ວິສາຫະກິດຂາຍຍ່ອຍຫວຽດນາມມານະພະຍາຍາມເພື່ອເຊື່ອມໂຍງ ແລະ ພັດທະນາ


(vovworld)- ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ຂອງ​ຫວຽດ​ນາມ, ນັບ​ແຕ່​ວັນ​ທີ 11/1/2015 ເປ​ັນ​ຕົ້ນ​ໄປ, ບັນ​ດາ​ບໍ​ລິ​ສັດຂາຍ​ຍ່ອຍ​ຕ່າງ​ປະ​ເທດ ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດດ້ວຍທຶນ 100% ຢູ່ ຫວຽດ​ນາມ, ແທນ​ທີ່​ລະ​ດັບ​ສູງ​ສຸດ 50% ຄື​ປະ​ຈຸ​ບັນ. ​ນັບແຕ່​ຈຸດ​ເວ​ລານີ້ ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​​ຫວຽດ​ນາມ  ​ຕ້ອງແກ້ງ​ແຍ້ງ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່ຕະ​ຫລາດ​ພາຍ​ໃນ​ປະ​ເທດ. ສະ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ຫວຽດ​ນາມ ຄວນ​ເຮັດ​ສິ່ງ​ໃດ​​ເພື່ອ​ດຶງ​ດູດ​ລູກ​ຄ້າ, ເພີ່​ມ​ອັດ​ຕາ​ສ່ວນ​ຕະ​ຫລາດ ແລະ ຍາດ​ໄຊ​ຊະ​ນະ​ທີ່​ຕະ​ຫລາດ​ພາຍ​ໃນ​ປະ​ເທດ.

ວິສາຫະກິດຂາຍຍ່ອຍຫວຽດນາມມານະພະຍາຍາມເພື່ອເຊື່ອມໂຍງ ແລະ ພັດທະນາ - ảnh 1
ພາບ​ປະ​ກອບ:internet

        ໄລ່​ມາ​ຮອດ​ປີ 2013, ບັນ​ດາ​ວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ຕ່າງ​ປະ​ເທດ ກວມກວ່າ 40% ໃນ​ຍອດ​ຈຳ​ນວນ​ຮ້ານ​ສັບ​ພະ​ສິນ​ຄ້າ 700 ແຫ່ງ​ຂອງ​ຫວຽດ​ນາມ. ນອກ​ຈາກ​ບັນ​ດາ​ຮ້ານ​ສັບ​ພະ​ສິນ​ຄ້າ ຍັງ​ມີສູນ​ການ​ຄ້າ​ຮ່ວມ​ມື, ຮ່ວມ​ສຳ​ພັນ ກັບ​ບັນ​ດາ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ສາ​ກົນ 31ແຫ່ງ ໃນ​ຍອດ​ຈຳ​ນວນ 125 ແຫ່ງ.  ປະ​ຈຸ​ບັນ ມີ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ຂອງ​ຕ່າງ​ປະ​ເທ​ດ​ຫລາຍ​ແຫ່ງ​ຄື: ກຸ່ມ​ບໍ​ລິ​ສັດ​ຂາຍ​ຍ່ອຍ Big C, Metro, Lottemart, Takashimaya, Index Living Mall… ໄດ້ ແລະ ພວມ​ເປີດກວ້າງ​ການ​ລົງ​ທຶນ​ຢ​ູ່ ​ຫວຽດ​ນາມ. ສິ່ງ​ດັ່ງ​ກ່າວ​ແມ່ນ​ວາງ​ອອກ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳ​ລັບ​ບັນ​ດາ​ວິ​ສ​າ​ຫະ​ກິດ​ຂາຍ​ຍ່ອຍ​ພາຍ​ໃນ​ປະ​ເທດ. ທ່ານ ຟ້າມ​ຮ່າ​ດົງ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ Intimex ຫວຽດ​ນາມ ໃຫ້​ຮູ້​ວ່າ: ໃນ​ແຜນ​ການ​ສ້າງ​ໂຄງ​ປະ​ກອບວິ​ສາ​ຫະ​ກິດ​ຄືນ​ໃຫມ່, ວິ​ສາ​ຫະ​ກິດ ຫວຽດ​ນາມ​ຈະ​ສຸມ​ໃສ່​ເຂົ້າ​ບັນ​ດາ​​ຮ້ານ​ສັບ​ພະ​ສິນ​ຄ້າ​ມີ​ເນື້ອ​ທີ່​ເໝາະ​ສົມ ແລະ ເປີດ​ບັນ​ດາ​ຮ້ານ​​ຄ້າ​​ທີ່​ມີ​ຄວາມສະ​ດວກ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ບັນ​ດາ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ພາຍ​ໃນ​ປະ​ເທດ ​ຢາກ​ມີ​ມາດ​ຕະ​ການ​ຫນູນ​ຊ່ວຍ​ຂອງ​ລັດ ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ​ໃຫ້​ເໝາະ​ສົມ​ເພື່ອ​ແກ້ງ​ແຍ້ງ​ກັບ​ບັນ​ດາ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ຂອງ​ຕ່າງ​ປະ​ເທດ, ຮັກ​ສາ​ອັດ​ຕາ​ສ່ວນ​ຕະ​ຫລາດ​ພາຍ​ໃນ​ຢ່າງ​ໝັ້ນ​ຄົງ.

        “ຖ້າ​ຫາກ​ລາ​ຄາເຊົ່າ​ທີ່​ດິນ​ເພີ່ມ​ຂຶ້ນ​ແຕ່ 3-5 ເທົ່າ ເມື່ອ​ທຽບ​ໃສ່​ລາ​ຄາ​ເຊົ່າ​ກ​ອ່ນນີ້, ວິ​ສາ​ຫະ​ກິດ​​ຈະປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ສະ​ນັ້ນ ລັດ​ຄວນ​ພິ​ຈາ​ລະ​ນາ​ລາ​ຄາ​ນຳ​ໃຊ້​ທີ່​ດິນ​ກໍ​ຄ​ື​ລາ​ຄາ​ເຊົ່າ​ເຮືອນ​ຂອງ​ລັດ ເພື່ອ​ຫນູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຮັບ​ປະ​ກັນ​ລັກ​ສະ​ນະ​ແກ້ງ​ແຍ້ງ. ພິ​ເສດ ບັນ​ດາ​ວິ​ສາ​ຫະ​ກິ​ດ​ຄື​ບໍ​ລິ​ສັດ​ຂ້າ​ພະ​ເຈົ້າ​ພວມ​ຖືກກຳ​ລັງ​ດັນ​ແກ້ງ​ແຍ້ງ​ຈາກບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ຕ່າງ​ປະ​ເທດ​ພວມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ປີນີ້ ແລະ ປີ 2015 ​ເຂົາ​ເຈົ້າຈະ​ລົງ​ທຶນ​ຫລາຍກວ່າ.”

ວິສາຫະກິດຂາຍຍ່ອຍຫວຽດນາມມານະພະຍາຍາມເພື່ອເຊື່ອມໂຍງ ແລະ ພັດທະນາ - ảnh 2
ສູນ​ການ​ຄ້າ BigC
ພາບ:internet

ດ​ຣ ຫງວຽນ​ດີງ​ກູງ, ຫົວ​ຫ​ນ້າ​ສະ​ຖາ​ບັນ​ຄົ້​ນ​ຄ້​ວາ​ກາ​ນ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ ໃຫ້​ຮ​ູ້​ວ່າ ເພື່ອ​ສ້າງກອບ​ກົດ​ໝາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂາຍ​ຍ່ອຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ລັດ​ຄວນ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ການ​ຂາຍ​ຍ່ອຍ ພ້ອມ​ທັງ​ເພີ່ມ​ເຕີມ, ປັບ​ປຸງ​ກົດ​ໝາຍ​ແກ້ງ​ແຍ້ງ​ໃນ​ບັນ​ຫາ​ການ​ຄ້າ, ຕ​້ານ​ການ​ປ່​ຽນ​ລາ​ຄາ. ນອກນັ້ນ ຄວນ​ວາງ​ແຜນ​ກຳ​ນົດ​ເຄືອ​ຂ່າຍ​ຂາຍ​ຍ່ອຍ​ທົ່ວ​ປະ​ເທດ, ບຳ​ລຸງ​ສ້າງ​ແຫລ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ລະ​ບົບ​ຂາຍ​ຍ່ອຍ​ ແລະ ຫລຸດ​ຜ່ອນ​ລາຍ​ຈ່າຍຂອດ​ກາງ. ຄຽງ​ຄູ່​ກັນ​ນັ້ນ ບັນ​ດາ​ອົງ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ, ວິ​ສາ​ຫະ​ກິດ, ຮ່ວມ​ສຳ​ພັນ​ການ​ຜະ​ລິດ ແລະ ຈຳ​ຫ​ນ່າຍ ຕ້ອງ​ສ້າງ​ກຳ​ລັງ​ແຮງ​ຢ່າງ​ຄົບ​ຊຸດ ຈຶ່ງ​ສາ​ມາດ​ແກ້ງ​ແຍ້ງ​ກັບ​ບັນ​ດາ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ຕ່າງ​ປະ​ເທດ​ໄດ້. ດ​ຣ ຫງວຽນ​ດີງ​ກູງ ຖື​ວ່າ:

        “ກຳ​ລັງ​ດັນ​ແກ້ງ​ແຍ້ງບ​ໍ່​ພຽງ​ແຕ່​ສຳ​ລັບ​ບໍ​ລິ​ສັດ​ຂາຍ​ຍ່ອຍ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທັງ​ໝົດອີກ​ດ້ວຍ. ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເຂັ້ມ​ແຂງກວ່າ. ຖ້າ​ຖື​ວ່າ ການ​ດຳ​ເນີນ​ທຸ​ລະ​ກິດ​ແມ່ນ​ສະ​ຫ​ນາມ​ຮົບ, ວິ​ສາ​ຫະ​ກິດ​ແມ່ນ​ນັກ​ຮົບ, ລັດ​ແມ່ນ​ແນວ​ຫລັງ. ​ເວ​ລານັ້ນ ແນວ​ຫລັງ​ແມ່ນສວມ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ.”

        ຄາດ​ຄະ​ເນ​ວ່າ ຮອດ​ປີ 2020, ທົ່ວ​ປະ​ເທດ ຈະ​ມີ​ຮ້ານ​ສັບ​ພະ​ສິ​ນ​ຄ້າປະ​ມານ 1200 – 1300 ແຫ່ງ, ສູນ​ການ​ຄ້າ 180 ແຫ່ງ, ອັດ​ຕາ​ສ່​ວນ​ຂາຍ​ຍ່ອຍ​ສິນ​ຄ້າ​ຜ່ານ​ເຄືອ​ຂ່າຍ​ສັບ​ພະ​ສິນ​ຄ້າ, ສູນ​ການ​ຄ້າ ຈະ​ກວມ​ເອົາ 45% ຍອດ​ລະ​ດັບ​ຂາຍ​ຍ່ອຍ​ສິນ​ຄ້າ​ສັງ​ຄົມ. ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຂອງ​ຕະ​ຫລາດ​ຂາຍ​ຍ່ອຍ​ຂອງ​ຫວຽດ​ນາມ ແມ່ນ​ໃຫ​ຍ່​ຫລວງ ແຕ່​ຄວາມ​ຈິງ ດ້ວຍ​ບັນ​ດາ​ຄວາມ​ຈຳ​ກັດ​ບາງ​ຢ່າງ, ບັນ​ດາ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ພາຍ​ໃນ​ປະ​ເທດ ຈະ​ຖືກວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ແກ້ງ​ແຍ້ງ​ຢ່າງ​​ແຮງ​ທີ່​ຕະ​ຫລາດ​ພາຍ​ໃນ​ປະ​ເທດ. ທ່ານ ຫວູ​ວີງ​ຟູ, ປະ​ທານ​ສະ​ຫະ​ສະ​ມ​າ​ຄົມ​ຮ້ານສັບ​ພະ​ສິນ​ຄ້າ​ຮ່າ​ໂນ້ຍ ຖື​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ພາຍ​ໃນ​ປະ​ເທດ ຕ້ອງ​ປ່ຽນ​ແປງ​ຍຸດ​ທະ​ສາດ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ເໝາະ​ສົມ​ເພື່ອ​ດຶງ​ດູດ​ລູກ​ຄ້າ ແລະ ເພີ່ມ​ອັດ​ຕາ​ສ່ວນ. ສິ່ງ​ສຳ​ຄັນ​ນັ້ນ​ແມ່ນ ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​ເຂົ້າ​ໃຈ​ໄດ້​ວ່າ ຕົນ​ເອງ​ຍັງ​ອ່ອນດ​ອ້ຍ​ຢູ່​ຂອດ​ໃດ ເພື່ອ​ມີ​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ເໝາະ​ສົມ.

        “ໃນ​ຂະ​ນ​ະ​ທີ່​ກຳ​ລັງ​ດັນ​ແກ້ງ​ແຍ້ງກວມ​ອັດ​ຕາ​ສ່ວນ​ຕະ​ຫລາດ​ຂາຍ​ຍ່ອຍ​ນັບ​ມ​ື້​ນັບ​ຮ້າຍ​ແຮງ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ບໍ່​ທັນ​ມີ​ຍຸດ​ທະ​ສາດ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂາຍ​ຍ່ອຍ​ນັບ​ທັງ​ສາມ​ຂັ້ນ​, ຂັ້ນ​ລັດ, ຂະ​ແຫນງ ແລະ ວິ​ສາ​ຫະ​ກິດ. ​ນອກນັ້ນ ພວກ​ເຮົາຂາດ​ເຂີນ​ກ່ຽວ​ກັບ​ທຶນ​ຮອນ, ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດບໍ່​ທັນ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ເປັນ​ລະ​ບົບ, 50-60% ບໍ່​ທັນ​ໄດ້​ຮ​ັບ​ການ​ບຳ​ລຸງ​ສ້າງ, ລະ​ບົບ​ຮ້ານ​ສັບ​ພະ​ສິນ​ຄ້າ​ຂາຍ​ຍ່ອຍຂາດ​ວິ​ຊາ​ການ. ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ບໍ່​ສະ​ຫ​ນິດ​ແຫ​ນ້ນ, ບໍ່​ເປັນ​ປະ​ຊາ​ຄົມ​ຢ່າງ​ແຮງ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ ແລະ ແກ້​ງ​ແຍ້ງ​ກັບ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ.”

        ເຖິງວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ພວມ​ມີ​ທ່າ​ໄດ້​ປຽບ​ແມ່ນ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ປະ​ເທດ​ຫວຽດ​ນາມ ແຕ່​ຖ້າ​ຫາກບໍ່​ມີ​ການ​ປ່ຽນ​ແປງ, ບໍ່​ຮ່ວມ​ສຳ​ພັນ​ກັບ ລະ​ບົບ​ຈຳ​ຫ​ນ່າຍ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ອາດ​ຈະ​ຊຸດ​ໂຊມ. ສ່ວນ​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ປະ​ເທດ ດ້ວຍ​ແຫລ່ງກຳ​ລັງ​ເຂັ້ມ​ແຂງ, ວິ​ທີ​ດຳ​ເນີນ​ທຸ​ລະ​ກິດ​ກໍ​ທັນ​ສະ​ໄຫມກວ່າ, ສະ​ນັ້ນ ຖ້າ​ຢາກ​ແກ້ງ​ແຍ້ງ​ກັບ​ເຂົ​າ​ເຈົ້າ, ກ່ອນ​ອື່ນ​ໝົດ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຄວນ​ປ່ຽນ​ແປງ​ຈີນ​ຕະ​ນາ​ການຕິດ​ພັນ​​ຜົນ​ປະ​ໂຫຍດ​ເສດ​ຖະ​ກິດ​ຂອງ​ຕົນກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ອື່ນ ຈຶ່ງ​ມີ​ຍຸດ​ທະ​ສາດ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ຍາວ​ນານ​ໄດ້. ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ຄວນ​ຖອດ​ຖອນ​ບົດ​ຮຽນ ແລະ ຄົ້ນ​ຄ້​ວາ​ບັນ​ດາ​ຮູບ​ແບບ​ພັດ​ທະ​ນາ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ໄດ້ ແລະ ພວມ​ດຳ​ເນີນ​ທຸ​ລະ​ກິດ, ທຳ​ມາ​ຫາ​ກິນ​ຢູ່​ຫວຽດ​ນາມ ເພື່ອ​ຊອກ​ຫາ​ທິດ​ກ້າວ​ເດີນ​ໃຫມ່​ໃຫ້​ແກ່​ຕົນ​ເອງ.

ຕອບກັບ

ຂ່າວ/ບົດ​ອື່ນ