(VOVWORLD) - ບັນດາສວນອະງຸ່ນ ນິງທ້ວນ (ເກົ່າ) ປະຈຸບັນແມ່ນແຂວງ ແຄັງຮວ່າ ບໍ່ພຽງແຕ່ມີລົດຫວານເທົ່ານັ້ນ ຫາກຍັງນຳມາເຊິ່ງຄຸນຄ່າດ້ານເສດຖະກິດກະສິກຳສູງ ແລະ ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ປະກອບສ່ວນສ້າງຄວາມຮັ່ງມີໃຫ້ເຂດດິນແດນໃໝ່ແຫ່ງນີ້.
ອະງຸ່ນ ນິງທ້ວນ (ເກົ່າ) ມີລົດຫວານແຊບເປັນພິເສດ (ພາບ: VOV5) |
ແດດຫຼາຍ, ລົມແຮງ, ຝົນຕົກໜ້ອຍ, ບັນດາເງື່ອນໄຂດິນຟ້າອາກາດທີ່ຮ້າຍແຮງເຫຼົ່ານັ້ນ ພັດກາຍເປັນທ່າໄດ້ປຽບໃຫ້ຕົ້ນອະງຸ່ນ ປົ່ງຮາກ, ເຕີບໃຫຍ່ ແລະ ໃຫ້ລົດຫວານ. ໃນຫຼາຍທົດສະວັດຜ່ານມາ, ໝາກອະງຸ່ນ ນິງທ້ວນ (ເກົ່າ) ເຄີຍແມ່ນຄວາມພາກພູມໃຈຂອງປະຊາຊົນພາກກາງ. ປັດຈຸບັນນີ້, ຕົ້ນອະງຸ່ນຍັງສືບຕໍ່ຢັ້ງຢືນຖານະບົດບາດຂອງຕົນເມື່ອເນື້ອທີ່ ແລະ ຜົນລະປູກໄດ້ຮັບການຂະຫຍາຍຢ່າງບໍ່ຢຸດຢັ້ງ.
ຕາມຂະແໜງກະສິກຳ ແຄັງຮວ່າ ແລ້ວ, ປັດຈຸບັນ ທົ່ວແຂວງມີເນື້ອທີ່ປູກຕົ້ນອະງຸ່ນຫຼາຍກວ່າ 1.000 ເຮັກຕາ, ໃຫ້ປະລິມານການຜະລິດນັບສິບພັນໂຕນຕໍ່ປີ. ດ້ວຍ ຫຼາຍ ແນວພັນຄື ອະງຸ່ນແດງ Cardinal, ອະງຸ່ນຂຽວ nh01 – 48, ອະງຸ່ນສີບົວ ຍີ່ປຸ່ນ…. ແຕ່ລະແນວພັນນຳມາເຊິ່ງລົດຊາດທີ່ແຕກຕ່າງກັນ, ຕອບສະໜອງໄດ້ຄວາມຕ້ອງການທັງຕະຫຼາດພາຍໃນປະເທດ ແລະ ສົ່ງອອກ.
ສິ່ງທີ່ໜ້າສົນໃຈແມ່ນ, ຫຼາຍຄອບຄົວປູກຕົ້ນອະງຸ່ນ ໄດ້ໝູນໃຊ້ເຕັກໂນໂລຢີສູງ, ປູກໃນເຮືອນຕາໜ່າງ ແລະ ມາດຖານ VietGAP, ອົງຄະທາດ. ຍ້ອນແນວນັ້ນ ຈຶ່ງບັນລຸສະມັດຕະພາບສູງ ແລະ ຮັບປະກັນໄດ້ຄຸນນະພາບ. ມີຫຼາຍສວນ ບັນລຸລາຍຮັບນັບຮ້ອຍລ້ານດົ່ງຕໍ່ເຮັກຕາຕໍ່ລະດູ, ມີບາງສວນຍັງບັນລຸກວ່າ 1 ຕື້ດົ່ງຕໍ່ປີ. ອະງຸ່ນ ກາຍເປັນຕົ້ນໄມ້ສ້າງຄວາມຮັ່ງມີ, ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ແຮງງານທ້ອງຖິ່ນນັບພັນຄົນ.
ທ່ານນາງ ຟຸ່ງທິເຕິມ, ເຈົ້າຂອງສວນອະງຸ່ນ ເຕິມອຽນ ຢູ່ ແຄັງຮວ່າ |
ເຖິງຢ່າງໃດກໍຕາມ, ເພື່ອໃຫ້ສວນອະງຸ່ນບັນລຸໄດ້ຄຸນນະພາບສູງ, ຜູ້ປູກຕ້ອງທຸ່ມເທເຫື່ອແຮງ ແລະ ຄວາມສຸດຈິດສຸດໃຈ.
ທ່ານນາງ ຟຸ່ງທິເຕິມ, ເຈົ້າຂອງສວນອະງຸ່ນ ເຕິມອຽນ ຢູ່ ແຄັງຮວ່າ, ແບ່ງປັນວ່າ:
“ອາກາດມີແດດມີລົມແມ່ນອຳນວຍຄວາມສະດວກໃຫ້ແກ່ການປູກຝັງ, ຖ້າຫາກຝົນຕົກຫຼາຍໝາກອະງຸ່ນກໍເນົ່າ, ຕົກໂໝກ, ໝາກໃດສຸກ ກໍຈະແຕກໝົດ. ໃນການບົວລະບັດ, ເຮົາຕ້ອງຕັດຮອນກິ່ງງ່າຢູ່ກາງແດດກາງລົມ, ເຮັດຫຼາຍກໍລຳບາກຫຼາຍ. ແຕ່ມັນກໍນຳມາເຊິ່ງເສດຖະກິດທີ່ເປັນປົກກະຕິ”.
ບໍ່ພຽງແຕ່ມີຄຸນຄ່າດ້ານຜະລິດຕະພັນກະເສດເທົ່ານັ້ນ, ບັນດາສວນອະງຸ່ນ ຍັງສ້າງຄວາມດູດດື່ມໃນຂົງເຂດທ່ອງທ່ຽວຢ່າງໃຫຍ່ຫຼວງ. ໃນການເດີນທາງຄົ້ນຫາ ແຄັງຮວ່າ, ນອກຈາກໄປທ່ຽວຊົມທະເລສີຂຽວ ຍາຈາງ ຫຼື ພະທາດ ຂະແມ ທີ່ເກົ່າແກ່ສັກສິດແລ້ວ, ປັດຈຸບັນ ແຂກທ່ອງທ່ຽວຍັງສາມາດແວ່ຢາມສວນອະງຸ່ນ ເພື່ອໄດ້ຕັດພົ້ວອະງຸ່ນ, ແລະຊິມລົດຫວານຂອງໝາກໄມ້ຊະນິດນີ້ຢູ່ກັບສວນ.
ເປັນຄັ້ງທຳອິດທີ່ໄດ້ເດັດໝາກອະງຸ່ນຢູ່ກັບສວນ, ເອື້ອຍ ໂດະຖຸຍ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ, ແບ່ງປັນວ່າ:
“ໄດ້ຍ່າງໄປໃນສວນອະງຸນ, ຕັດພົ້ວອະງຸ່ນດ້ວຍຕົນເອງແລ້ວຊິມກັບບ່ອນ, ຂ້າພະເຈົ້າຮູ້ສຶກໄດ້ຄວາມແຕກຕ່າງກັນແທ້ໆ. ຂ້າພະເຈົ້າຄິດວ່າ ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ເມື່ອມາ ແຄັງຮວ່າ. ນອກຈາກໄດ້ເກັບໝາກອະງຸ່ນແລ້ວ ຍັງມີຫຼາຍຜະລິດຕະພັນທີ່ໄດ້ປຸງແຕ່ງຈາກອະງຸ່ນອີກ. ນ້ຳອະງຸ່ນຢູ່ນີ້ກໍແມ່ນປະເພດເຄື່ອງດື່ມທີ່ແຊບຫຼາຍ”.
ບັນດາຜະລິດຕະພັນໄດ້ປຸງແຕ່ງຈາກໝາກອະງຸ່ນ |
ຈາກບັນດາສວນອະງຸ່ນ, ສາມາດປຸງແຕ່ງໄດ້ຫຼາຍຜະລິດຕະພັນຄື: ເຫຼົ້າອະງຸ່ນ, ນ້ຳຕານອະງຸ່ນ, ກວັນອະງຸ່ນ, ອະງຸ່ນອົບແຫ້ງ. ນີ້ບໍ່ພຽງແຕ່ແມ່ນບັນດາຜະລິດຕະພັນພິເສດທີ່ສາມາດຊື້ເປັນຂອງຕ້ອນຂອງຝາກເທົ່ານັ້ນ, ຫາກຍັງຊ່ວຍຍົກສູງມຸນຄ່າເສດຖະກິດໃຫ້ແກ່ຜູ້ປູກອີກດ້ວຍ. ເຈົ້າຂອງສວນອະງຸ່ນ ເຕິມອຽນ ໃຫ້ຮູ້ຕື່ມອີກວ່າ:
“ໃນລະດູຮ້ອນ ແຂກທ່ອງທ່ຽວມາຢາມຫຼາຍທີ່ສຸດ. ຂ້າພະເຈົ້າກໍຕັດອະງຸ່ນມາຮັບໃຊ້ ແລະ ໃຫ້ແຂກທ່ຽວຊົມ. ສຳລັບແຂກທ່ຽວຊົມແມ່ນບໍ່ເກັບຄ່າ, ແຂກທ່ອງທ່ຽວສາມາດຊື້ໝາກອາງຸ່ນທີ່ຕົນເອງຕັດໄດ້, ສ່ວນໝາກທີ່ຍັງເຫຼືອໄວ້ນັ້ນ ຂ້າພະເຈົ້າຈະປຸງແຕ່ງເປັນເຫຼົ້າອະງຸ່ນ, ນ້ຳຕານອະງຸ່ນ,ກວັນອະງຸ່ນ”.
ອະງຸ່ນ ບໍ່ພຽງແຕ່ແມ່ນໝາກໄມ້ທີ່ຫວານແຊບຂອງປະຊາຊົນເທົ່ານັ້ນ ຫາກຍັງປະກອບສ່ວນເຮັດໃຫ້ແຜນທີ່ຜະລິດຕະພັນທ່ອງທ່ຽວຂອງແຂວງ ແຄັງຮວ່າ ມີຄວາມອຸດົມສົມບູນອີກດ້ວຍ./.