ຕົ້ນຊາ: ກຳລັງຫນູນດ້ານເສດຖະກິດຢູ່ເຂດພູສູງ ວັນເຈີນ (ອຽນບາຍ)

(VOVWORLD) -ຢູ່ ເມືອງ ວັນເຈີນ ແຂວງ ອຽນບາຍ, ຕົ້ນຊາ ແມ່ນຕົ້ນປູກແຕ່ດັ້ງເດີມ ພ້ອມທັງກໍ່ແມ່ນຫນຶ່ງໃນບັນດາຕົ້ນປູກຫລັກແຫລ່ງໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນ.

 
ຕົ້ນຊາ: ກຳລັງຫນູນດ້ານເສດຖະກິດຢູ່ເຂດພູສູງ ວັນເຈີນ (ອຽນບາຍ) - ảnh 1ປ້າ ຫງວຽນທິເງິນ ແມ່ນຫນຶ່ງໃນບັນດາຄອບຄົວຕິດພັນກັບຕົ້ນຊາມາເປັນເວລາກວ່າ 20 ປີ ຢູ່ຕາແສງນ້ຳບຸງ. (ພາບ:Thừa Xuân/VOV)

ໃນຊຸມມື້ນີ້ ປະຊາຊົນປູກຕົ້ນຊາຢູ່ ວັນເຈີນ (ອຽນບາຍ) ພວມສຸມໃສ່ບົວລະບັດຕົ້ນຊາ, ກະກຽມໃຫ້ແກ່ບັ້ນເກັບກູ້ຊາຄັ້ງທີສອງ ຊ່ຶງແມ່ນຫນຶ່ງໃນ 4 ບັ້ນເກັບກູ້ຫຼັກໆໃນປີ.

ປ້າ ຫງວຽນທິເງິນ ຫນຶ່ງໃນບັນດາຄອບຄົວທີ່ໄດ້ຕິດພັນກັບຕົ້ນຊາມາເປັນເວລາ 20 ປີ ຢູ່ ຕາແສງ ນ້ຳບຸງ ເມືອງ ວັນເຈີນ ໃຫ້ຮູ້ວ່າ: ດ້ວຍການປູກຕົ້ນຊາ 1 ເຮັກຕາ ແຕ່ລະປີລາຍຮັບຄອບຄົວສ້າງມາໄດ້ປະມານ ກວ່າ 3.800 USD ຫລັງຫັກລາຍຈ່າຍແລ້ວ.

“ປູກຕົ້ນຊາແມ່ນນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງກວ່າເມື່ອທຽບໃສ່ຕົ້ນໄມ້ປະເພດອື່ນ, ປູກໃນເວລາ 3 ປີແມ່ນສາມາດເລີ່ມເກັບກູ້ໄດ້ ແລະ ພາຍຫລັງ 5 ປີແມ່ນເກັບກູ້ໄດ້ເປັນປົກກະຕິ”.

ຕາແສງ ນ້ຳບຸງ ປະຈຸບັນມີເກືອບ 90% ຈຳນວນຄອບຄົວປູກຊາ ດ້ວຍຍອດເນື້ອທີ່ເກືອບ 570 ເຮັກຕາ ແມ່ນຊາ ຊານຕວຽດ (ຊື່ງແມ່ນຊາມີຊື່ສຽງ) ຢູ່ລະດັບສູງ. ແຕ່ລະປີ ຢູ່ເຂດນີ້ສາມາດເກັບກູ້ຍອດຊາສົດໄດ້ປະມານ 7.000 ໂຕນ ນຳມາເຊິ່ງລາຍຮັບປະມານ ກວ່າ 1,9 ລ້ານ USD ໃຫ້ແກ່ປະຊາຊົນໃນຕາແສງ, ປະກອບສ່ວນຫລຸດຜ່ອນອັດຕາຄອບຄົວທຸກຍາກລົງເຫລືອພຽງ 7% ໃນປີ 2024.  ທ່ານ ຟານລວນ ຜູ້ຮັກສາການ ປະທານ ຄະນະກຳມະການປະຊາຊົນຕາແສງ ນ້ຳບຸງ ເມືອງ ວັນເຈີນ ໃຫ້ຮູ້ວ່າ:

“ເພື່ອຍົກສູງຄຸນນະພາບ, ສະມັດຕະພາບໃຫ້ແກ່ຕົ້ນຊາ ຊານຕວຽດ ຢູ່ ນ້ຳບຸງ ພວກຂ້າພະເຈົ້າໄດ້ມີຄຳແຈ້ງເຕືອນ, ມີການແນະນຳເປັນປະຈຳໃຫ້ພໍ່ແມ່ປະຊາຊົນໃນຂອດບົວລະບັດ, ເກັບກູ້ເພື່ອໃຫ້ຮັບປະກັນຖືກຕ້ອງຕາມເຕັກນິກ, ຮັບປະກັນໃຫ້ຕົ້ນຊາມີຄວາມທົນທານຢູ່ໃນການເກັບກູ້ຄັ້ງຕໍ່ໄປ ແລະ ຊຸມປີຕໍ່ຫນ້າ. ການນຳໃຊ້ຢາປາບສັດຕູພືດແມ່ນນຳໃຊ້ຕາມປະເພດທີ່ໄດ້ກຳນົດ, ມຸ່ງໄປເຖິງການນຳໃຊ້ຢາຊີວະພາບ, ສ້າງໃຫ້ຊາ ຊານຕວຽດ ຢູ່ ນ້ຳບຸງ ບັນລຸຄຸນນະພາບເທື່ອລະກ້າວ”.

ເມືອງ ວັນເຈີນ ປະຈຸບັນ ມີປະມານ 50 ວິສາຫະກິດ ແລະ ຮາກຖານການຜະລິດ, ປຸງແຕ່ງຊາ, ໃນນັ້ນ ມີຫລາຍຫົວຫນ່ວຍໄດ້ລົງທຶນອຸປະກອນທັນສະໄຫມເພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດຢູ່ພາຍໃນ ແລະ ການສົ່ງອອກ. ທົ່ວເມືອງ ປະຈຸບັນ ມີເນື້ອທີ່ປູກຕົ້ນຊາກວ່າ 4.600 ເຮັກຕາ, ໃນນັ້ນ ກວ່າ 1.500 ເຮັກຕາ ແມ່ນຊາ ຊານຕວຽດ ຊື່ງໄດ້ປູກຢູ່ບັນດາຕາແສງເຂດພູສູງ ຄື: ສວຍຢ່າງ, ຢາໂຮ້ຍ, ນ້ຳບຸງ...

ຕົ້ນຊາ: ກຳລັງຫນູນດ້ານເສດຖະກິດຢູ່ເຂດພູສູງ ວັນເຈີນ (ອຽນບາຍ) - ảnh 2ຫນຶ່ງໃນບັນດາຂອດປຸງແຕ່ງຊາດຳ. (ພາບ:Thừa Xuân/VOV)

ສະເພາະໃນຊາລຸ້ນທຳອິດໃນປີນີ້ ທ່ົວເມືອງ ເກັບກູ້ຍອດຊາສົດມາໄດ້ກວ່າ 10.000 ໂຕນ. ທາງເມືອງ ສູ້ຊົນໃນປີນີ້ ບັນລຸສະມັດຕະພາບປະມານ 50.000 ໂຕນ, ນຳມາເຊິ່ງລາຍຮັບກວ່າ 1,3 ລ້ານ USD. ທ່ານ ຟູ່ເທແຮງ, ຮອງຫົວຫນ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ເມືອງ ວັນເຈີນ ໃຫ້ຮູ້ວ່າ: ທ້ອງຖິ່ນ ໄດ້ ແລະ ພວມຜັນຂະຫຍາຍຫລາຍນະໂຍບາຍຫນູນຊ່ວຍຊາວກະສິກອນດັດປັບເພື່ອປູກຕົ້ນຊາ ເປີດກວ້າງເຂດວັດຖຸດິບ ພ້ອມທັງຍູ້ແຮງການຜະລິດຕາມທິດປອດສານພິດ, ເປັນມິດກັບສິ່ງແວດລ້ອມ. ທ່ານ ແຮງ ໃຫ້ຮູ້ວ່າ:

“ຂະແຫນງກະສິກຳ ໄດ້ເສນາທິການໃຫ້ເມືອງ ຫນູນຊ່ວຍບັນດາວິສາຫະກິດເຂົ້າເຖິງບັນດາໂຄງການ, ນະໂຍບາຍຄື: ມະຕິເລກທີ 69 ກ່ຽວກັບການປ່ຽນແປງໃຫມ່ຄຸນນະພາບການເຄື່ອນໄຫວຂອງສະມາຄົມຊາວກະສິກອນ, ຫນູນຊ່ວຍສ້າງລະຫັດເຂດປູກ, ສ້າງເຂດຜະລິດຕາມາດຖານ, ເຂົ້າຮ່ວມບັນດາໂຄງການແນະນຳ, ໂຄສະນາຜະລິດຕະພັນ. ພ້ອມກັນນັ້ນ ບັນດາອົງການທີ່ກ່ຽວຂ້ອງກໍ່ເພີ່ມທະວີການແນະນຳດ້ານເຕັກນິກໃຫ້ແກ່ຊາວກະສິກອນ, ແນະນຳແນວພັນຊາໃຫມ່ທີ່ກ້າວຫນ້າເພື່ອຫລຸດຜ່ອນເວລາໂດຍພື້ນຖານ ແລະ ພັດທະນາເຂດປູກຕົ້ນຊາຕາມທິດປອດສານພິດ”.

ຊາຂອງ ເມືອງ ວັນເຈີນ ແຂວງ ອຽນບາຍ ພວມຢັ້ງຢືນຈຸດຢືນໃນຕະຫລາດ ຊາ ຫວຽດນາມ ເທື່ອລະກ້າວ. ເພື່ອໃຫ້ ຊາ ວັນເຈີນ ເສີມຂະຫຍາຍມູນຄ່າດ້ານເສດຖະກິດໄດ້ຫຼາຍທີ່ສຸດ, ໃນໄລຍະຈະມາເຖິງ ຈະເພີ່ມທະວີການຮ່ວມສຳພັນລະຫວ່າງປະຊາຊົນ, ວິສາຫະກິດ ແລະ ອຳນາດການປົກຄອງໃນການຄຸ້ມຄອງ, ປູກ ແລະ ປຸງແຕ່ງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ