(VOVWORLD) - ກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ (PCI), ດັດຊະນີວັດແທກ ແລະ ການຕີລາຄາສະພາບຕົວຈິງດ້ານຄຸນນະພາບການບໍລິຫານເສດຖະກິດຂອງບັນດາແຂວງ, ນະຄອນ ຢູ່ ຫວຽດນາມ ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບບັນດາອົງການພັດທະນາສາກົນ ອາເມລິກາ (USAID) ປະຈຳ ຫວຽດນາມ, ປະຕິບັດແຕ່ປີ 2005. ພາຍຫລັງ 20 ປີ ດັດຊະນີນີ້ນັບມື້ນັບກຳນົດໄດ້ບົດບາດ ແລະ ຄຳຮຽກຮ້ອງຕ້ອງການສູງກວ່າ ໃນສະພາບການໃຫມ່ ດ້ວຍເປົ້າໝາຍປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຊຸກຍູ້ຄາດໝາຍການເຕີບໂຕດ້ານເສດຖະກິດ.
ຫາຍຟ່ອງ ເປັນຄັ້ງທຳອິດບືນຕົວຂຶ້ນນຳຫນ້າໃນຕາຕະລາງຈັດອັນດັບ PCI.(ພາບ: VOV) |
ຕົວຈິງໃນໄລຍະຜ່ານມາ, PCI ໄດ້ຮ່ວມເດີນທາງກັບການປະຕິຮູບການບໍລິຫານເສດຖະກິດຂອງບັນດາທ້ອງຖິ່ນ, ຊຸກຍູ້ການປະຕິຮູບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂັ້ນຮາກຖານ. ຜ່ານນັ້ນ ກໍ່ຊຸກຍູ້ການພັດທະນາຂອງເສດຖະກິດພາກເອກະຊົນຢູ່ບັນດາທ້ອງຖິ່ນ. ທ່ານ ເດົາແອງຕວນ ຮອງເລຂາທິການ ທັງເປັນຫົວຫນ້າຄະນະກົດໝາຍສະຫະພັນການຄ້າອຸດສາຫະກຳ ຫວຽດນາມ (VCCI), ໃຫ້ຂໍ້ສັງເກດວ່່າ:
“ພັກ, ສະພາແຫ່ງຊາດ, ລັດຖະບານ ໄດ້ມີບັນດານະໂຍບາຍສຳຄັນທີ່ສຸດ ພິເສດແມ່ນມະຕິໃຫມ່ 2 ສະບັບ: ມະຕິເລກທີ 66 ກ່ຽວກັບການສ້າງ ແລະ ປະຕິບັດກົດໝາຍ, ມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ. ດັດຊະນີ PCI ປະກອບສ່ວນຕີລາຄາລະດັບການປະຕິບັດບັນດານະໂຍບາຍນີ້ໃນສະພາບຕົວຈິງ. PCI ແມ່ນສຽງເວົ້າຂອງປະຊາຄົມວິສາຫະກິດ ຈາກຂັ້ນຮາກຖານ ແລະ ຜັນຂະຫຍາຍການປະຕິບັດມະຕິ. ປະຊາຄົມວິສາຫະກິດລໍຄອຍຈາກດັດຊະນີ PCI”. ໝາກຜົນ PCI ປີ 2024 ຫາກໍ່ປະກາດຫວ່າງແລ້ວນີ້ ສາມາດຊີ້ໃຫ້ເຫັນແຈ້ງເຖິງ ການຫັນປ່ຽນຕົນເອງ, ຄວາມມານະພະຍາຍາມ ແລະ ການປະດິດຄິດສ້າງໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງບັນດາທ້ອງຖິ່ນ. PCI ສືບຕໍ່ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະຫນາຂອງວິສາຫະກິດ, ຮຽກຮ້ອງອຳນາດການປົກຄອງທ້ອງຖິ່ນເພີ່ມທະວີການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ. ທ່ານ ຟ້າມເຕີນກົງ, ປະທານ VCCI ເນັ້ນຫນັກວ່າ:
“ດັດຊະນີ PCI ຕົ້ນ, ດັດຊະນີສ່ອງແສງຄຸນນະພາບການບໍລິຫານເສດຖະກິດຫລັກ ແມ່ນໄດ້ຮັບການປັບປຸງຢ່າງລຽນຕິດນັບແຕ່ປີ 2016 ມາຮອດປະຈຸບັນ.ນີ້ແມ່ນໝາກຜົນຂອງການມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຄວາມຕັ້ງໝັ້ນໃນການປະຕິຮູບຂອງຫລາຍທ້ອງຖິ່ນ”.
ຍ້ອນມີດັດຊະນີ PCI, ບັນດາວິສາຫະກິດ ເປັນຕົ້ນແມ່ນບັນດາວິສາຫະກິດຕ່າງປະເທດ ໄດ້ມີຄວາມເຊື່ອໝັ້ນ ແລະ ກຳລັງຫນູນຕື່ມອີກ ເພື່ອເພີ່ມທະວີການລົງທຶນເຂົ້າ ຫວຽດນາມ. ທ່ານ Akira Kuei, ຮອງຜູ້ອຳນວຍການດ້ານການຜະລິດ ບໍລິສັດ USI VIETNAM ຈຳກັດ (ເຂດອຸດສາຫະກຳ ນາມດີ່ງຫວູ, ນະຄອນ ຫາຍຟ່ອງ) ຕີລາຄາສູງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫາຍຟ່ອງ, ທ້ອງຖິ່ນນຳຫນ້າໃນການຈັດອັນດັບປີ 2024.
“ໃນວິວັດການປະຕິບັດໂຄງການຢູ່ ຫາຍຟ່ອງ, ພວກຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫລືອຂອງອຳນາດການປົກຄອງນະຄອນ. ພິເສດ ໃນການປະຕິບັດບັນດາລະບຽບການລົງທຶນ, ປະຕິບັດໂຄງການ. ສະນັ້ນ ເລື່ອງກໍ່ສ້າງໂຮງງານຂອງພວກຂ້າພະເຈົ້າຢູ່ ຫາຍຟ່ອງ ແລະ ບັນດາຂັ້ນຕອນການຜະລິດແມ່ນສະດວກທີ່ສຸດ”.
ໂດຍແມ່ນວິສາຫະກິດ ຫວຽດນາມ ມີວິວັດາການດຳເນີນທຸລະກິດຍາວນານ ແລະ ເຂົ້າຮ່ວມການສຳຫລວດດັດຊະນີ PCI ເປັນປະຈຳແຕ່ຊຸມປີທຳອິດ, ທ່ານ ເທີນດຶກຫວຽດ ຜູ້ອຳນວຍການໃຫຍ່ ບໍລິສັດຕັດຫຍິບເລກ 10 ຕີລາຄາວ່າ:
“ມາດຖານການຕີລາຄາຂອງດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ PCI ໄດ້ແຜ່ຂະຫຍາຍໄປຍັງທັງໝົດແຂວງ ນະຄອນ. ບັນດາທ້ອງຖິ່ນ ໄດ້ມີການປ່ຽນແປງອັນໃຫຍ່ຫລວງ ເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກໃຫ້ແກ່ປະຊາຄົມວິສາຫະກິດ”.
ທ່ານ ເດົ້າແອັງຕວນ, ຮອງເລຂານຸການ ທັງເປັນຫົວຫນ້າ ຄະນະກົດໝາຍ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ກ່າວຄຳເຫັນທີ່ພິທີປະກາດບົດລາຍງານດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ ປີ 2024. (ພາບ:Nguyễn Hoà/congthuong.vn) |
ໃນສະພາບການໃຫມ່ ດ້ວຍຄວາມຫວັງການເຕີບໂຕໃຫມ່, ພິເສດ ແມ່ນແຜນນະໂຍບາຍຂອງລັດຖະບານ ຫວຽດນາມ ສົ່ງເສີມທຸກພາກສ່ວນເສດຖະກິດເຂົ້າຮ່ວມການລົງທຶນ, ດຳເນີນທຸລະກິດຢ່າງສະເຫມີພາບ, ບັນດາແຂວງ, ນະຄອນ ມານະພະຍາຍາມປ່ຽນແປງໃຫມ່, ປະດິດຄິດສ້າງໃນການບໍລິຫານເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕ. ດັດຊະນີ PCI ກໍ່ພວມຢູ່ໃນຈຸດເວລາພິເສດ, ຈຸດເວລາປີດຮອບວຽນ 20 ປີແຫ່ງການປະຕິຮູບ ພ້ອມກັບທົ່ວປະເທດເປີດປະຕູໃຫ້ແກ່ສັງກາດພັດທະນາໃຫມ່ ຊື່ງແມ່ນບ່ອນທີ່ປະສິດທິຜົນການບໍລິຫານ ແລະ ນະວັດຕະກຳຈະແມ່ນກຳລັງຫນູນຫລັກໃຫ້ແກ່ການເຕີບໂຕ.