ຫວຽດນາມ ເລີ່ມປະຕິບັດໄລຍະພັດທະນາໃໝ່

ຫວຽດນາມ ເລີ່ມປະຕິບັດໄລຍະພັດທະນາໃໝ່ - ảnh 1
(ພາບ​ປະ​ກອບ)

(vovworld) –​ ໄລ​ຍະ​​ທາງພັດ​ທະ​ນາ​ໃໝ່​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໄດ້​ເລີ່ມ​ປະ​ຕິ​ບັດຢ່າງ​ໝັ້ນ​ຄົງ ​ໃນ​ຂະ​ນະ​ທີ່ລະ​ດັບ​ເຕີບ​ໂຕ GDP ​ຂອງ​ຫວຽດ​ນາມ ໃນປີ 2015 ບັນ​ລຸ 6,5%, ຫວຽດ​ນາມ ໄດ້ສຳ​ເລັດ​ການ​ເຈ​ລະ​ຈາ ແລະ ເຂົ້າ​ຮ່ວມ​​ສັນ​ຍາ​ການ​ຄ​້າ​ເສ​ລີຫ​ຼາຍ​ສະ​ບັບ, ເຂົ້າ​ຮ່ວ​ມ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ… ໃນ​ຈຸດ​ເວ​ລາ​ກ້າວ​ເຂົ້າ​ສູ່​ປີ 2016, ​ໄປພ້ອມ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ, ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ​ກໍ​ປະ​​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່. ບົດ​ຂຽນ​ຂອງ​ນັກ​ຂ່າວ ວິ້ງ​ຟອງ, ຈ​ູງ​ທຸຍ, ເລ້​ຮັ່ງ ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດ​ນາມ ເລີ່ມ​ປະ​ຕິ​ບັດ​ໄລ​ຍະ​ພັດທະ​ນາ​ໃໝ່”

        ສິ້ນ​ສຸດ​ປີ 2015, ຫວຽດ​ນາມ ​ໄດ​້​ມີ​ຂ່າວ​ດີ, ຂ່າວ​ມ່ວນ​ຢ່າງ​ລຽນ​ຕິດ​ຄື: ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ສ.ເກົາ​ຫຼີ (VKFTA) ເລີ່ມ​ມີ​ຜົນ​ສັກ​ສິດ, ສັນ​ຍາ​ການ​ຄ້າ​ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (EVFTA) ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ, ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ສິ້ນ​ສຸດ​ການ​ເຈ​ລະ​ຈາ ແລະ ກະ​ກຽມ​ລົງ​ນາມ. ວັນ​ທີ 31/12, ເຊິ່ງ​ແມ່ນ​ວັນ​ສຸດ​ທ້າຍ​ຂອງ​ປີ 2015, ປະ​ຊ​າ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ (AEC) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການ, ໄດ​້​ເປັນ​​ຂີ​ດ​ໝາຍບາດ​ລ້ຽວ​ໃນ​ການ​ເຊື່ອມ​ໂຍງ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ໃນ​ນັ້ນ​ມີ​ຫວຽດ​ນາມ, ມຸ່ງ​ໄປ​ເຖິງ​ເປົ້າໝາ​ຍ​ຊຸກ​ຍູ​້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ສະ​ເໝີ​ພາບ, ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ມີ​ກຳ​ລັງ​ແກ່ງ​ແຍ່ງ​ສູງ, ສາ​ມາດ​ເຊື່ອມ​ໂຍງ​​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກຢ່າງ​ຮອບ​ດ້ານ.

        ​ເພາະ​ສະ​ນັ້ນ, ເລື່ອງ​ເຂົ້າ​ຮ່ວມ​ບັນ​ດາສັນ​ຍາ FTA, TPP ແລະ AEC ຈະ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເພື່ອ​ພັດ​ທະ​ນາ, ສ້າ​ງວຽກ​ເຮັດ​ງານ​ທຳ​ໃໝ່​​ໃຫ້​ແຮງ​ງານນັບ​ລ້້ານ​ຄົນ, ຍົກ​ສູງລາຍ​ຮັບ ແລະ ປະ​ກອບ​ສ່ວນ​ ​​ລົບ​ລ້າງ​ຄວາມອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ໃຫ້​ຫວຽດ​ນາມ. ​ຍິ່ງ​ໄປ​ກວ່ານັ້ນ​ແມ່ນ​ ກາ​ລະ​​ໂອ​ກາດ​ເພີ່ມການສົ່ງ​ອອກ, ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ່ງ, ເປີດ​ແງ່​ຫວັງ​ອັນ​ໃຫຍ່​ຫຼວງ​ສຳ​ລັບ​ການ​ຟື້ນ​ຟູ ແລະ ການ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ. ສະ​ນັ້ນ, ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ໃນ​ປີ 2016 ​ແມ່ນມຸ່ງ​ໄປ​ເຖິງ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ເຊື່ອມ​ໂຍງ. ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ເລ​ດັງ​ແຢງ ຄາດ​ຄະ​ເນ​ວ່າ.

        “ປີ 2016, ຫວຽດ​ນາມ ​ຈະສືບ​ຕໍ່​ວິ​ວັດ​ທະ​ນາ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່. ຫວຽດ​ນາມ ຈະ​ເລີ່​ມ​ຕົ້ນ​ມີ​ການແກ່ງ​ແຍ່ງ​ຢູ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ​ຢ່າງ​ແຮງ. ນ​ີ້​ແມ່ນ​ສິ່ງ​ທ້າ​ທາຍ​​ໃຫຍ່​ຫຼວງ​ທີ່​ສຸດໃນ​ການ​ແກ່ງ​ແຍ່ງ​. ຊາວ​ຫວຽດ​ນາມ ຍາມ​ໃດ​ກ​ໍ​​ຍ້ອມ​ຮັບ​ຕໍ່​ສິ່ງ​ທ້າ​ທາຍ ແລະ ຍາມໃດ​ກໍ່​ບືນ​ຕົວ​ຂຶ້ນ​​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ​້າ​ທາຍນັ້ນຢ່າງ​ແຮງ. ສະ​ນັ້ນ, ຂ້​າ​ພະ​ເຈົ້າ​ຫວັງ​ວ່າ, ປີ 2016 ​ຈະແມ່ນ​ປີ​ທີ່​ຫວຽດ​ນາມ ມີ​ການ​ປະ​ຕິ​ຮູບ​ດ້ານ​​ລະ​ບອບ​ລະ​ບຽບ​ການ​ຢ່າງ​ແຮງ ແລະ ສືບ​ຕໍ່​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ່ງ ແລະ ຈະ​ແກ່ງ​ແຍ່ງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກັບ​ບັນ​ດາ​ສິນ​ຄ້າ​ຂອງ​ປະ​ເທດ​ຕ່າງໆ​”.

        ເປັນ​ທີ່​ຈະ​ແຈ​້ງ​ແລ້ວ​ວ່າ, ເລື່ອງ​ຫວຽດ​ນາມ ​ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ FTA, TPP ແລະ AEC ແມ່ນ​ບາດ​ກ້າວ​​ແຫ່ງ​ການເຊື່ອມ​ໂຍງ​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ເວົ້າ​ລວມ, ວິ​ສາ​ຫະ​ກິດ​ເວົ້​າ​ສະ​ເພາະ​ ເຂົ້າ​ກັບ​​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ພາກ​ພື້​ນ ແລະ ສາ​ກົນ. ສະ​ນັ້ນ, ພ້ອມ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ, ບົດ​ບ​າດ​ເປັນ​ເຈົ້າ​ການ​ຂອງວິ​ສາ​ຫະ​ກິດ​ແມ່ນ​ປັດ​ໃຈ​ສຳ​ຄັນ ເຮັດ​ໃຫ້​ເພີ່ມ​ທະ​ວີ​ກຳ​ລັງ​ແກ່ງ​ແຍ່ງ​ຂອງ​ພື້​ນ​ຖານ​ເສດ​ຖະ​ກິດ. ທ່ານ​ດ.ຣ ຫວໍ​ຈິ໋​ແທ່ງ, ອະ​ດີດ​ຮອ​ງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ​ ຖື​ວ່າ.

        “ຖ້າ​​ຫາກພວກ​ເຮົ​າ​​ມີ​ການປະ​ຕິ​ຮູບ​ເປ​ັນ​ຢ່າງ​ດີ, ຫວຽດ​ນາມ ຈະ​ກາ​ຍ​ເປັນ​ສະ​ຖານ​ທີ່​ດ​ູດ​ດຶ່ມ​ທີ່​ສຸ​ດ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​. ​ເມື່ອ​ເປັນ​ເຊັ່ນ​ນັ້ນແລ້ວ​​ ແນ​່ນອນ​ຈະຕ້ອງ​ມີການ​ແກ່ງ​ແຍ່ງ, ແຕ່​ເມື່ອ​ເວົ້າ​ເຖິງ​ລະ​ບົບ​​ການ​ຕອບສະ​ໜອງ ແລະ ເຄືອ​ຂ່າຍ ນີ້​ແມ່ນ​ກາ​ລະ​ໂອ​ກາດ​ໜຶ່ງ​ດຽວ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ການ​​ຕອບສະ​ໜອງ ແລະ ເຄືອ​ຂ​່າຍ​ນີ້. ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ທີ່​ສຸດ​, ສິ່ງ​ທ້າ​ທາຍ​ກໍ່ໃຫຍ່​ຫຼວງ​ທີ່​ສຸດ, ແຕ່​ພວກ​ເຮົາ​ຕ້ອງ​ມີ​ໄຫວ​ພິບ​ຈຶ່ງສາ​ມາດ​ພັດ​ທະ​ນາ​ຢ່າງ​ໄວ​ກວ່າ”.

        ປີ 2015, ຫວຽດ​ນາມ ບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP 6,5%, ​ແມ່ນສູງກວ່າ​ໝູ່​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ ແລະ ລື່​ນ​ກາຍ​ແຜນ​ການ​ທີ່​ໄດ້​ວາງ​ອອກ​ແມ່ນ 6,2%. ໃນ​ໄລ​ຍ​ະ 5 ປີິ​ຈະ​ມາ​ເຖິງ, ເພ​ີື່ອ​ຮັກ​ສາ​ລະ​ດັບ​ເຕີບ​ໂຕຈາກ 6,5% - 7% ໃຫ້​ໄດ້​ນັ້ນ, ຫວຽດ​ນາມ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​​ທີ່​ກະ​ຈ່າວ​ແຈ​້ງ, ​ເປີດ​ເຜີຍຂໍ້​ມູນຂ່າວ​ສານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ປະ​ຕິ​ຮູບ​ພື້ນ​ຖາ​ນ​ເສດ​ຖະ​ກິດ. ທ່ານ ຫງວຽນ​ດິງ​ກຸງ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້​ນ​ຄວ້າ​, ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ​ຖື​ວ່າ.

        “ປີ 2016, ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ຕົວຢ່າງ​ຊັກ​ຊ້າ ແຕ່​ມີ​ຄວາມ​​ແນ່ນອນ. ເສດ​ຖະ​ກິດ​ມະ​ຫາ​ພາກ​ສືບ​ຕໍ່​ມີ​ສະ​ຖຽນ​ລະ​ພາບ, ພິ​ເສດ​ແມ່ນ​ລ​າ​ຄາ​ບັນ​ດາ​ວັດ​ຖຸ​ສົ້ນ​ເຂົ້າ​​ສືບ​ຕໍ່​ມີ​ລາ​ຄາຕ່ຳ​ໄປ​ເລື່ອຍໆ. ​ສະ​ພາບແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ທະ​ນາ​ຄານ​ໂລກ, ເສດ​ຖະ​ກິດ​ຫວຽດ​ນາມ​ ປີ 2016 ຈະ​ເພີ່ມ​ຂຶ້ນ​ຫຼາຍ​ຂັ້ນ, ປີ 2015 ໄດ້​ເພີ່ມ 3 ຂັ້ນ​ແລ້ວ ແຕ່​ປີ 2016 ​ຈະ​ໃຫ້​ເພີ່ມ​ຂຶ້ນ​ໄດ້​ອີກ 10 ຂັ້ນ”.

        ສະ​ນັ້ນ, ບັນ​ດາຄຸນ​ຄ່າ​ຈາກ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ທົ່ວ​ໂລກ​ຂອງ​ຫວຽດ​ນາມ ໃນ​ປີ 2016 ​ແມ່ນໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ. ຄວາມ​​ຮຽ​ກ​ຮ້ອງ​ຕ້ອງ​ການເປັ​ນ​ຕາຍນັ້ນ​ແມ່ນ​​ສ້າງ​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕເສດ​ຖະ​ກິດ​ໃໝ່. ​ປະ​ຕິ​ຮູບ​ພື້ນ​ຖານ​ເສດ​ຖະ​ກິດ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ່ງ​ຕ້ອງ​ແມ່ນ​ບັນ​ດາ​ບາດ​ກ້າວ​ກະ​ກຽມ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ​ຂອງ​ຫວຽດ​ນາມ ເພື່ອ​ເລີ່ມ​ເຄື່ອນ​ໄຫວ​ໄລ​ຍະ​​ພັດ​ທະ​ນາ​ໃໝ່, ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ​ຢ່າງ​ໝັ້​ນ​ຄົງ.

ຂ່າວ/ບົດ​ອື່ນ