(VOVWORLD) -ເພື່ອແນໃສ່ຜັນຂະຫຍາຍມະຕິເລກທີ 57-NQ/TW ຂອງກົມການເມືອງ ກ່ຽວກັບການພັດທະນາວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດຢ່າງປະສິດທິຜົນ ໃນນັ້ນ ສຸມໃສ່ຍູ້ແຮງການພັດທະນາເຕັກໂນໂລຊີ ກັບບັນດາປະເທດທີ່ມີລະດັບການພັດທະນາສູງໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ ລວມມີ ຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ຫວຽດນາມ ພວມເພີ່ມທະວີການຮ່ວມມືສາກົນ ເພີ່ມການມີຫນ້າຢູ່ ບັນດາເຫດການສາກົນທີ່ມີຂອບຂະຫນາດໃຫຍ່.
ແນະນຳPrinted Circuit Board ເຄິ່ງຊັກນຳໄຟຟ້າ ທີ່ ວັນPrinted Circuit Board ເຄິ່ງຊັກນຳໄຟຟ້າ ດ່າຫນັງ ປີ 2024. (ພາບ: Văn Dũng/TTXVN) |
ນັບແຕ່ວັນທີ 20 ຫາວັນທີ 22 ພຶດສະພາ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມງານວາງສະແດງເຄິ່ງຊັກນຳໄຟຟ້າໃຫຍ່ສຸດຢູ່ພາກພື້ນ ກ່ຽວກັບຂະແຫນງເຄິ່ງຊັກນຳໄຟຟ້າ.
ເຫດການປີນີ້ໄດ້ສ້າງຂີດໝາຍສະເຫລີມສະຫລອງ 30 ປີແຫ່ງວັນຈັດຕັ້ງເຫດການ ໂດຍເຕົ້າໂຮມວິສາຫະກິດກວ່າ 500 ແຫ່ງ, ຫລາຍກວ່າ 1.300 ຮ້ານວາງສະແດງ ແລະ ແຂກມາຢ້ຽມຊົມປະມານ 20.000 ທ່ານທີ່ມາຈາກ 65 ປະເທດ ແລະ ເຂດແຄ້ວນ. ນີ້ກໍ່ແມ່ນຄັ້ງທຳອິດທີ່ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ດ້ວຍຂອບຂະຫນາດໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍຫລາຍພາກສ່ວນຈາກຫລາຍວິສາຫະກິດ, ກຸ່ມບໍລິສັດ, ອົງການ, ສະຖາບັນ, ໂຮງຮຽນແຖວຫນ້າ ຫວຽດນາມ ໃນຂົງເຂດເຄິ່ງຊັກນຳໄຟຟ້າ, ເອເລັກໂຕນິກ, ປັນຍາປະດິດ ແລະ ເຕັກໂນໂລຊີສູງ.
ຕາມທ່ານ ຫວໍຊວນຮວ່າຍ, ຮອງຫົວຫນ້າສູນນະວັດຕະກຳ ຫວຽດນາມ (NIC), ກະຊວງການເງິນ ຊື່ງແມ່ນຫົວຫນ່ວຍເປັນເຈົ້າພາບຈັດຕັ້ງ, ເຂົ້າຮ່ວມ SEMICON SEA 2025 ແມ່ນຂີດໝາຍສຳຄັນເພື່ອໃຫ້ ຫວຽດນາມ ເພີ່ມທະວີການມີຫນ້າໃນລະບົບສະຫນອງທົ່ວໂລກຂອງຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ເອເລັກໂຕນິກ ພ້ອມທັງໂຄສະນາຄວາມສາມາດບ່ົມຊ້ອນ, ທ່າໄດ້ປຽບຂອງຕົນໃນຂົງເຂດນີ້.
“ທ່າແຮງຂອງຫວຽດນາມ ຢູ່ທີ່ນີ້ແມ່ນແຫລ່ງຊັບພະຍາກອນມະນຸດທີ່ອຸດົມສົມບູນ ແລະ ມີທັກສະທີ່ດີ. ທີສອງແມ່ນ ສະພາບແວດລ້ອມມີສະຖຽນລະພາບດ້ານການເມືອງ, ມີການພົວພັນທີ່ດີກັບບັນດາປະເທດທີ່ມີຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າພັດທະນາ, ລະອຽດຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫລີ, ໄຕ້ຫວັນ (ຈີນ) ແລະ ປະເທດ ເອີລົບ ຈຳນວນຫນຶ່ງ. ນີ້ແມ່ນທ່າໄດ້ປຽບເພື່ອເຂົ້າຮ່ວມລະບົບມູນຄ່າຂອງຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າທົ່ວໂລກ
ຄຽງຂ້າງບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຳມະນາສະເພາະຂະແຫນງໃນຂອບເຂດຂອງເຫດການຄື SEMICON SEA 2025, ບັນດາວິສາຫະກິດເຕັກໂນໂລຊີ ຫວຽດນາມ ຍັງມີໂອກາດໂຄສະນາລະບົບນິເວດອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຊື່ອມຕໍ່ການຮ່ວມມືສາກົນ ແລະ ຊຸກຍູ້ການດຶງດູດການລົງທຶນ. ທ່ານນາງ ມາຍລານແອັງ, ຜູ້ອຳນວຍການສື່ມວນຊົນ ກຸ່ມບໍລິສັດ FPT ແບ່ງປັນວ່າ:
“FPT ພວມຊຸກຍູ້ການຮ່ວມມືໃນການອອກແບບ AI ແລະ ເຄິ່ງຊັກນຳໄຟຟ້າຜ່ານການກໍ່ສ້າງບັນດາໂຮງງານ AI ຢູ່ ຫວຽດນາມ ແລະ ຍີ່ປຸ່ນ ພ້ອມກັບ NVIDIA. FPT ມີການພົວພັນຄູ່ຮ່ວມມືຍຸດທະສາດກັບບັນດາບໍລິສັດທີ່ມີຊື່ສຽງແຖວຫນ້າຄື: Nvidia, Microsoft ແລະ ພວກເຮົາພວມພັດທະນາສູນ AI ຢູ່ ສ.ເກົາຫລີ, ແຕ່ລະປີແມ່ນບຳລຸງສ້າງນັກສຶກສາຈຳນວນກວ່າ 30.000 ຄົນ. ຜ່ານເຫດການ, FPT ປາດຖະຫນາຢາກໂຄສະນາຄວາມດູດດື່ມນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ ໃນຂົງເຂດເຄິ່ງຊັກນຳໄຟຟ້າສຳລັບບັນດານັກລົງທຶນສາກົນ”.
ງານວາງສະແດງເຄິ່ງຊັກນຳໄຟຟ້າ ອາຊີຕາເວັນອອກສຽງໃຕ້ ປີ 2025. (ພາບ: ຄະນະຈັດຕັ້ງ) |
ໃນສະພາບການທ່າອ່ຽງຂອງລະບົບມູນຄ່າເຄິ່ງຊັກນຳໄຟຟ້າ ພວມຄ່ອຍໆຫັນໄປຍັງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນປະເທດມີເງື່ອນໄຂຄົບຖ້ວນ ແລະ ມີປັດໄຈທີ່ຈຳເປັນເພື່ອພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ນັບແຕ່ການມີລະບົບການເມືອງສະຖຽນລະພາບ, ພູມີສາດສະດວກ, ແຫລ່ງວັດຖຸດິບອຸດົມສົມບູນ ຕະຫລອດຮອດແຫລ່ງຊັບພະຍາກອນມະນຸດໃນຂົງເຂດເຕັກນິກເຕັກໂນໂລຊີແມ່ນຫລວງຫລາຍ ແລະ ພື້ນຖານໂຄງລ່າງນັບມື້ນັບພັດທະນາ. ທ່ານ Christopher ຫງວຽນ CEO ຂອງ Aitomatic, ຊຶ່ງແມ່ນບໍລິສັດໃຫ້ຄຳປຶກສາ AI ຂອງ ອາເມລິກາ ໄດ້ໃຫ້ຂໍ້ສັງເກດວ່າ:
“ຫວຽດນາມ ພວມຢູ່ໃນບາດລ້ຽວສຳຄັນ ເມື່ອຫັນຈາກປະເທດພຽງແຕ່ໝູນໃຊ້ເຕັກໂນໂລຊີມາເປັນປະເທດປ່ຽນໃຫມ່ເຕັກໂນໂລຊີ ສະນັ້ນ ໂລກພວມຕິດຕາມເພື່ອເບິ່ງວ່າ ຫວຽດນາມ ຈະສາມາດປະຕິບັດສິ່ງນັ້ນໄດ້ຫລືບໍ່. ຂ້າພະເຈົ້າຖືວ່າ ຫວຽດນາມ ອາດຈະສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄວາມເກັ່ງກ້າສາມາດເປັນຈຳນວນຫລາຍ ທີ່ສາມາດກາຍເປັນຜູ້ຊ່ຽວຊານ ດ້ານ AI ແລະ ເຄິ່ງຊັກນຳໄຟຟ້າ. ທີສອງ ໂດຍພື້ນຖານແມ່ນການປ່ຽນແປງລະບົບສະຫນອງຍຸດທະສາດ ແລະ ຫວຽດນາມ ພວມໄດ້ຊົມໃຊ້ຫລາຍຢ່າງຈາກການປ່ຽນແປງນັ້ນ. ທີສາມ ແມ່ນນະໂຍບາຍ ແລະ ກຳລັງຫນູນຂອງຂະແຫນງ. ປະຈຸບັນ ມີການຮ່ວມສຳພັນຢ່າງແຫນ້ນແຟ້ນລະຫວ່າງບັນດາຂໍ້ລິເລີ່ມຂອງລັດຖະບານ ແລະ ການລົງທຶນໃຫ້ແກ່ການຄົ້ນຄ້ວາພັດທະນາ, ດຶງດູດ FDI”.
ການພັດທະນາ, ໝູນໃຊ້ເຕັກໂນໂລຊີ ເພື່ອສ້າງລະບົບນິເວດນະວັດຕະກຳໃນບັນດາຂົງເຂດປາຍແຫລມຄື: AI ແລະ ເຄິ່ງຊັກນຳໄຟຟ້າ ແມ່ນຫນ້າທີ່ເພື່ອຫັນບັນດາເປົ້າໝາຍ ຊື່ງມະຕິເລກທີ 57 ໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ. ເພີ່ມທະວີການມີຫນ້າຂອງ ຫວຽດນາມ ຢູ່ ບັນດາເຫດການເຕັກໂນໂລຊີທີ່ມີຂອບຂະຫນາດໃຫຍ່ ແມ່ນວິທີເພື່ອເປີດກາລະໂອກາດ, ນຳຫວຽດນາມ ກາຍເປັນຕ່ອງໂສ້ສຳຄັນໃນລະບົບນິເວດເຄິ່ງຊັກນຳໄຟຟ້າທ່ົວໂລກເທື່ອລະກ້າວ.