ແຕ່ລະປີ, ເມື່ອລະດູໃບໄມ້ຫຼົ່ນວຽນມາ, ໃນບັນຍາກາດແຫ່ງການປະຕິວັດເດືອນ ສິງຫາ ປີ 1945, ປະຊາຊົນ ຫວຽດບັກ (ພາກເໜືອ ຫວຽດນາມ) ພັດເຄີຍຫວນຄືນມູນເຊື້ອອັນສະຫງ່າອົງອາດ. ເພາະຈາກເຂດພູຜາປ່າໄມ້ ຫວຽດບັກ ນັ້ນ, ຄວາມເຊື່ອໝັ້ນ, ເຈດຈຳນົງອົງອາດກ້າແກ່ນ ແລະ ນ້ຳໃຈສາມັກຄີນັ້ນໄດ້ປະກອບສ່ວນສ້າງເປັນໄຊຊະນະປະຫວັດສາດຂອງຊາດ ຫວຽດນາມ. ລະດູໃບໄມ້ຫຼົ່ນ ເດືອນ ສິງຫາ ບໍ່ພຽງແຕ່ແມ່ນຄວາມຊົງຈຳອັນສະຫງ່າອົງອາດເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນເພື່ອໃຫ້ລຸ້ນປະຈຸບັນສືບທອດ, ກໍ່ສ້າງສາບ້ານເກີດເມືອງນອນ ຫວຽດບັກ ໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລອີກດ້ວຍ.
ກ່ອນນີ້ 80 ປີ, ຫວຽດບັກ (ລວມມີບັນດາແຂວງ: ກາວບັ່ງ, ລ້າງເຊີນ, ຕວຽນກວາງ, ທາຍງວຽນ ໃນປະຈຸບັນ) ແມ່ນແຫ່ງປຸກລຸກບັນຍາກາດທົ່ວປະເທດລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ. ໃນຄວາມຊົງຈຳຂອງປະຊາຊົນຢູ່ທີ່ນີ້, ບັນຍາກາດລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດກ່ອນນີ້ 80 ປີຍັງຄົງດັງກ້ອງກັງວານຢູ່.
“ຕອນບ່າຍມື້ນັ້ນ ເມື່ອທຸກຄົນຢືນເປັນແຖວຢູ່ໃຕ້ຕົ້ນໄຮນີ້, ພາຍຫຼັງຂັບຮ້ອງເພງຊາດ ຫວຽດນາມ, ລຸງ ຫວໍງວຽນຢາບ ໄດ້ອ່ານຄຳສັ່ງທະຫານ ສະບັບເລກທີ 1. ເມື່ອອ່ານແລ້ວ ລຸງກໍ່ຢືນຢູ່ກັບທີ່ເພື່ອສາບານຕົວ, ທຸກຄົນໄດ້ຮ້ອງໂຮດັງກ້ອງກັງວານໄປທ່ົວເຂດພູຜາປ່າໄມ້, ຕໍ່ຈາກນັ້ນ, ລຸງໄດ້ຍິງປືນອອກສັນຍານຄຳສັ່ງ 3 ບາດ, ຖັດມາຂະບວນທະຫານໄດ້ກ້າວເຂົ້າເຂດບໍລິຫານແຂວງ ທາຍງວຽນ”.
“ວັນທີ 21 ສິງຫາ, ກອງທະຫານ ໂຄສະນາປົດປ່ອຍຫວຽດນາມ ໄດ້ສົມທົບກັບຄະນະແນວໂຮມ ຫວຽດມິນ ແຂວງ ບັກກ້ານ ບຸກໂຈມຕີປ້ອມທະຫານຂອງ ຍີ່ປຸ່ນ ຢູ່ເທດສະບານ, ວັນທີ 22 ສິງຫາ, ທະຫານ ຍີ່ປຸ່ນ ຖອນກຳລັງອອກຈາກ ບັກກ້ານ. ວັນທີ 23 ສິງຫາ, ດຳເນີນງານຊຸມນຸມມິດຕິງໄຊຊະນະ ແລະ ສ້າງຕັ້ງອຳນາດການປົກຄອງຢູ່ໃຈກາງເທດສະບານ ບັກກ້ານ”.
“ຄາວນັ້ນ, ໝົດທຸກຄົນທັງຍ່າງທັງຮ້ອງໂຮ 1 - 2 - 1 - 2, ມີຫຼາຍຄົນ ແລະ ມ່ວນທີ່ສຸດ, ຜູ້ໃດມີປືນກໍ່ຖືໄປນຳ, ຜູ້ໃດບໍ່ມີກໍ່ຈັບໄມ້ຄ້ອນ, ໄມ້ທ່ອນ. ທະຫານ ຍີ່ປຸ່ນ ປະລາໄຊແລ້ວ, ທຳມະດາພວກມັນມັກສະແດງທ່າທີອຳນາດ, ແຕ່ໃນມື້ນັ້ນເມື່ອເຫັນທະຫານຫວຽດນາມ ພວກມັນຕ້ອງຫຼີກທາງໃຫ້ໄປ".
ໃນເລື່ອງລາວຂອງບັນດາຜູ້ອາຍຸສູງ ຫວຽດບັກ ທີ່ເຄີຍເລົ່າໃຫ້ລູກຫຼານຟັງ ໃນແຕ່ລະເທື່ອເມື່ອລະດູໃບໄມ້ຫຼົ່ນວຽນມາ, ຈຸດເວລາແຫ່ງປະຫວັດສາດອັນສະຫງ່າອົງອາດຂອງຊາດ ກ່ອນນີ້ 80 ປີນັ້ນ ຍັງຄົງຝັງເລິກໃນຄວາມຊົງຈຳຢູ່.
ທ່ານ ຫວໍຈ້ອງກົນ, ປະຊາຊົນຢູ່ແຂວງ ກາວບັ່ງ
(ພາບ: Công Luận/VOV)
|
ພາຍໃຕ້ການຊີ້ນຳນຳພາຂອງແນວໂຮມ ຫວຽດມິນ, ແຕ່ວັນທີ 14 ສິງຫາ ຮອດວັນທີ 24 -25 ສິງຫາ ປີ 1945, ປະຊາຊົນບັນດາແຂວງ ຕວຽນກວາງ, ທາຍງວຽນ, ກາວບັ່ງ… ໄດ້ພ້ອມກັນລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ. ພາຍໃຕ້ການປົກຄອງຂອງລະບອບສັກດີນາມາເປັນເວລານັບພັນປີ, ເກືອບ 80 ປີທີ່ດຳລົງຊີວິດໃນສະພາບລຳບາກນັ້ນ, ປະຊາຊົນ ຫວຽດນາມ ໄດ້ເປັນເຈົ້າປະເທດຊາດຢ່າງແທດຈິງ. ທ່ານ ຫວໍຈ້ອງກົນ, ປະຊາຊົນຢູ່ແຂວງ ກາວບັ່ງ ຫວນຄືນວ່າ:
“ວັນການປະຕິວັດເດືອນ ສິງຫາ ແມ່ນວັນບຸນທີ່ຍິ່ງໃຫຍ່, ເປັນຄວາມພາກພູມໃຈທີ່ສຸດ, ນັບແຕ່ຜູ້ເຖົ້າຜູ້ແກ່ຕະຫຼອດຮອດໄວໜຸ່ມ ລ້ວນແຕ່ມີຄວາມຮູ້ສຶກຄືວ່າຕົນໄດ້ນຸ່ງຊຸດໂສ້ງເສື້ອໃໝ່. ນັບແຕ່ວັນການປະຕິວັດປະສົບຜົນສຳເລັດ, ຫວຽດນາມ ຍາດໄດ້ເອກະລາດ, ປະຊາຊົນທົ່ວປະເທດໄດ້ດຳລົງຊີວິດໃນສະພາບເອກະລາດ, ເສລີພາບ,ແລະນັບມື້ນັບມີຄວາມເຊື່ອໝັ້ນທີ່ສຸດຕໍ່ການນຳພາຂອງພັກ, ຂອງລຸງ ໂຮ່ - ຍາມໃດກໍ່ຈົດຈຳບຸນຄຸນຂອງລຸງ ໂຮ່, ຜູ້ນຳທີ່ປີຊາສາມາດຂອງຊາດ, ຜູ້ກໍ່ຕັ້ງປະເທດ ຫວຽດນາມ ເອກະລາດ”.
ນະຄອນ ກາວບັ່ງ ໃນປະຈຸບັນ
(ພາບ: Công Luận/VOV)
|
80 ປີໄດ້ຜ່ານພົ້ນໄປແລ້ວ, ບ້ານເກີດເມືອງນອນ ຫວຽດບັກ ໃນປະຈຸບັນໄດ້ມີໂສມໜ້າໃໝ່, ໃຫຍ່ໂຕສວຍງາມກວ່າ, ທັນສະໄໝກວ່າ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ມີການປ່ຽນແປງໃນແຕ່ລະວັນ.ໂດຍຈົດຈຳຄຳເວົ້າຂອງປະທານ ໂຮ່ຈີມິນ “ການປະຕິວັດໄດ້ຮັບຜົນສຳເລັດ ຍ້ອນມີ ຫວຽດບັກ, ສະນັ້ນການຕໍ່ຕ້ານກໍ່ຈະມີໄຊຍ້ອນມີ ຫວຽດບັກ”, ປະຊາຊົນຢູ່ນະຄອນຫຼວງແຫ່ງການຕໍ່ຕ້ານໃນມື້ນີ້ ຍາມໃດກໍ່ຮູ້ສຶກເອກອ້າງທະນົງໃຈທີ່ເປັນ “ສະຖານທີ່ແດງ” ເພື່ອສຶກສາໃຫ້ລຸ້ນໜຸ່ມກ່ຽວກັບມູນເຊື້ອວິລະຊົນການປະຕິວັດຂອງລຸ້ນພໍ່ລຸ້ນອ້າຍ. ປະຊາຊົນບັນດາເຜົ່າຢູ່ເຂດຕໍ່ຕ້ານໃນເມື່ອກ່ອນ ຍາມໃດກໍ່ສາມັກຄີກັນ ແລະ ມານະພະຍາຍາມສ້າງທ້ອງຖິ່ນໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ