(VOVWORLD) - ເມື່ອກ່ອນນີ້, ປະຊາຊົນຢູ່ທະເລ ທຽນເກີ່ມ (ຂຶ້ນກັບແຂວງ ຮ່າຕິງ) ດຳລົງຊີວິດດ້ວຍອາຊີບຫາປາເປັນສ່ວນຫຼາຍ. ເຖິງຢ່າງໃດກໍຕາມ, ໃນຊຸມປີມໍ່ໆມານີ້, ຫາດຊາຍທະເລ ທຽນເກີ່ມ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວເປັນທີ່ຮູ້ຈັກຂອງແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ ເຊິ່ງໄດ້ສ້າງໂອກາດທີ່ດີເພື່ອໃຫ້ປະຊາຊົນປ່ຽນແປງຈິນຕະນາການຈາກເສດຖະກິດທະເລແບບເກົ່າໄປສູ່ການຂຸດຄົ້ນເສດຖະກິດທ່ອງທ່ຽວທະເລ.
ຕາມຕົວເລກສະຖິຕິຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຮ່າຕິງ, 6 ເດືອນຕົ້ນປີ 2025, ຮ່າຕິງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມ, ພັກຜ່ອນຕາກອາກາດ ກວ່າ 3,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຕົວເລກສະຖິຕິດັ່ງກ່າວຊີ້ໃຫ້ເຫັນວ່າ, ຮ່າຕິງ ເສີມຂະຫຍາຍໄດ້ບົດບາດຂອງຊຸມຊົນໃນການພັດທະນາການທ່ອງທ່ຽວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ມີຄຸນນະພາບສູງ ແລະ ຍືນຍົງ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ.
ນັບມື້ນັບມີແຂກທ່ອງທ່ຽວນິຍົມມາທ່ຽວທະເລ ທຽນເກີ່ມ ເປັນຈຳນວນຫຼາຍ |
ດ້ວຍການລົງທຶນຢ່າງມີແບບມີແຜນ, ຫາດຊາຍທະເລ ທຽນເກີ່ມ ຂຶ້ນກັບຕາແສງ ທຽນເກີ່ມ, ແຂວງ ຮ່າຕິງ ພວມກາຍເປັນສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນຂຶ້ນທີ່ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ປະຊາຊົນຢູ່ທີ່ນີ້, ພາຍຫຼັງຕິດພັນກັບອາຊີບຫາປາຢູ່ທະເລມາຫຼາຍປີ, ປະຈຸບັນຫຼາຍຄົນໄດ້ທ່ວງທັນກັບທ່າອ່ຽງ,ຫັນໄປສູ່ຮູບແບບເສດຖະກິດທ່ອງທ່ຽວທະເລ. ໂຮງແຮມ, ພັດທະຄານ, ຮ້ານອາຫານຫຼາຍແຫ່ງ ໂດຍປະຊາຊົນຢູ່ທີ່ນີ້ເປັນເຈົ້າຂອງໄດ້ເປີດນຳໃຊ້.
ມີໂຮງແຮມບາງແຫ່ງຫາກໍ່ໄດ້ເປີດນຳໃຊ້ແຕ່ວັນທີ 30 ເມສາ 2025 , ແຕ່ໄດ້ຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍແລ້ວ, ອັນໄດ້ນຳມາເຊິ່ງມູນຄ່າເສດຖະກິດສູງໃຫ້ແກ່ເຈົ້າຂອງໂຮງແຮມ.
ບັນຍາກາດຫາດຊາຍທະເລທຽນເກີ່ມ ຍາມແລງ |
ລຸງ ລາຍວັນເຫືອງ, ເຈົ້າຂອງໂຮງແຮມ SUNRISE, ຢູ່ຕາແສງ ທຽນເກີ່ມ, ແຂວງ ຮ່າຕິງ, ໜຶ່ງໃນຈຳນວນໂຮງແຮມໃໝ່ 4 ແຫ່ງທີ່ຫາກໍ່ເປີດນຳໃຊ້ໃນວັນທີ 30 ເມສາ 2025 ແບ່ງປັນດ້ວຍຄວາມດີໃຈວ່າ:
“ຍາມລະດູແຫ່ງການທ່ອງທ່ຽວ ແຂກທ່ອງທ່ຽວຕ້ອງຈອງຫ້ອງກ່ອນ, ຖ້າບໍ່ຈອງກ່ອນ ຈະບໍ່ມີຫ້ອງ. ຄືໂຮງແຮມຂອງຂ້າພະເຈົ້າມີທັງໝົດ 20 ຫ້ອງ, ວັນສຸກ ຫາ ວັນທິດ ແຂກມາພັກເຕັມທຸກຫ້ອງ. ວັນທຳມະດາ ບາງເທື່ອກໍເຕັມທຸກຫ້ອງ, ບາງເທື່ອກໍມີຫ້ອງຫວ່າງ. ເມື່ອແຂກມານີ້, ໃຜກໍຕີລາຄາວ່າ ທະເລງາມຫຼາຍ, ບໍລິການກິນດຶ່ມກໍດີພໍສົມຄວນ”.
ນອກຈາກການສ້າງບັນດາຮ້ານກິນດື່ມ, ໂຮງແຮມພັກເຊົາແລ້ວ, ໃນຍາມລະດູແຫ່ງການທ່ອງທ່ຽວນີ້, ຫຼາຍຄົນກໍ່ ເປີດການບໍລິການຕ່າງໆເພື່ອຮັບໃຊ້ແຂກທ່ອງທ່ຽວແນໃສ່ເພີ່ມລາຍຮັບຕື່ມອີກຄື: ເປີດຮ້ານກາເຟ, ຮ້ານນ້ຳ, ບ່ອນຫຼີ້ນສຳລັບເດັກ... ຊ່ວຍໃຫ້ຫາດຊາຍທະເລນີ້ ມີຄວາມຄຶກຄື້ນກວ່າເກົ່າ.
ອ້າຍ ຫງວຽນດຶກເຊີນ ພາຄອບຄົວມາພັກຜ່ອນຢູ່ຫາດຊາຍທະເລ ທຽນເກີ່ມ ເປັນຄັ້ງທຳອິດ ແບ່ງປັນວ່າ:
“ຄອບຄົວຂ້າພະເຈົ້າມາພັກຢູ່ທີ່ໄດ້ 3 ມື້ແລ້ວ. ມາທະເລ ທຽນເກີ່ມ ເປັນເທື່ອທຳອິດ ຂ້າພະເຈົ້າຮູ້ສຶກປະຫຼາດໃຈພໍສົມຄວນ ເພາະເຫັນວ່າ ທະເລຢູ່ນີ້ງາມຫຼາຍ, ຄື້ນຄ່ອຍໆ, ເໝາະສົມເພື່ອໃຫ້ເດັກນ້ອຍອາບນ້ຳທະເລ. ນອກຈາກນັ້ນແລ້ວ, ອາຫານຢູ່ນີ້ກໍສົດ ແລະ ແຊບ, ປະຊາຊົນເປັນມິດສະໜິດສະໜົມ. ຕອນແລງຜົວເມຍຂ້າພະເຈົ້າມັກພາລູກໄປຫຼີ້ນຢູ່ສະໜາມຫຼວງໃຈກາງ. ພວກຫຼານກໍມັກຫຼາຍ”.
ຕອນຄ່ຳ, ຫາດຊາຍທະເລທຽນເກີ່ມ ກໍມີຫຼາຍກິດຈະກຳລະຫຼີ້ນບັນເທິງ |
ຍາມກາງຄືນ, ທຽນເກີ່ມ ຍິ່ງມີຄວາມຄຶກຄື້ນກວ່າອີກ. ດອກໄຟຍິບຍັບສ່ອງແສງສະຫວ່າງໄປທົ່ວຫາດຊາຍທະເລ, ສຽງດົນຕີດັງກ້ອງກັງວານ, ອັນໄດ້ສ້າງຄວາມດຶງດູດພິເສດຕໍ່ແຂກທ່ອງທ່ຽວ.
ໂດຍແມ່ນຫາດຊາຍທະເລຢູ່ເຂດບ້ານນາທີ່ທຸກຍາກ, ມາຮອດປັດຈຸບັນ ທຽນເກີມ ໄດ້ກາຍເປັນເຂດທ່ອງທ່ຽວ, ນຳມາເຊິ່ງມູນຄ່າເສດຖະກິດໃໝ່. ການທ່ອງທ່ຽວບໍ່ພຽງແຕ່ນຳມາເຊິ່ງແຫຼ່ງລາຍຮັບເທົ່ານັ້ນ, ຫາກຍັງຊ່ວຍໃຫ້ປະຊາຊົນປ່ຽນແປງຈິນຕະນາການໃນການຜະລິດ, ເປີດກວ້າງວິທີຫາເງິນລ້ຽງຊີບ, ຍົກສູງຊີວິດການເປັນຢູ່ເທື່ອລະກ້າວ.
ທະເລ ທຽນເກີ່ມ, ບ່ອນທີ່ເຮືອແພຍັງອອກໄປຫາປາຢູ່ນອກທະເລນັ້ນ,ປະຈຸບັນມີຫຼາຍພັດທະຄານ, ຮ້ານອາຫານ, ໂຮງແຮມໄດ້ປຸກສ້າງຂຶ້ນ, ແຂກທ່ອງທ່ຽວນັບມື້ນັບນິຍົມມາທ່ຽວຢ່າງຄັບຄາໜາແໜ້ນ. ການຫັນປ່ຽນເສດຖະກິດທະເລ ຕິດພັນກັບການພັດທະນາການທ່ອງທ່ຽວ ພວມເປີດສັງກາດໃໝ່ໃຫ້ແກ່ເຂດທະເລ ຮ່າຕິງ, ຊ່ວຍໃຫ້ປະຊາຊົນຢູ່ທີ່ນີ້ມີຊີວິດດີກວ່າເກົ່າ, ສີວິໄລກວ່າເກົ່າ ແລະ ໝັ້ນໝາຍຈະມີອະນາຄົດແບບຍືນຍົງ./.