(VOVWORLD) - ຕາແສງ ພຽງຄວ່າຍ ແຂວງ ເຊີນລາ ໄດ້ຮູ້ຈັກເຖິງແມ່ນເຂດປູກຕົ້ນໝັ້ນເຮົ້າ ດ້ວຍເນື້ອທີ່ກວ້າງໃຫຍ່ປະມານກວ່າ 2.300 ເຮັກຕາ. ຄຽງຄູ່ກັນນັ້ນ ມີຕົ້ນໄມ້ກິນໝາກຫລາຍຊະນິດແມ່ນເໝາະສົມກັບດິນຟ້າອາກາດຂອງທ້ອງຖິ່ນ ກໍ່ໄດ້ນຳເອົາມາປູກ. ຍ້ອນມີເງື່ອນໄຂອາກາດສະດວກ ພ້ອມກັບການຍູ້ແຮງການໝູນໃຊ້ບັນດາຄວາມກ້າວຫນ້າວິທະຍາສາດເຕັກນິກ, ຄຸນນະພາບຂອງຕົ້ນໄມ້ກິນໝາກຢູ່ທີ່ນີ້ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນ.
ຄອບຄົວ ອ້າຍ ຮ່ວາງດຶກລອງ ຢູ່ ບ້ານອາຍ 2 ຕາແສງ ພຽງຄວ່າຍ ແຂວງ ເຊີນລາ ແມ່ນຫນຶ່ງໃນບັນດາຄອບຄົວປູກຕົ້ນໝາກໝັ້ນເຮົ້າໂດຍໄດ້ຮັບການເຊີນຊູຢູ່ ງານບຸນໝາກໝັ້ນ ຊື່ງໄດ້ຈັດຂຶ້ນເປັນຄັ້ງທຳອິດໃນປີ 2025 ຢູ່ ຕາແສງ ພຽງຄວ່າຍ. ປະຈຸບັນ ຄອບຄົວອ້າຍປູກ ແລະ ບົວລະບັດກວ່າ 2 ເຮັກຕາຕົ້ນໝາກໝັ້ນ ດ້ວຍປະລິມານການເກັບກູ້ໄດ້ປະມານ 35 ໂຕນ ຊ່ວຍຄອບຄົວສ້າງລາຍຮັບແຕ່ 15.315-19.142USD/ປີ. ນອກຈາກຕົ້ນໝາກໝັ້ນແລ້ວ ຄອບຄົວອ້າຍ ຍັງພັດທະນາຕົ້ນໄມ້ກິນໝາກຫລາຍຊະນິດຕື່ມອີກ. ອ້າຍ ຮ່ວາງດຶກລອງ ໃຫ້ຮູ້ວ່າ:
"ໄລຍະຈະມາເຖິງ ຄອບຄົວຂ້າພະເຈົ້າຢາກປູກບົວລະບັດຕົ້ນໝາກໝັ້ນຕາມທິດ VietGAP, GlobalGAP ເພື່ອຍົກສູງຄຸນນະພາບ ແລະ ບັນລຸມາດຖານສູງກວ່າ. ຄຽງຄູ່ກັນນັ້ນ ຄອບຄົວຂ້າພະເຈົ້າ ກໍ່ຢາກປູກຕົ້ນໄມ້ກິນໝາຍຊະນິດອື່ນຕື່ມອີກຄື: ຕົ້ນ.. ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ”
ບັນດາສວນປູກຕົ້ນໄມ້ຢູ່ພຽງຄວ່າຍ ໝູນໃຊ້ລະບົບຫົດນ້ຳອັດຕະໂນມັດ(ພາບ: VOV) |
ບ້ານອາຍ 2 ຕາແສງ ພຽງຄວາຍ ມີ 102 ຄອບຄົວ ພວມປູກ ແລະ ພັດທະນາຕົ້ນໝາກໝັ້ນເຮົ້າ ດ້ວຍກວ່າ 108 ເຮັກຕາ ທັງໝົດລ້ວນແຕ່ປູກ ແລະ ບົວລະບັດຕາມມາດຕະຖານ organic. ຊຸມປີມໍ່ໆມານີ້ ຫລາຍຄອບຄົວໄດ້ກໍ່ສ້າງຮູບແບບຫົດນ້ຳອັດຕະໂນມັດ ຊ່ວຍປະຢັດແຫລ່ງນ້ຳ,ລາຍຈ່າຍ ແລະ ກຳລັງແຮງງານ. ທ່ານ ຮ່ວາງວັນທຶກ, ນາຍບ້ານອາຍ 2 ໃຫ້ຮູ້ວ່າ:
“ປະຈຸບັນ ແມ່ນໂຄສະນາໃຫ້ແກ່ພໍ່ແມ່ປະຊາຊົນປະຕິບັດຕາມທິດ Organic ຫລັງຈາກນັ້ນແນະນຳໃຫ້ປະຊາຊົນຕັດຄັດເລືອກເອົາໝາກຈຳນວນຫນ້ອຍກວ່າ ເຮັດແນວໃດໝາກຕ້ອງໃຫຍ່, ຄຸນນະພາບແມ່ນຖືກວ່າສິ່ງໃດໝົດ ເຮັດໃຫ້ໝາກໝັ້ນໄດ້ຈຳຫນ່າຍທັງຢູ່ຕະຫລາດພາຍໃນ ແລະ ຕ່າງປະເທດ”
ອຳນາດການປົກຄອງຈັດງານບຸນ, ງານຕະຫຼາດນັດເພື່ອໂຄສະນາ, ສົ່ງເສີມການຈຳໜ່າຍສິນຄ້າຂອງພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ (ພາບ: VOV) |
ຕາແສງ ພຽງຄວ່າຍ ປະຈຸບັນ ມີກວ່າ 3000 ເຮັກຕາຕົ້ນໄມ້ກິນໝາກ ລວມມີ ໝາກໝັ້ນເຮົ້າເປັນຕົ້ນ ແລະ ຕົ້ນໄມ້ກິນໝາກບາງຊະນິດອື່ນອີກ ພວມໄ້ດຮັບການສົ່ງເສີມພັດທະນາຄື: ໝາກມ່ວງ, ລຳໄຍ, ... ນອກຈາກແນະນຳໃຫ້ປະຊາຊົນປູກ ແລະ ບົວລະບັດເນື້ອທີ່ຕົ້ນໄມ້ກິນໝາກຢູ່ບໍລິເວນຕາມທິດກະເສດສຸມ, ໝູນໃຊ້ເຕັກໂນໂລຊີສູງ, ທ້ອງຖິ່ນຍັງເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າ, ໂຄສະນາ, ຊອກຫາຕະຫລາດ, ຕົວຢ່າງຄື: ສ້າງເຄື່ອງໝາຍໝາກໝັ້ນເຮົາ ພຽງຄວ່າຍ, ຈັດຕັ້ງງານບຸນເກັບກູ້ໝາກໝັ້ນ, ເປີດຮ້ານຂາຍ ແລະ ແນະນຳຜະລິດຕະພັນກະເສດຢູ່ບັນດາງານບຸນ, ແນະນຳຜະລິດຕະພັນຂອງທ້ອງຖິ່ນຜ່ານສື່ສັງຄົມອອນລາຍ, ສົມທົບກັບຊ່ອງຄ້າຂາຍເອເລັກໂຕນິກເພື່ອນຳບັນດາຜະລິດຕະພັນກະເສດຂອງທ້ອງຖິ່ນໄປຍັງ 4.200 ບ່ອນຄ້າຂາຍໃນທົ່ວປະເທດ. ອ້າຍ ບຸ່ຍວັນກວັນ, ຮອງຄະນະເສດຖະກິດພື້ນຖານໂຄງລ່າງ ພຽງຄວ່າຍ ໃຫ້ຮູ້ວ່າ:
“ອຳນາດການປົກຄອງທ້ອງຖິ່ນ ໄດ້ສຸມໃສ່ໂຄສະນາກໍ່ຄືສົມທົບກັບບັນດາອົງການວິຊາສະເພາະ ເປີດບັນດາຊຸດອົບຮົມໃຫ້ແກ່ພໍ່ແມ່ປະຊາຊົນ ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ. ພິເສດ ແມ່ນຂັ້ນຕອນຕັດງ່າໄມ້ ແລະ ບົວລະບັດ, ປ້ອງກັນສັດຕູພືດເພື່ອໃຫ້ບັນດາຜະລິດຕະພັນນຳມາເຊິ່ງປະສິດທິຜົນສູງສຸດ, ໝາກໃຫຍ່, ແຊບ ມີລົດຊາດຊ່ວຍນຳມາເຊິ່ງມູນຄ່າດ້ານເສດຖະກິດສູງກວ່າ”
ສະເພາະລະດູໝາກໝັ້ນປີນີ້ ຄາດວ່າ ທົ່ວຕາແສງ ພຽງຄວ່າຍ ເກັບລາຍຮັບມາໄດ້ປະມານ 216 ຕື້ດົ່ງ(82.695USD), ປະກອບສ່ວນຫລຸດອັດຕາຄອບຄົວທຸກຍາກຂອງຕາແສງ ລົງເຫລືອພຽງກວ່າ 17%. ພ້ອມກັນນັ້ນ ຕາແສງ ພວມກຳນົດທິດໃຫ້ປະຊາຊົນຍົກສູງຄຸນນະພາບຜະລິດຕະພັນຕາມທິດ VietGAP, GlobalGAP ກ້າວໄປເຖິງການສ້າງຜະລິດຕະພັນ OCOP. ສິ່ງນີ້ ໄດ້ຊ່ວຍໃຫ້ປະຊາຊົນຕິດພັນກັບຕົ້ນໝາກໝັ້ນ ແລະ ບັນດາຕົ້ນໄມ້ກິນໝາກອື່ນກວ່າ ເພື່ອສ້າງຄວາມຮັ່ງມີຢູ່ເຂດດິນແດນບ້ານເກີດເມືອງນອນຂອງຕົນ.