(VOVWORLD) - ແຂວງ ເຊີນລາ ຂອງ ຫວຽດນາມ ໄດ້ກຳນົດ ກະສິກຳວ່າຂະແໜງເສດຖະກິດປາຍແຫຼມ ເພາະວ່າ ດິນແດນດັ່ງກ່າວມີກຳລັງບົ່ມຊ້ອນ ແລະ ທ່າໄດ້ປຽບຫຼາຍຢ່າງເພື່ອພັດທະນາກະສິກຳ, ພິເສດ ແມ່ນຕົ້ນໄມ້ກິ້່ນໝາກ. ໄລຍະຜ່ານມາ, ແຂວງ ເຊີນລາ ໄດ້ສຸມໃສ່ຫຼາຍມາດຕະການເພື່ອສືບຕໍ່ສ້າງບາດກ້າວບຸກທະລຸໃນການພັດທະນາກະສິກຳ, ຈາກນັ້ນ,ປະກອບສ່ວນປະຕິບັດສຳເລັດເປົ້າໝາຍບັນລຸລະດັບເຕີບໂຕເສດຖະກິດ 8% ຂຶ້ນໄປໃນປີ 2025 ນີ້.
ທ່ານ ເລື່ອງວັນກວິ່ງ (ຜູ້ເບື້ອງຂວາມື) ຜູ້ອຳນວຍການສະຫະກອນຕົ້ນໄມ້ກິນໝາກ ເມືອງຊາງ, ແຂວງ ເຊີນລາ (ພາບ: VOV) |
ໜຶ່ງໃນບັນດາວິທີເຮັດທີ່ມີປະສິດທິຜົນເພື່ອຊຸກຍູ້ການພັດທະນາເສດຖະກິດກະສິກຳເຊິ່ງແຂວງ ເຊີນລາ ຜັນຂະຫຍາຍ ນັ້ນແມ່ນການຂົນຂວາຍສ້າງຕັ້ງບັນດາສະຫະກອນກະສິກຳ, ພັດທະນາກະສິກຳເທື່ອລະກ້າວຕາມທິດທັນສະໄໝ, ປູກຝັງສະເພາະສິນຄ້າລວມສູນ, ມີຂອບຂະໜາດໃຫຍ່; ຍູ້ແຮງການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີສູງ, ກ້າວໜ້າເຂົ້າໃນການຜະລິດ ສ້າງບາດກ້າວບຸກທະລຸໃນຂົງເຂດກະສິກຳ. ທ່ານ ເລື່ອງວັນກວິ່ງ, ຜູ້ອຳນວຍການສະຫະກອນຕົ້ນໄມ້ກິນໝາກ ເມື່ອງຊາງ, ແຂວງ ເຊີນລາ, ໃຫ້ຮູ້ວ່າ:
“ສະຫະກອນພວກຂ້າພະເຈົ້າໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2017, ທຳອິດມີສະມາຊິກ 14 ຄອບຄົວ, ແຕ່ປັດຈຸບັນໄດ້ເພີ່ມຂຶ້ນເປັນ 30 ຄອບຄົວແລ້ວ. ຕອນທີ່ຍັງບໍ່ທັນສ້າງຕັ້ງສະຫະກອນ, ຊາວກະສິກອນປູກຝັງແບບກະແຈກກະຈາຍ, ຂະໜາດນ້ອຍ, ສະນັ້ນ ບໍ່ມີການເຊື່ອມຕໍ່ກ່ຽວກັບເຕັກນິກບົວລະບັດ ແລະ ຊອກຫາຕະຫຼາດຈຳໜ່າຍຜະລິດຕະພັນ. ເມື່ອສະຫະກອນໄດ້ຮັບການສ້າງຕັ້ງຂຶ້ນມາ, ພວກຂ້າພະເຈົ້າ ໄດ້ເຊື່ອມຕໍ່ກັນ, ພ້ອມກັນຊອກຮູ້, ຖອດຖອນບົດຮຽນປະສົບການໃນການບົວລະບັດຕົ້ນໄມ້ ເພື່ອມີປະສິດທິຜົນ ແລະ ເຊື່ອມຕໍ່ກັບຫຼາຍຕະຫຼາດກວ່າເກົ່າ”.
ຊົງມ໊າ ຫຼື ນໍ້າມ໊າ ມີເນື້ອທີ່ປູກໝາກລຳໄຍກວ່າ 7.600 ເຮັກຕາ (ພາບ: VOV) |
ຮອດເດືອນ ມິຖຸນາ 2025, ທົ່ວແຂວງ ເຊີນລາ ມີ ກວ່າ 900 ສະຫະກອນທີ່ພວມເຄື່ອນໄຫວ, ໃນນັ້ນມີເກືອບ 650 ສະຫະກອນກະສິກຳ, ກວມເອົາອັດຕາສ່ວນກວ່າ 70%. ທ່ານ ດິງກາວເຄວ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນອາຫານສົ່ງອອກ ດົ່ງຢາວ, ແຂວງ ເຊີນລາ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ປະຕິບັດການເຊື່ອມຕໍ່ເປັນຫຼາຍຮູບແບບ, ໃນນັ້ນ, ສ່ວນຫຼາຍແມ່ນສຸມໃສ່ບັນດາສະຫະກອນຜະລິດກະສິກຳ ແລະ ບັນດາສະຫະກອນແບບໃໝ່. ບົນພື້ນຖານນັ້ນ, ກໍສ້າງບັນດາເຂດວັດຖຸດິບໂດຍພື້ນຖານ, ຮັບປະກັນຜົນປະໂຫຍດທີກົມກຽວໃຫ້ພໍ່ແມ່ຊາວກະສິກອນ, ບັນດາສະຫະກອນ ແລະ ວິສາຫະກິດ”.
ປັດຈຸບັນ, ສະຫະກອນກະສິກຳຢູ່ ເຊີນລາ ສ່ວນຫຼາຍໄດ້ໝູນໃຊ້ວິທະຍາສາດເຕັກນິກ, ການຜະລິດຕາມມາດຕະຖານ VietGAP, GlobalGAP; ສ້າງລະຫັດເຂດປູກ;… ມີຫຼາຍຮູບແບບການຜະລິດໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ, ດ້ວຍລາຍຮັບແຕ່ລະປີບັນລຸນັບຕື້ດົ່ງ/ເຮັກຕາ, ເຊັ່ນ: ໝາກໝັ້ນ, ອາໂວກາໂດ, ໝາກພັບກອບ, ໝາກໄມ້ປະເພດງີມ… ປັດຈຸບັນ, ໃນທົ່ວແຂວງ ມີເນື້ອທີ່ປູກຕົ້ນໄມ້ກິນໝາກກວ່າ 20.000 ເຮັກຕາ ໄດ້ມີລະຫັດເຂດປູກ ເພື່ອສົ່ງອອກບັນດາຕະຫຼາດທີ່ຕ້ອງການຄຸນນະພາບສູງ ເຊັ່ນ: ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ. ທ່ານ ເຈິ່ນວັນງອກ, ຜູ້ອຳນວຍການສະຫະກອນການບໍລິການກະສິກຳ ຮຶງລົກ, ຕາແສງ ຈຽງເຄືອງ ເຊິ່ງເປັນໜຶ່ງໃນບັນດາເຂດປູກໝາກລຳໄຍໃຫຍ່ສຸດຂອງແຂວງເຊີນລາ ໃຫ້ຮູ້ວ່າ:
“ທາງແຂວງ ໄດ້ຈັດຊຸດຝຶກອົບຮົມໃຫ້ບັນດາສະຫະກອນ, ນັບແຕ່ຂັ້ນຕອນການບົວລະບັດ ແລະ ຮອບວຽນການນຳໃຊ້ວິທະຍາສາດ - ເຕັກນິກ ເພື່ອໃຫ້ແຕກດອກອອກຜົນ. ຫຼັງຈາກນັ້ນ, ບັນດາສະຫະກອນຈະເຜີຍແຜ່ໃຫ້ປະຊາຊົນ. ຈາກນັ້ນ,ປະຊາຊົນ ແລະ ສະຫະກອນມີການເຊື່ອມຕໍ່, ປະສານສົມທົບກັນເພື່ອໃຫ້ເຄື່ອງໝາຍການຄ້າໝາກລຳໄຍ ນ້ຳມ໊າມີຄຸນນະພາບດີກວ່າ. ພ້ອມດຽວກັນນັ້ນ, ທາງແຂວງ ກໍໜູນຊ່ວຍບັນດາຄອບຄົວຊາວກະສິກອນປ່ຽນແປງໃໝ່ເຕັກໂນໂລຢີປຸງແຕ່ງ ທີ່ປອດສານພິດ. ຈາກນັ້ນ, ໝາກລຳໄຍຂອງແຂວງຈິ່ງໄດ້ຮັບຄວາມນິຍົມຢູ່ຫຼາຍປະເທດ”.
ເຊີນລາ ສືບຕໍ່ຮັກສາຖານະບົດບາດແມ່ນອູ່ຕົ້ນໄມ້ກິນໝາກໃຫຍ່ທີ່ສຸດຢູ່ພາກເໜືອ ຫວຽດນາມ (ພາບ: VOV) |
ໃນຊຸມປີມໍ່ໆມານີ້, ເຊີນລາ ສືບຕໍ່ຮັກສາຖານະບົດບາດແມ່ນອູ່ຕົ້ນໄມ້ກິນໝາກໃຫຍ່ທີ່ສຸດຢູ່ພາກເໜືອ ຫວຽດນາມ, ຢືນອັນດັບທີ 2 ໃນທົ່ວປະເທດ ແລະ ໄດ້ຮັບການຕີລາຄາວ່າ “ເປັນປະກົດການດ້ານເສດຖະກິດກະສິກຳ” ຂອງທັງປະເທດ. ທ່ານ ຫງວຽນແທັ່ງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ໃຫ້ຮູ້ວ່າ ເຊີນລາ ພວມສູ້ຊົນເພື່ອໃຫ້ຍອດຜະລິດຕະພັນຂະແໜງກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃນບໍລິເວນແຂວງ ບັນລຸກວ່າ 8.870 ຕື້ ດົ່ງ (ກວ່າ 3,38 ລ້ານ USD) ໃນປີ 2025, ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ປີ 2024.
“ປີ 2025, ເຊີນລາ ໄດ້ສ້າງ 28 ຄາດໝາຍເສດຖະກິດສັງຄົມ, ໃນນັ້ນ ຄາດໝາຍຂອງຂະແໜງກະສິກຳແມ່ນຈະແຈ້ງທີ່ສຸດ. ໃນນັ້ນ, ສູ້ຊົນບັນລຸ 350 ຕ່ອງໂສ້ການຜະລິດທີ່ປອດໄພ; ມີຜະລິດຕະພັນ OCOP ປະມານ 250 ຢ່າງ; 15 ເຂດກະສິກຳໝູນໃຊ້ເຕັກໂນໂລຢີສູງ ແລະ ສູ້ຊົນນຳເອົາເນື້ອທີ່ປູກຕົ້ນໄມ້ກິນໝາກ 84.000 ເຮັກຕາເຂົ້າໃນການຜະລິດດ້ວຍຂອບຂະໜາດໃຫຍ່, ການຜະລິດສະອາດກວມອັດຕາໜ້ອຍສຸດແມ່ນ 60% ຂອງເນື້ອທີ່ທັງໝົດ. ພ້ອມດຽວກັນນັ້ນ, ກໍປະຕິບັດສຳເລັດໂຄງການສ້າງ ເຊີນລາ ໃຫ້ກາຍເປັນສູນປຸງແຕ່ງຜະລິດຕະພັນກະເສດຂອງເຂດພູດອຍທາງພາກເໜືອ ຫວຽດນາມ”.
ໃນໄລຍະຈະມາເຖິງ, ແຂວງ ເຊີນລາ ຍັງສືບຕໍ່ສຸມໃສ່ພັດທະນາກະສິກຳຕາມທິດໝູນໃຊ້ເຕັກໂນໂລຢີສູງ, ກະສິກຳສະອາດ, ກະສິກຳອິນຊີ ຕິດພັນກັບການຫັນເປັນດີຈີຕອນໃນການຜະລິດ, ປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນ. ທາງແຂວງ ກໍເພີ່ມທະວີການສ້າງ ແລະ ພັດທະນາເຄື່ອງໝາຍການຄ້າຜະລິດຕະພັນກະເສດ ເຊີນລາ, ເປີດກວ້າງຕະຫຼາດຈຳໜ່າຍຕື່ມອີກ. ໄປຄຽງຄູ່ກັນນັ້ນ, ບັນດານະໂຍບາຍໜູນຊ່ວຍກ່ຽວກັບທຶນຮອນ, ວິທະຍາສາດ, ເຕັກໂນໂລຢີ, ທີ່ດິນ… ກໍຈະສືບຕໍ່ໄດ້ຮັບການຜັນຂະຫຍາຍ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍບັນລຸລະດັບເຕີບໂຕຍອດຜະລິດຕະພັນພາຍໃນບໍລິເວນແຂວງ (GRDP) ໃຫ້ໄດ້ 8% ໃນປີ 2025 ຕາມແຜນການທີ່ໄດ້ຮັບມອບໝາຍ./.