແກ້ງແຍ້ງກັບບັນດາບໍລິສັດໃຫຍ່ທົ່ວໂລກໄດ້.

ຂໍ້​ກຸນ​ແຈ​ດຶງ​ດູດ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີໃຫຍ່ ເຂົ້າ​ມາ ຫວຽດ​ນາມ - ảnh 1ຫວຽດນາມ ພວມກາຍເປັນປາຍທາງທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີທົ່ວໂລກ

ຫວ່າງແລ້ວນີ້, ບັນດາຂໍ້ລິເລີ່ມຍຸດທະສາດກ່ຽວກັບເຕັກໂນໂລຢີ ໄດ້ປະກາດຢູ່ ຮ່າໂນ້ຍ ດ້ວຍການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ, ການນຳບັນດາກຸ່ມບໍລິສັດ, ວິສາຫະກິດ ເຕັກໂນໂລຢີແຖວໜ້າໂລກຄື: Meta, NVIDIA ແລະ ບັນດາກຸ່ມບໍລິສັດ, ວິສາຫະກິດ, ອົງການຈັດຕັ້ງ ຫວຽດນາມ. ເຫດການນີ້ຢັ້ງຢືນຂີດໝາຍສຳຄັນໃຫ້ແກ່ອະນາຄົດເຕັກໂນໂລຢີ ຫວຽດນາມ.

ບັນດາຂໍ້ລິເລີ່ມຮ່ວມມືລວມມີ: ສຸມໃສ່ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງຖັນແຖວນັກວິສາວະກອນທີ່ມີຄຸນນະພາບສູງ; ໜູນຊ່ວຍວິສາຫະກິດ ຫວຽດນາມ ເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ, ສ້າງພື້ນຖານຂໍ້ມູນພາສາ ຫວຽດ ເປີດ, ຮັບໃຊ້ການຄົ້ນຄ້ວາປັນຍາປະດິດ (AI). ພິເສດແມ່ນຂໍ້ລິເລີ່ມອຳນວຍຄວາມສາມາດໃນການສ້າງວິສາຫະກິດ Startup, ສ້າງເງື່ອນໄຂໃຫ້ແກ່ບັນດາການ Startup ໃນຂົງເຂດເຄິ່ງຊັກນຳໄຟຟ້າເຂົ້າຮ່ວມລະບົບສະໜອງທົ່ວໂລກ.

ມີຫຼາຍປະເທດພວມເຂົ້າມາລົງທຶນຢູ່ ຫວຽດນາມ, ພິເສດແມ່ນບັນດາປະເທດໃນພາກພື້ນຄື: ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ສິງກະໂປ… ຂ້າພະເຈົ້າມີຄວາມປະເອີບໃຈຕໍ່ອະນາຄົດແຫ່ງການພັດທະນາເຕັກໂນໂລຢີຢູ່ ຫວຽດນາມ.

ບໍລິສັດເຕັກໂນໂລຢີໃຫຍ່ຕ່າງໆທົ່ວໂລກ ໄດ້ສ້າງບັນດາການເຄື່ອນໄຫວຢູ່ ຫວຽດນາມ ຫຼາຍພໍສົມຄວນ. ບັນດາບໍລິສັດເຕັກໂນໂລຢີແຖວໜ້າໂລກ ຄື Nvidia, Meta ແລະ Google ໄດ້ຍູ້ແຮງການເຂົ້າຮ່ວມຂອງເຂົາເຈົ້າ ເຊິ່ງແມ່ນສັນຍານໃຫ້ເຫັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະກາຍເປັນສູນເຕັກໂນໂລຢີສູງຢູ່ ອາຊີ.

ໃນຂົງເຂດເຕັກໂນໂລຢີ, unicorn startup ແມ່ນຄຳສັບເວົ້າເຖິງບັນດາການ Startup ທີ່ໄດ້ກຳນົດລາຄາຂຶ້ນເຖິງ 1 ຕື້ USD. ປັດຈຸບັນ, ຕົວເລກນີ້ພຽງແຕ່ກວມເອົາຈຳນວນໜ້ອຍໃນຈຳນວນວິສາຫະກິດ Startup ທົ່ວໂລກທັງໝົດ. ເຖິງຢ່າງໃດກໍຕາມ, ໃນໄລຍະມໍ່ໆມານີ້, ຕາມ Nikkei Asia, ຈຳນວນບັນດາບໍລິສັດ unicorn ໃນຂົງເຂດປັນຍາປະດິດ (AI) ໃນທົ່ວໂລກ ພວມມີທ່າອຽງເພີ່ມຂຶ້ນຢ່າງໄວວາ, ດັ່ງນັ້ນ ບັນດາບໍລິສັດໃຫຍ່ ຄື: Nvidia, Google ພວມລົງທຶນເງິນເປັນຈຳນວນຫຼາຍເຂົ້າບັນດາບໍລິສັດ startup ທີ່ມີຄວາມສາມາດບົ່ມຊ້ອນ. ແລະ ຫວຽດນາມ ພວມແມ່ນສະຖານທີ່ພົ້ນເດັ່ນຂຶ້ນດຶງດູດບັນດາບໍລິສັດເຕັກໂນໂລຢີໃຫຍ່ນີ້.

ພົ້ນເດັ່ນຄື, ກຸ່ມບໍລິສັດ Nvidia ໄດ້ສ້າງສູນຄົ້ນຄ້ວາ ແລະ ພັດທະນາ (R&D) ແລະ ສູນຂໍ້ມູນ AI. ສູນນີ້ຢູ່ ຫວຽດນາມ ມີເປົ້າໝາຍພັດທະນາບັນດາພື້ນຖານເຕັກໂນໂລຢີເພື່ອໃຫ້ NVIDIA ແລະ ຄູ່ຮ່ວມມື ຫຼໍ່ລ້ຽງບັນດາຂໍ້ລິເລີ່ມປ່ຽນແປງໃໝ່ກ່ຽວກັບ AI. ບັນດານັກຄົ້ນຄ້ວາ ແລະ ບໍລິສັດ startup ອາດສາມາດນຳໃຊ້ພື້ນຖານໂຄງລ່າງນີ້ເພື່ອພັດທະນາ ໂປແກຼມ AI ໃຫ້ແກ່ບັນດາຂົງເຂດທີ່ມີຄວາມຈຳເປັນຄື: ເບິ່ງແຍງດູແລສຸຂະພາບ, ການສຶກສາ, ຄົມມະນາຄົມຂົນສົ່ງ ແລະ ການເງິນ. ທ່ານ Michael Kagan ຜູ້ອຳນວຍການຝ່າຍເຕັກໂນໂລຢີ Nvidia ໃຫ້ຮູ້ວ່າ: 

ພວກຂ້າພະເຈົ້າ ໄດ້ປະກາດການພົວພັນຄູ່ຮ່ວມມື ແລະ NVIDIA ພວມຕັ້ງໜ້າລົງທຶນເຂົ້າອະນາຄົດຂອງ ຫວຽດນາມ. ພວກຂ້າພະເຈົ້າໄດ້ເປີດຫ້ອງການຢູ່ ຮ່າໂນ້ຍ ແລະ ປັດຈຸບັນພວມສຸມໃສ່ພັດທະນາຢ່າງແຮງ ເພື່ອກາຍເປັນສູນ R&D ແຖວໜ້າ ຫວຽດນາມ. ຫວຽດນາມ ພວມມີນັກວິສະວະກອນ IT ນັບລ້ານຄົນ, 50% ໃນຈຳນວນັ້ນແມ່ນ Programmer. ຖ້າຫັນບັນດານັກວິສະວະກອນນີ້ໄປຍັງຂົງເຂດ AI ຫວຽດນາມ ອາດສາມາດກາຍເປັນໜຶ່ງໃນບັນດາປະເທດພັດທະນາໄວທີ່ສຸດໃນໂລກ.

ມີຫຼາຍກຸ່ມບໍລິສັດເຕັກໂນໂລຢີແຖວໜ້າໂລກ ໄດ້ຢັ້ງຢືນວ່າ ຫວຽດນາມ ອາດມີທ່າໄດ້ປຽບສຳຄັນຫຼາຍຢ່າງເພື່ອກາຍເປັນສະຖານທີ່ທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຄູ່ຮ່ວມມືຍາວນານ. ນັ້ນແມ່ນປະຊາກອນໜຸ່ມ, ຈິດໃຈເຮັດວຽກທີ່ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ ແລະ ມີຄວາມຫວັງຢາກບືນຕົວຂຶ້ນ, ມີບັນດາຄຳໝັ້ນສັນຍາຢ່າງແຮງຈາກລັດຖະບານ. ສຳຄັນກ່ວານັ້ນແມ່ນຄວາມສຸດຈິດສຸດໃຈຂອງປະຊາຄົມເຕັກໂນໂລຢີ ຫວຽດນາມ. ເຖິງຢ່າງໃດກໍຕາມ, ເພື່ອເປັນເຈົ້າເຕັກໂນໂລຢີຢ່າງແທ້ຈິງ, ຕ້ອງສຸມໃສ່ສ້າງຂະແໜງເຕັກໂນໂລຢີສະເພາະຂອງຕົນ ເຊິ່ງບໍ່ພຽງແຕ່ແມ່ນສະຖານທີ່ໃຫ້ບັນດາບໍລິສັດໃຫຍ່ມາດຳເນີນທຸລະກິດເທົ່ານັ້ນ, ບັນດາວິສາຫະກິດ ຫວຽດນາມ ຕ້ອງມານະພະຍາຍາມແກ້ງແຍ້ງກັບບັນດາບໍລິສັດໃຫຍ່ ເພື່ອຢັ້ງຢືນທີ່ຕັ້ງຂອງຕົນໃນແຜນທີ່ເຕັກໂນໂລຢີທົ່ວໂລກ. ທ່ານ ກາວແອັງຕວຽນ, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດເຕັກໂນໂລຢີ Genetica, ຖືວ່າ:

ຫວຽດນາມ ຕ້ອງເຮັດແນວໃດເພື່ອສາມາດໝູນໃຊ້ໄດ້ແຫຼ່ງກຳລັງຂອງບັນດານັກວິສະວະກອນ, ບັນດານັກຊ່ຽວຊານ AI ແຖວໜ້າໂລກມາ ຫວຽດນາມ, ເພື່ອຈາກນັ້ນ ຈະສ້າງບັນດາຜະລິດຕະພັນເຕັກໂນໂລຢີລະດັບໂລກໄດ້, ບໍ່ພຽງແຕ່ຮັບໃຊ້ຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງບືນຕົວຂຶ້ນອອກສູ່ໂລກອີກດ້ວຍ.

ດ້ວຍຈິນຕະນາການປ່ຽນແປງໃໝ່ ແລະ ວິທີການສຳຜັດທີ່ມີຫົວຄິດປະດິດສ້າງ, ຫວຽດນາມ ພວມໄດ້ຮັບຄວາມຫວັງອາດສາມາດມີບັນດາບາດກ້າວບຸກທະລຸໃນຂົງເຂດເຕັກໂນໂລຢີ, ນະວັດຕະກຳ. ບັນດາບ້ວງເງິນລົງທຶນຈາກບັນດາບໍລິສັດໃຫຍ່ເຕັກໂນໂລຢີໂລກ ອາດສາມາດແມ່ນຈຸດເລີ່ມຕົ້ນຂອງບັນດາຜົນສຳເລັດໃໝ່ຂອງ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ