ບັນດາສະຫະກອນກະສິກຳໂດຍແມ່ຍິງ ເຊີນລາ ເປັນເຈົ້າຂອງ

(VOVWORLD) - ສະຫະກອນ ອາຣາ - ໄຕ ກາເຟ, ຕາແສງ ເມື່ອງແຈງ ໄດ້ສ້າງເປັນຜະລິດຕະພັນຕ່າງໆທີ່ມີລົດຊາດພິເສດສະເພາະ, ໃນນັ້ນມີຜະລິດຕະພັນ ກາເຟ ອາຣາ - ໄຕ ທີ່ບັນລຸມາດຖານໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” (OCOP) 4 ດາວ ຂອງແຂວງ ເຊີນລາ.

 
ບັນດາສະຫະກອນກະສິກຳໂດຍແມ່ຍິງ ເຊີນລາ ເປັນເຈົ້າຂອງ - ảnh 1ເມັດກາເຟ ອາຣາບີກາ ຂອງເຂດພູຜາປ່າໄມ້ ໄຕບັກ
(ພາບ: baosonla.vn)

ໂດຍເປັນເຈົ້າຂອງຮູບແບບ, ເປັນເຈົ້າຮ່ວມສຳພັນ, ້າງເຄື່ອງໝາຍການຄ້າຜະລິດຕະພັນຜ່ານການປ່ຽນແປງໃໝ່, ປະດິດຄິດສ້າງ. ນັ້ນແມ່ນບັນດາແມ່ຍິງຜູ້ທີ່ເຄີຍເຮັດໄຮ່ໄຖນາ, ທຳການຜະລິດແບບດັ້ງເດີມ, ກາຍເປັນຫົວໜ້າສະຫະກອນ, ໜ່ວຍຮ່ວມມື, ຂະຫຍາຍບັນດາຮູບແບບເລີ່ມທຸລະກິດບັນລຸຜົນເລັດຢູ່ເຂດພູດອຍ ເຊີນລາ.

ຈາກເມັດກາເຟ ອາຣາບີກາ ຂອງເຂດພູຜາປ່າໄມ້ ໄຕບັກ, ສະຫະກອນ ອາຣາ - ໄຕ ກາເຟ, ຕາແສງ ເມື່ອງແຈງ ໄດ້ສ້າງເປັນຜະລິດຕະພັນຕ່າງໆທີ່ມີລົດຊາດພິເສດສະເພາະ, ໃນນັ້ນມີຜະລິດຕະພັນ ກາເຟ ອາຣາ - ໄຕ ທີ່ບັນລຸມາດຖານໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” (OCOP) 4 ດາວ ຂອງແຂວງ ເຊີນລາ. ທ່ານນາງ ເກິ່ມທິມ່ອນ, ຫົວໜ້າສະຫະກອນ ໃຫ້ຮູ້ວ່າ ນັບແຕ່ເມື່ອສ້າງຕັ້ງຂຶ້ນ ແຕ່ປີ 2020, ສະຫະກອນໄດ້ຝັກໄຝ່ສ້າງເຄື່ອງໝາຍການຄ້າກາເຟຕິດພັນກັບເຂດດິນແດນ, ມະນຸດ, ຄວາມງາມທີ່ເປັນມູນເຊື້ອຂອງ ເຊີນລາ, ເຂດ ໄຕບັກ.

“ທຳມະຊາດ, ອາກາດໄດ້ອຳນວຍຄວາມສະດວກເພື່ອໃຫ້ ເຊີນລາ ປູຕົ້ນກາເຟ ອາຣາບີກາ ນີ້. ພວກຂ້ພະເຈົ້າໄດ້ເລືອເອົາຊື່ຂອງສະຫະກອນ ອາຣາ - ໄຕ ກາເຟ, “ອາຣາ” ແມ່ນຂຽນຫຍໍ້ຂອງ ອາຣາບີກາ, “ໄຕ” ມີຄວາມາຍວ່າ ແມ່ນຊາວເຜົ່າຜູ້ໄທ, ແມ່ນຝາມືຖະນຸຖະໜອມຂອງແມ່ຍິງ, ແມ່ນ ໄຕບັກ…”

ທ່ານນາງ ເກິ່ມທິມ່ອນ ພ້ອມກັບບັນດາແມ່ຍິງຊາວເຜົ່າຜູ້ໄທ ຢູ່ແຫ່ງນີ້ ບໍ່ພຽງແຕ່ “ຮ່ວມມື” ສ້າງຕັ້ງສະຫະກອນ, ຫາກຍັງຮ່ວມສຳພັນກັບຊາວກະສິກອນ 300 ຄອບຄົວເພື່ອສ້າງເປັນຕ່ອງໂສ້ການຜະລິດຢ່າງແໜ້ນແຟ້ນ, ປ່ຽນແປງຈິນຕະນາການ, ວິທີເຮັດເທື່ອລະກ້າວ, ມຸ່ງໄປເຖິງການຜະລິດຜະລິດຕະພັນກາເຟທີ່ເປັນເອກະລັກສະເພາະ, ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ. ທ່ານນາງ ເກິ່ນທິມ່ອນ, ແບ່ງປັນວ່າ:

“ໃນເມື່ອກ່ອນ, ພວກຂ້າພະເຈົ້າປູກກາເຟ, ເກັບກູ້, ປຸງແຕ່ງເບື້ອງຕົ້ນຕາມແບບຫັດຖະກຳ… ສະນັ້ນ ຄຸນນະພາບ, ຄືລາຄາບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້. ນັບແຕ່ເມື່ອສ້າງຕັ້ງສະຫະກອນຂຶ້ນ ແມ່ນໄດ້ປູກ ແລະ ປຸງແຕ່ງກາເຟເປັນສິນພິເສດ, ຍົກມູນຄ່າສູງຂຶ້ນໃຫ້ບັນດາຄອບຄົວ… ປະຈຸບັນ, ຕົ້ນກາເຟແມ່ນຕົ້ນປູກຫຼັກຂອພໍ່ແມ່ປະຊາຊົນ, ຊ່ວຍໃຫ້ພໍ່ແມ່ປະຊາຊົນພັດທະນາເສດຖະກິດ, ມີເຮືອນຊານໂຫຍ່ໂຕສວຍງາມ, ລູກຫຼານໄດ້ໄປໂຮງຮຽນ, ບໍ່ປະສົບກັບຄວາມຫຍຸ້ງຍາກຄືດັ່ງຍາມູກສາລີ, ປູກມັນຕົ້ໃນເມື່ອກ່ອນ…”.

ກໍ່ຈາກຄວາມສາມາດບົ່ມຊ້ອນ ທີ່ມີຢູ່ແລ້ວກ່ຽວກັບສະໝູນໄພຂອງທ້ອງຖິ່ນ, ເອື້ອຍ ຮ່າທິທ້ວນ, ຢູ່ຕາແສງ ເຕື່ອງຮະ, ແຂວງ ເຊີນລາ ໄດ້ລົງທຶນຄົ້ນຄວ້າ, ຮ່ຳຮຽນ ແລະ ຜະລິດບັນດາຜະລິດຕະພັນຢາສະໝູນໄພປອດໄພສຳເລັດ ເພື່ອເບິ່ງແຍງດູແລສຸຂະພາບຢູ່ທ້ອງຖິ່ນຂອງຕົນ.

“ຂ້າພະເຈົ້າເຄີຍເປັນພະຍາດຕັບແຂງໄລຍະ 2 ແລະ ໄດ້ນຳໃຊ້ຢາຫຼາຍຊະນິດແລ້ວ, ໃນນັ້ນ ມີຕົ້ນຊ້າປ່າ (helicteres hirsuta Lour). ພາຍຫຼັງນຳໃຊ້ຫັນວ່າມີປະສິດທິຜົນ ແລະ ພະຍາດກໍ່ຄ່ອຍໆດີຂຶ້ນຂ້າພະເຈົ້າກໍ່ຄິດເຖິງເລື່ອງນຳໃຊ້ຕົ້ນຊ້າປ່ານີ້ ເພື່ອປິ່ນປົວພະຍາດໃຫ້ຍາດຕິພີ່ນ້ອງໃນອບຄົວ ແລະ ເພື່ອບ້ານ. ສະນັ້ນ, ຂ້າພະເຈົ້າຈຶ່ງຕົກລົງຜະລິດເປັນຜະລິດຕະພັນສະໝູນໄພນີ້”.

ບັນດາສະຫະກອນກະສິກຳໂດຍແມ່ຍິງ ເຊີນລາ ເປັນເຈົ້າຂອງ - ảnh 2ບັນດາສະຫະກອນໂດຍແມ່ຍິງເປັນເຈົ້າຂອງໄດ້ປະກອບສ່ວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຊຸກຍູ້ການພັດທະນາເສດຖະກິດຢູ່ບັນດາບໍລິເວນໃນເຂດພູສູງ
(ພາບ:baosonla.vn)

ຈາກການຮັບໃຊ້ຕົນເອງ ແລະ ຄອບຄົວ, ປີ 2019, ເອື້ອຍ ຮ່າທິທ້ວນ ໄດ້ຕັດສິນໃຈເລີ່ມທຸລະກິດ, ສ້າງຕັ້ງສະຫະກອນຕາແສງ ອວຽນທ້ວນ. ທ້າຍປີ 2020, ຜະລິດຕະພັນ ກາວ ອານຊວາ ຂອງສະຫະກອນໄດ້ຮັບການຮັບຮອງເປັນ OCOP 4 ດາວ ຂັ້ນແຂວງ,ພ້ອມກັນນັ້ນແມ່ນຜະລິດຕະພັນສະໝູນໄພຫຼາຍປະເພດ ຄື: ກາວ ດີຕໍ່ເລືອດ, ຊາ ຊ້າປ່າ, ຢາສະຜົມສະໝູນໄພ… ໃນນັ້ນ, ມີ 3 ຜະລິດຕະພັນບັນລຸມາດຕະຖານ OCOP 3 ດາວ. ເອື້ອຍ ຮ່າທິທ້ວນ, ແບ່ງປັນວ່າ:

“ພາຍຫຼັງລິດອອກເປັນສິນຄ້າແລ້ວ, ຂ້າພະເຈົ້າໄດ້ແບ່ງປັນກັບພໍ່ແມ່ປະຊາຊົນຫຼາຍຄົນ, ຫຼາຍຄົນກໍ່ໄດ້ມາ ແລະ ເຫັນວ່າຜະລິດຕະພັນນີ້ມີປະໂຫຍດ, ສະນັ້ນ ຂ້າພະເຈົ້າໄດ້ນຳເອົາຜະລິດຕະພັນນີ້ອອກສູ່ຕະຫຼາດ. ຫຼັງຈາກນັ້ນ, ຢູ່ທ້ອງຖິ່ນກໍ່ມີໂຄງການ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ OCOP, ສະນັ້ນ, ຂ້າພະເຈົ້າໄດ້ຈົດທະບຽນ ແລະ ເຂົ້າຮ່ວມການຈັດອັນດັບໃຫ້ຜະລິດພັນດັ່ງກ່າວ. ຕ້ອງມີຸນນະພາບ ແລະ ເຄື່ອງໝາຍການຄ້າ, ຜະລິດຕະພັນຈຶ່ງເຂົ້າເຖິງຜູ້ບໍລິໂພກໄດ້”.

ເລື່ອງລາວຂອງສະຫະກອນ ອາຣາ - ໄຕ ກາເຟ ແລະ ສະຫະກອນ ອຽນທ້ວນ ພຽງແຕ່ແມ່ນສອງໃນຈຳນວນສະຫະກອນ, ໜ່ວຍຮ່ວມມືເກືອບ 30 ແຫ່ງໂດຍແມ່ຍິງເປັນເຈົ້າຂອງ, ຜະລິດ ແລະ ຈຳໜ່າຍຜະລິດຕະພັນທີ່ປອດໄພໃນບໍລິເວນແຂວງ ເຊີນລາ. ເພື່ອໃຫ້ຂະບວນການເລີ່ມທຸລະກິດໃນສະຫະພັນແມ່ຍິງນັບມື້ນັບຂະຫຍາຍຢ່າງເລິກເຊິ່ງ, ກວ້າງຂວາງ, ຄະນະປະຕິບັດງານແມ່ຍິງ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ເຊີນລາ, ພວມສຸມໃສ່ມາດຕະການຕ່າງໆເພື່ອໜູນຊ່ວຍສະມາຊິກ, ແມ່ຍິງຍົກສູງລະດັບຄວາມຮູ້, ນຳໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກເຂົ້າໃນການຜະລິດ ແລະ ການດຳລົງຊີວິດ…

ບັນດາສະຫະກອນໂດຍແມ່ຍິງເປັນເຈົ້າຂອງ, ພ້ອມກັບບັນດາໂຄງການເລີ່ມທຸລະກິດທີ່ມີປະສິດທິຜົນນັ້ນ ໄດ້ປະກອບສ່ວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຊຸກຍູ້ການພັດທະນາເສດຖະກິດຢູ່ບັນດາບໍລິເວນໃນເຂດພູສູງ, ເຂດຊາຍແດນ, ເຂດຊົນເຜົ່າສ່ວນໜ້ອຍຢູ່ແຂວງ ເຊີນລາ, ທັງແມ່ນຫຼັກຖານພິສູດໃຫ້ເຫັນຄວາມຄາດຫວັງຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນຂອງເອື້ອຍນ້ອງແມ່ຍິງຢູ່ເຂດພູດອຍ.

ຕອບກັບ

ຂ່າວ/ບົດ​ອື່ນ