ພັດທະນາເສດຖະກິດພາກເອກະຊົນ ແມ່ນໄມ້ງັດໃຫ້ແກ່ ຫວຽດນາມ ວັດທະນາຖາວອນ

(VOVWORLD) - ເສດຖະກິດພາກເອກະຊົນຢູ່ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ກາຍເປັນຫນຶ່ງໃນບັນດາ ເສົາຄ້ຳແຖວຫນ້າຂອງພື້ນຖານເສດຖະກິດ. ເສດຖະກິດພາກເອກະຊົນ ແມ່ນກຳລັງຫນູນສຳຄັນ ທີ່ສຸດເພື່ອຊຸກຍູ້ການເຕີບໂຕເສດຖະກິດແຫ່ງຊາດ ແມ່ນໄມ້ງັດໃຫ້ແກ່ ຫວຽດນາມ ວັດທະນາຖາວອນ.

ພັດທະນາເສດຖະກິດພາກເອກະຊົນ ແມ່ນໄມ້ງັດໃຫ້ແກ່ ຫວຽດນາມ ວັດທະນາຖາວອນ - ảnh 1ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍ "ພັດທະນາເສດຖະກິດພາກເອກະຊົນ." Ngọc Anh/VOV5

ປະຈຸບັນ ຢູ່ ຫວຽດນາມ ມີເກືອບ 1 ລ້ານ ວິສາຫະກິດ ແລະ ມີປະມານ 5 ລ້ານຄອບຄົວດຳເນີນທຸລະກິດເອກະຊົນ. ເສດຖະກິດພາກເອກະຊົນ ປະກອບສ່ວນເຂົ້າ GDP ປະມານ 51%, ງົບປະມານແຫ່ງລັດ ກວ່າ 30%, ສ້າງວຽກເຮັດງານທຳໃຫ້ແກ່ 40 ລ້ານຄົນ ກວມເອົາກວ່າ 82% ຍອດຈຳນວນຜູ້ອອກແຮງງານໃນພື້ນຖານເສດຖະກິດ.

ໃນການພັດທະນາເສດຖະກິດພາກເອກະຊົນ, ລັດ ຫວຽດນາມ ໄດ້ມີການປ່ຽນແປງວິທີການຄຸ້ມຄອງຢ່າງແຮງ ຫັນຈາກກົນໄກຄຸ້ມຄອງວິສາຫະກິດໄປຍັງກົນໄກ ຮັບໃຊ້ວິສາຫະກິດ. ພິເສດ ມະຕິເລກທີ 68-NQ/TW ຂອງກົມການເມືອງ ທີ່ໄດ້ປະກາດໃຊ້ໃນວັນທີ 4 ພຶດສະພາ ປີ 2025 ກ່ຽວກັບການພັດທະນາ ເສດຖະກິດພາກເອກະຊົນ ໄດ້ເປີດອອກແຫລ່ງກຳລັງສຳຄັນຂອງປະເທດຊາດ. ທ່ານ ປອ ຫວໍຈິແທ່ງ, ອະດີດຮອງຫົວຫນ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ ໃຫ້ຮູ້ວ່າ:

“ມະຕິເລກທີ 68 ໄດ້ຮັບຮູ້ ວິສາຫະກິດພາກເອກະຊົນ ແມ່ນກຳລັງຫນູນສຳຄັນທີ່ສຸດ. ເວົ້າເຖິງເສດຖະກິດການຕະຫລາດ ແນ່ນອນວ່າເສດຖະກິດພາກເອກະຊົນແມ່ນໃຈກາງຂອງ ເສດຖະກິດການຕະຫລາດ. ການເຕີບໂຕແບບຍືນຍົງ, ກວມລວມ ແລະ ເສດຖະກິດສີຂຽວ ແລະ ການຫັນເປັນດິຈິຕອນແມ່ນຄວາມເປັນຕາຍ”.

ເມື່ອເວົ້າເຖິງວິສາຫະກິດ, ທ່ານ ເລຫວຽດຫາຍ ປະທານ ກຸ່ມບໍລິສັດກໍ່ສ້າງ ຮວ່າບິ່ງ ຖືວ່າ:

 “ມະຕິເລກທີ 68 ເຕຶ້ອງເຖິງການພັດທະນາເສດຖະກິດພາກເອກະຊົນ ແມ່ນນະໂຍບາຍອັນຖືກຕ້ອງ ແລະ ຕ້ອງພັດທະນາຢ່າງຂ້ຽວຂາດ. ບົດຮຽນຂອງ ສ.ເກົາຫລີ ກໍ່ມີຄວາມໝາຍທີ່ສຸດ. ຫວຽດນາມ ອາດຈະຖອດຖອນບົດຮຽນຈາກ ສ.ເກົາຫລີ. ລັດຖະບານ ສ.ເກົາຫລີ ໄດ້ຫນູນຊ່ວຍກຸ່ມບໍລິສັດ Huyndai ຜ່ານຜ່າວິກິດການ. ລັດຖະບານ ຄວນນຳໃຊ້ນະໂຍບາຍຫນູນຊ່ວຍໃຫ້ແກ່ບັນດາວິສາຫະກິດແຖວຫນ້າ”.

ຖ້າຫາກມີສະພາບແວດລ້ອມພັດທະນາຢ່າງສະດວກ, ວິສາຫະກິດພາກເອກະຊົນ ຫວຽດນາມ ອາດຈະໄປໄກກວ່າ, ແກ້ງແຍ້ງແບບຊື່ກົງຈະແຈ້ງໃນໂລກ. ທ່ານ ຈິ້ງບາຢູ໋ງ ຜູ້ອຳນວຍການໃຫຍ່ບໍລິສັດ ຫຸ້ນສ່ວນ ຊາວດ່າລາດ ໃຫ້ຮູ້ວ່າ:

“ວິສາຫະກິດບໍ່ຕ້ອງການແຫລ່ງທຶນຈາກລັດ ຫາກຢາກໃຫ້ລັດເອື້ອອຳນວຍຄວາມສະດວກ, ມີກົນໄກເພື່ອເສີມຂະຫຍາຍ. ພວກເຮົາຈົ່ງເລີ່ມຕົ້ນຈາກກຳລັງແຮງພາຍໃນຂອງບັນດາ ວິສາຫະກິດຂະຫນາດກາງ ແລະ ນ້ອຍ ແຕ່ນັ້ນແມ່ນບັນດາວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນ. ໃນຕົວຈິງ, ຢູ່ໃນໂລກມີຫລາຍວິສາຫະກິດໃຫຍ່ໄດ້ປະສົບຜົນສຳເລັດໂດຍເລີ່ມມາຈາກການເປັນ ວິສາຫະກິດຂະຫນາດກາງ”.

ມີບາງວິສາຫະກິດພາກເອກະຊົນ ຫວຽດນາມ ປະຈຸບັນໄດ້ສ້າງເຄື່ອງໝາຍທີ່ມີອິດທິພົນຊື່ສຽງ ຢັ້ງຢືນທີ່ຕັ້ງຢູ່ພາກພື້ນ ແລະ ໃນຕະຫລາດສາກົນຄື: Vingroup, VinFast, Sungroup, Thaco, Vinamilk… ເສດຖະກິດພາກເອກະຊົນພ້ອມກັບເສດຖະກິດແຫ່ງລັດ, ເສດຖະກິດລວມໝູ່ ແມ່ນ ເຕົ້າໂຮມກຳລັງຫລັກແຫລ່ງເພື່ອສ້າງພື້ນຖານເສດຖະກິດພາກເອກະຊົນເປັນເຈົ້າ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ທ່ານ ສາດສະດາຈານ ປອ ຫງວຽນມ້າຍ, ປະທານ ສະຫະສະມາຄົມການຮ່ວມມືຕ່າງປະເທດ ຖືວ່າ:

“ເພື່ອສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນຕ້ອງກະຕຸກຊຸກຍູ້ທັງເສດຖະກິດ ລັດວິສາຫະກິດ ແລະ ເສດຖະກິດພາກເອກະຊົນພາຍໃນປະເທດ. ໂດຍມຸ່ງໄປເຖິງການນຳເສດຖະກິດພາກເອກະຊົນພາຍໃນປະເທດ ແລະ ລັດວິສາຫະກິດ ໃຫ້ເພີ່ມຂຶ້ນເຖິງ 55% ແມ່ນເວລານັ້ນພວກເຮົາຈິ່ງມີພື້ນຖານເສດຖະກິດເປັນເຈົ້າຕົນເອງ. ປັດຈຸບັນ ວິສາຫະກິດພາກເອກະຊົນ ຫວຽດນາມ ໄດ້ມີກຳລັງແຮງຢ່າງພຽງພໍເພື່ອດຳເນີນກິດຈະກຳດ້ານພື້ນຖານໂຄງລ່າງ, ເຕັກໂນໂລຢີ, ການບໍລິການ... ທີ່ສຳຄັນ ຈຳນວນຫນຶ່ງ ເຊິ່ງໃນ 15 ປີກ່ອນ ບັນດາກິດຈະກຳດັ່ງກ່າວ ໂດຍແມ່ນວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ດຳເນີນການເປັນຕົ້ນ”.

ພັດທະນາເສດຖະກິດພາກເອກະຊົນ ແມ່ນໄມ້ງັດໃຫ້ແກ່ ຫວຽດນາມ ວັດທະນາຖາວອນ - ảnh 2ບັນດາຜູ້ແທນ ຖ່າຍຮູບນຳກັນ ທີ່ການໂອ້ລົມສົນທະນາ. Ngọc Anh/VOV5

ໃນສະພາບການປະຕິວັດອຸດສາຫະກຳ 4.0 ແລະ ປັນຍາປະດິດ AI ນັບມື້ນັບກະທົບຢ່າງແຮງເຖິງເສດຖະກິດ, ສັງຄົມນັ້ນ, ການຫັນເປັນດິຈິຕອນໄດ້ສວມບົດບາດເປັນຕາຍຂອງວິສາຫະກິດ. ທ່ານ ສາດສະດາຈານ ຫງວຽນດິງທັງ, ຮອງປະທານ ສະມາຄົມການສື່ສານດິຈິຕອນ ຫວຽດນາມ ຢັ້ງຢືນວ່າ:

“ການຫັນເປັນດິຈິຕອນ ແມ່ນປັດໄຈສຳຄັນທີ່ສຸດ, ເພື່ອຍົກສູງກຳລັງຄວາມສາມາດ ແກ້ງແຍ່ງຂອງວິສາຫະກິດ, ໃນນັ້ນ ມີວິສາຫະກິດພາກເອກະຊົນ. ວິສາຫະກິດພາກເອກະຊົນ ພວມຄ່ອຍມີຍຸດທະສາດຢ່າງຄົບຖ້ວນ, ມີເປົ້າໝາຍຈະແຈ້ງ, ເດີນໄປຕາມແຕ່ລະບາດກ້າວ, ມີການປ່ຽນແປງວິິທີເຮັດ. ຕ້ອງລົງທຶນເຕັກໂນໂລຊີແນວໃດໃຫ້ເໝາະສົມ, ກໍ່ສ້າງພື້ນຖານໂຄງລ່າງເຕັກໂນໂລຊີໃຫ້ແກ່ຕົນເອງ”.

ຫວຽດນາມ ວາງຄາດໝາຍຮອດປີ 2030 ມີ 2 ລ້ານວິສາຫະກິດເຄື່ອນໄຫວ, ມີຢ່າງຫນ້ອຍສຸດ 20 ວິສາຫະກິດໃຫຍ່ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ປະກອບສ່ວນເຂົ້າ GDP ແຕ່ 55 - 58%. ວິໄສທັດຮອດປີ 2045 ເສດຖະກິດພາກເອກະຊົນ ຫວຽດນາມ ຈະພັດທະນາວ່ອງໄວ, ເຂັ້ມແຂງ, ໝັ້ນຄົງ ເປັນເຈົ້າການເຂົ້າຮ່ວມລະບົບການຜະລິດ, ການສະຫນອງທົ່ວໂລກ, ມີກຳລັງຄວາມສາມາດແກ້ງແຍ່ງສູງໃນພາກພື້ນ ແລະ ສາກົນ. ສູ້ຊົນຮອດປີ 2045 ມີຢ່າງຫນ້ອຍສຸດ 3 ລ້ານວິສາຫະກິດ, ປະກອບສ່ວນເຂົ້າ GDP 60%./.

ຕອບກັບ

ຂ່າວ/ບົດ​ອື່ນ