ນິງທ້ວນ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ນຳພະລັງງານກາຍເປັນຂະແຫນງເສດຖະກິດປາຍແຫລມ

(VOVWORLD) - ແຂວງແຄມທະເລ ນິງທ້ວນ (ໂຮມເຂົ້າແຂວງ ແຄງຮວ່າ) ໄດ້ເປັນທີ່ຮູ້ຈັກກັນດີວ່າແມ່ນເຂດດິນທີ່ມີເງື່ອນໄຂສະພາບອາກາດປ່ຽນແປງຮ້າຍແຮງ ດ້ວຍລະດັບການແຜ່ລັງສີຂອງພະລັງງານແສງຕາເວັນ ແລະ ຄວາມແຮງລົມແມ່ນສູງກວ່າໝູ່ໃນທົ່ວປະເທດ. ເຖິງແນວນັ້ນກໍ່ຕາມ, ແຕ່ນີ້ພັດແມ່ນເງື່ອນໄຂສະດວກ ແລະ ແມ່ນກາລະໂອກາດໃຫຍ່ເພື່ອໃຫ້ແຂວງພັດທະນາພະລັງງານທົດແທນ. ນິງທ້ວນ ກຳນົດອຸດສາຫະກຳພະລັງງານແມ່ນຂອດບຸກທະລຸ ແມ່ນຂະແຫນງສຳຄັນໃນການພັດທະນາເສດຖະກິດຂອງທ້ອງຖິ່ນ ແລະ ວາງເປົ້າໝາຍນຳແຂວງ ກາຍເປັນສູນພະລັງງານສະອາດ, ພະລັງງານທົດແທນຂອງປະເທດຊາດ ໃນຊຸມປີຈະມາເຖິງ.

ນິງທ້ວນ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ນຳພະລັງງານກາຍເປັນຂະແຫນງເສດຖະກິດປາຍແຫລມ - ảnh 1ໂຄງການໄຟຟ້າແຮງລົມ ຢູ່ ຕາແສງເຟືອກມິງ. (ພາບ: Công Thử/TTXVN)

ນິງທ້ວນ ມີລະດັບການແຜ່ລັງສີຈາກແສງຕາເວັນແມ່ນສູງກວ່າໝູ່ໃນທົ່ວປະເທດ ດ້ວຍປະລິມານການແຜ່ລັງສີ ແຕ່ 1780-2015 kWh/m2/ປີ, ທັງປີ ມີເຖິງ 9 ເດືອນແມ່ນແດດຮ້ອນ, ສະນັ້ນ ນິງທ້ວນ ໄດ້ຮັບການຕີລາຄາວ່າ ແມ່ນແຂວງທີ່ມີຄວາມສາມາດບົ່ມຊ້ອນດ້ານພະລັງງານແສງຕາເວັນຫລາຍກວ່າໝູ່ຢູ່ພາຍໃນປະເທດ. ພ້ອມກັນນັ້ນ ນິງທ້ວນ ກໍ່ແມ່ນທ້ອງຖິ່ນມີລະດັບແຮງລົມແຮງສຸດ ຫວຽດນາມ ດ້ວຍລະດັບສະເລ່ຍແມ່ນ 7,5m/s ຢູ່ໃນຄວາມສູງ 65 ແມັດ ແລະ ລະດັບແຮງລົມ ແຕ່ 400-500 W/m2 ຂຶ້ນໄປ ເຊິ່ງເໝາະສົມກັບການພັດທະນາໄຟຟ້າແຮງລົມ.

ທ່ານ ປອ ດວ່ານວັນບິ່ງ, ຮອງປະທານ ສະພາວິທະຍາສາດຂະແຫນງສິ່ງແວດລ້ອມ - ພະລັງງານ, ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຖືວ່າ:

“ຄວາມສາມາດບົ່ມຊ້ອນດ້ານພະລັງງານ, ການພັດທະນາພະລັງງານທົດແທນຂອງ ນິງທ້ວນ ແມ່ນໃຫຍ່ຫລວງ. ໃນຊຸມປີຜ່ານມາ, ນິງທ້ວນ ໄດ້ມີບາດກ້າວໃຫຍ່ຫລວງ, ສຳຄັນທີ່ສຸດ ແລະ ມີແບບມີແຜນໃນການພັດທະນາພະລັງງານ. ແຂວງ ໄດ້ກໍ່ສ້າງບັນດາແຜນຮ່າງລະອຽດ, ມີລັກສະນະວິທະຍາສາດ ແລະ ຕົວຈິງສູງ ເພື່ອສ້າງຮູບແບບສູນພະລັງງານ, ພະລັງງານທົດແທນຢູ່ທ້ອງຖິ່ນ”.

ໄລຍະຜ່ານມາ, ນິງທ້ວນ ໄດ້ດຶງດູດວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ຫລາຍແຫ່ງຄື: ຮ່າໂດ, Trungnam Group, BIM Group; Hanbaram, ເຈື່ອງແທ່ງ, ທຽນເຕີນ.. ມາລົງທຶນ, ຂຸດຄົ້ນການພັດທະນາພະລັງງານທົດແທນ, ກາຍເປັນທ້ອງຖິ່ນຂຶ້ນກັບກຸ່ມນຳຫນ້າ ທົ່ວປະເທດກ່ຽວກັບການພັດທະນາພະລັງງານທົດແທນ. ທ່ານ ຮ່ວາງວັນຈຽນ ຜູ້ອຳນວຍການໂຮງງານໄຟຟ້າແຮງລົມ 7A, ກຸ່ມບໍລິສັດ ຮ່າໂດ ໃຫ້ຮູ້ວ່າ:

 “ກຸ່ມບໍລິສັດ ຮ່າໂດ ຮັບຮູ້ແຂວງ ນິງທ້ວນ ແມ່ນບ່ອນທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ ເພື່ອລົງທຶນໂຄງການໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ. ກຸ່ມບໍລິສັດພວກຂ້າພະເຈົ້າ ກໍ່ພວມສືບຕໍ່ຄົ້ນຄວ້າບາງໂຄງການຢູ່ ນິງທ້ວນ ເພື່ອຂໍອະນຸຍາດແຜນນະໂຍບາຍລົງທຶນ”.

ໃນຂະນະນັ້ນ ດ້ວຍບົດບາດແມ່ນນັກລົງທຶນຍຸດທະສາດຂອງແຂວງ ນິງທ້ວນ ດ້ວຍຫລາຍໂຄງການໃນຂົງເຂດພະລັງງານທົດແທນ, Trungnam Group ພວມຄົ້ນຄວ້າ ແລະ ພັດທະນາບາງກຸ່ມພະລັງງານສີຂຽວເພື່ອຜະລິດ hydrogen ສີຂຽວ ທັງຈຳຫນ່າຍຢູ່ພາຍໃນປະເທດ ແລະ ທັງສົ່ງອອກ. ທ່ານ ຫງວຽນເຕີມຕຽນ ຜູ້ອຳນວຍການໃຫຍ່ Trungnam Group ໃຫ້ຮູ້ວ່າ:

 “ນິງທ້ວນ ມີກຳລັງບົ່ມຊ້ອນກ່ຽວກັບພະລັງງານທົດແທນ, ມີນ້ຳ, ມີແສງຕາເວັນ ມີແຮງລົມ. ສະນັ້ນ ເປົ້າໝາຍຂອງພວກຂ້າພະເຈົ້າ ແມ່ນຍູ້ແຮງການຜະລິດ hydro. ໃນອະນາຄົດ ເປົ້າໝາຍຂອງພວກຂ້າພະເຈົ້າແຕ່ນີ້ຮອດປີ 2050 ແມ່ນກໍ່ສ້າງກຸ່ມພະລັງງານສີຂຽວ ລວມມີ: ໄຟຟ້າແສງຕາເວັນ, ໄຟຟ້າແຮງລົມ, ເຂື່ອນໄຟຟ້າ”.

ປະຈຸບັນ ນິງທ້ວນ ແມ່ນແຂວງຜັນຂະຫຍາຍພະລັງງານທົດແທນໃຫຍ່ກວ່າໝູ່ໃນທົ່ວ ປະເທດ ດ້ວຍ 57 ໂຄງການໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມໄດ້ນຳເຂົ້າເຄື່ອນໄຫວການຄ້າ ດ້ວຍຍອດກຳລັງການຜະລິດແມ່ນເກືອບ 3.750 mgW ເຊື່ອມຕໍ່ຕາຫນ່າງໄຟຟ້າແຫ່ງຊາດ. ປີກາຍ ຂົງເຂດພະລັງງານທົດແທນຄາດກວ່າ ກວມເອົາ 23% GRDP ແລະ ປະກອບສ່ວນ 24% ການເກັບລາຍຮັບງົບປະມານຂອງແຂວງ. ທ່ານ ຈິ້ງມິງຮວ່າງ ຮອງປະທານ ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໃຫ້ຮູ້ວ່າ:

 “ບັນດາໂຄງການພະລັງງານສະອາດ ໄດ້ດຶງດູດເງິນລົງທຶນຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລາຍ ປະກອບສ່ວນແກ້ໄຂວຽກເຮັດງານທຳ, ເພີ່ມມູນຄ່າການຜະລິດອຸດສາຫະກຳ, ຫັນປ່ຽນໂຄງປະກອບເສດຖະກິດຕາມທິດທັນສະໄຫມກວ່າ, ຫລຸດຜ່ອນການເອື່ອຍອີງຈາກ ກະສິກຳ ແລະ ຂຸດຄົ້ນຊັບພະຍາກອນເດີມ, ເພີ່ມລາຍຮັບ, ງົບປະມານໃຫ້ແກ່ທ້ອງຖິ່ນໃນທຸກປີປະມານ 1.000 ຕຶ້ດົ້ງ”.

ນິງທ້ວນ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ນຳພະລັງງານກາຍເປັນຂະແຫນງເສດຖະກິດປາຍແຫລມ - ảnh 2ໂຄງການໂຮງງານໄຟຟ້າແສງຕາເວັນ ເບົ່າຫງື ຢູ່ ຕາແສງ ເຟືອກຢິງ. (ພາບ: Công Thử/TTXVN)

ຈາກແຂວງ ມີເງື່ອນໄຂສະພາບອາກາດປ່ຽນແປງຮ້າຍແຮງ, ນິງທ້ວນ ໄດ້ຫັນທິດຍຸດທະສາດພັດທະນາ, ຫັນສິ່ງບໍ່ສະດວກຈາກແດດ ແລະ ລົມ, ຫັນເຂດດິນແຫ້ງແລ້ງກາຍເປັນຟາມໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, ສ້າງແຫລ່ງໄຟຟ້າສະອາດຮັບໃຊ້ຄວາມຕ້ອງການພັດທະນາເສດຖະກິດສັງຄົມ. ພິເສດ ໃນວັນທີ 25 ພະຈິກ ປີ 2024 ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ເປັນເອກະພາບແຜນນະໂຍບາຍເລີ່ມເຄື່ອນໄຫວໂຄງການໄຟຟ້າແຮງລົມ ນິງທ້ວນ ຄືນໃຫມ່ ແລະ ສືບຕໍ່ຄົ້ນຄ້ວາໂຄງການໄຟຟ້ານິວເຄຼຍ ຢູ່ ຫວຽດນາມ. ຄາດວ່າ ໂຮງງານໄຟຟ້ານິວເຄຼຍ ນິງທ້ວນ 1 ແລະ  2 ຈະນຳເຂົ້າເຄື່ອນໄຫວກ່ອນປີ 2035. ດ້ວຍແຜນນະໂຍບາຍ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໄດ້ເປີດກາລະໂອກາດເພ່ືອໃຫ້ ນິງທ້ວນ ກາຍເປັນເມືອງເອກດ້ານພະລັງງານຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ