ວິສາຫະກິດເຕັກໂນໂລຊີດິຈິຕອນ ມານະພະຍາຍາມປ່ຽນແປງໃຫມ່ປະດິດຄິດສ້າງ ໃນສັງກາດໃຫມ່

(VOVWORLD) -ມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ ສ້າງທ່ວງທ່າໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຊີບຸກທະລຸ. ຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງຂອງບັນດາວິສາຫະກິດນີ້ ພວມສວມບົດບາດສຳຄັນໃນໄລຍະພັດທະນາໃຫມ່ຂອງປະເທດຊາດ.
ວິສາຫະກິດເຕັກໂນໂລຊີດິຈິຕອນ ມານະພະຍາຍາມປ່ຽນແປງໃຫມ່ປະດິດຄິດສ້າງ ໃນສັງກາດໃຫມ່ - ảnh 1ທ່ານ ບຸ່ຍຮ່ວາງເຟືອງ, ຮອງລັດຖະມົນຕີ ກະຊວງ ວິທະຍາສາດເຕັກໂນໂລຊີ . (ພາບ: MIC)

98 ຜະລິດຕະພັນ, ການບໍລິການ ແລະ ມາດຕະການເຕັກໂນໂລຊີຂໍ້ມູນຂ່າວສານ ຫາກໍ່ໄດ້ຮັບການເຊີດຊູທີ່ພິທີມອບລາງວັນກ່ຽວກັບວິທະຍາສາດເຕັກໂນໂລຊີ ຊາວເຄວ ປີ 2025. ນີ້ແມ່ນປີທີ 22 ທີ່ດຳເນີນການມອບລາງວັນດັ່ງກ່າວ ໂດຍ ສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (Vinasa) ຈັດຕັ້ງ.

ຈຸດແຕກຕ່າງຂອງການມອບລາງວັນປີນີ້ ແມ່ນຈຳນວນສຳເນົາສະເຫນີເພີ່ມຂຶ້ນທົບ 1,5 ເທົ່າ ເມື່ອທຽບໃສ່ປີກາຍ. ນີ້ເປັນການພິສູດໃຫ້ເຫັນຈິດໃຈປ່ຽນແປງໃຫມ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງຂອງບັນດາວິສາຫະກິດເຕັກໂນໂລຊີດິຈິຕອນ. ທ່ານ ບຸ່ຍຮ່ວາງເຟືອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢືນຢັນວ່າ:

ສັງກາດ ດິຈິຕອນ ພວກເຮົາເຫັນປະຈັກຕາການພັດທະນາຂອງເຕັກໂນໂລຊີດິຈິຕອນຍຸດທະສາດຄື: AI - ປັນຍາປະດິດ, ຖານຂໍ້ມູນໃຫຍ່. ປະຈຸບັນ ບໍ່ພຽງແຕ່ຢູ່ບັນດາອົງການລັດໃນລະບົບການເມືອງ ຫາກບັນດາວິສາຫະກິດກໍ່ລ້ວນແຕ່ຮັບຮູ້ຢ່າງຈະແຈ້ງເລື່ອງ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃຫມ່, ສັງກາດໃຫມ່, ດ້ວຍພື້ນຖານນັ້ນແມ່ນການພັດທະນາຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ. ການຈັດຕັ້ງລາງວັນດັ່ງກ່າວໃນໄລຍະຜ່ານມາໄດ້ຮ່ວມເດີນທາງກັບການພັດທະນາຢ່າງແຮງຂອງຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ປະຈຸບັນ ແມ່ນຂົງເຂດດິຈິຕອນ”.

ບໍ່ພຽງແຕ່ໃກ້ຊິດຕິດແທດກັບການພັດທະນາ ແລະ ການຫັນປ່ຽນຈາກເຕັກໂນໂລຊີຂໍ້ມູນຂ່າວສານຕະຫລອດຮອດເຕັກໂນໂລຊີດິຈິຕອນ, ຈາກຊອບແວໄປຍັງພື້ນຖານດິຈິຕອນ, ຈາກເຄື່ອງມືຫນູນຊ່ວຍໄປຍັງເຄື່ອງມືດິຈິຕອນ, ການປ່ຽນແປງໃໝ່, ຄວາມປະດິດຄິດສ້າງຂອງບັນດາວິສາຫະກິດດິຈິຕອນ ຍັງສະແດງໃຫ້ເຫັນຢູ່ທີ່ການຕອບສະຫນອງບັນດາມາດຖານໃຫມ່. ມາດຕະການນຳໃຊ້ຊ່ອງ, ໂປຼແກລມປັນຍາປະດິດ ແລະ ຫັນການຂາຍຍ່ອຍເປັນອັດຕະໂນມັດຂອງ SAPO Enterprise  ແມ່ນຕົວຢ່າງຫນຶ່ງ. ທ່ານນາງ ເຈືອງໂຕ້ລິງ, ຜູ້ອຳນວຍການ SAPO Enterprise  ບໍລິສັດຫຸ້ນສ່ວນເຕັກໂນໂລຊີ Sapo ແບ່ງປັນວ່າ:

         “ມາດຕະການນີ້ ຮັບໃຊ້ໃຫ້ທັງໝົດວິສາຫະກິດຢູ່ທຸກລະດັບ, ທຸກຂອບຂະຫນາດ ແລະ ທຸກໄລຍະພັດທະນາ. ນັ້ນແມ່ນສິ່ງທີ່ Sapo ມີຄວາມເອກອ້າງທະນົງໃຈ ນັ້ນແມ່ນໄດ້ປະກອບສ່ວນໃຫ້ແກ່ຕະຫລາດ. ແຜນການໃນໄລຍະຈະມາເຖິງ, Sapo ຈະສືບຕໍ່ມານະພະຍາຍາມ ແລະ ບຸກທະລຸເພື່ອໃຫ້ບັນດາມາດຕະການຂອງບໍລິສັດມີຄວາມເຊື່ອຫມັ້ນໃນການສະຫນອງໃຫ້ຕະຫລາດຕ່າງປະເທດໄດ້”.

ວິສາຫະກິດເຕັກໂນໂລຊີດິຈິຕອນ ມານະພະຍາຍາມປ່ຽນແປງໃຫມ່ປະດິດຄິດສ້າງ ໃນສັງກາດໃຫມ່ - ảnh 2ພິທີມອບລາງວັນ ຊາວເຄ ປີ 2025. (ພາບ:VINASA)

         ຕາມການສະຖິຕິຂອງ Vinasa, ລາຍຮັບປີ 2024 ຂອງບັນດາວິສາຫະກິດເຕັກໂນໂລຊີດິຈິຕອນຄວ້າໄດ້ລາງວັນດັ່ງກ່າວໃນປີ 2025 ແມ່ນເກືອບ 2 ຕື້ USD, ກວມເອົາເກືອບ 20% ລາຍຮັບຂອງທົ່ວຂະແຫນງຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ. ທ່ານ ຫງວຽນວັນຄວາ, ປະທານ Vinasa ໃຫ້ຮູ້ວ່າ: ບັນດາວິສາຫະກິດ ບໍ່ພຽງແຕ່ຢຸດຢູ່ຕະຫລາດພາຍໃນເທົ່ານັ້ນ ຫາກຍັງນຳພູມປັນຍາ ຫວຽດນາມ ອອກສູ່ໂລກອີກດ້ວຍ.

“ບັນດາຜະລິດຕະພັນ ແລະ ມາດຕະການໄດ້ຮັບການເຊີດຊູຢູ່ ພິທີມອບລາງວັນ ບໍ່ພຽງແຕ່ແມ່ນຜົນງານດ້ານເຕັກໂນໂລຊີເທົ່ານັ້ນ ຫາກຍັງເປັນການປະກອບສ່ວນທີ່ມີລັກສະນະຍຸດທະສາດໃຫ້ແກ່ການພັດທະນາຂອງປະເທດຊາດໃນສັງກາດບືນຕົວຂຶ້ນ. Vinasa ພວມພ້ອມກັບບັນດາອົງການ, ພິເສດແມ່ນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນຳເອົາບັນດາພື້ນຖານດິຈິຕອນ ເພື່ອຮັບໃຊ້ໃຫ້ແກ່ 1 ລ້ານວິສາຫະກິດ ແລະ ຫນູນຊ່ວຍໃຫ້ແກ່ 5,2 ລ້ານຄອບຄົວດຳເນີນທຸລະກິດແບບເອກະຊົນ”

ບັນດາຜະລິດຕະພັນ, ມາດຕະການຂອງວິສາຫະກິດດິຈິຕອນ ໄດ້ຮັບການນຳໃຊ້ໃນຕົວຈິງ ໄດ້ຊ່ວຍໃຫ້ຫລາຍອົງການ, ວິສາຫະກິດ, ຄອບຄົວດຳເນີນທຸລະກິດແບບເອກະຊົນສາມາດຫັນຂັ້ນຕອນໃຫ້ມີປະສິດທິຜົນທີ່ສຸດ, ຫລຸດຜ່ອນລາຍຈ່າຍ, ເພີ່ມກຳລັງແກ້ງແຍ່ງ ແລະ ຍົກສູງກຳລັງຄວາມສາມາດພັດທະນາ. ປະຈຸບັນ Vinasa ພວມສ້າງແຜນທີ່ວິສາຫະກິດເຕັກໂນໂລຊີດິຈິຕອນ ຫວຽດນາມ, ສະຫນອງທັງໝົດຂໍ້ມູນຢ່າງຊັດເຈນກ່ຽວກັບບັນດານັກສະຫນອງຜະລິດຕະພັນການບໍລິການດິຈິຕອນ ຢູ່ ຫວຽດນາມ. ຈາກນັ້ນ ກໍ່ປະກອບສ່ວນຍູ້ໄວການນຳໃຊ້ເຕັກໂນໂລຊີ, ການຫັນເປັນດິຈິຕອນແບບໂດຍກົງ ແລະ ກວ້າງຂວາງກວ່າອີກໃນໄລຍະຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ