(VOVWORLD) - ໃນຊຸມວັນທ້າຍເດືອນຕຸລາ, ເຂດທາງທິດເໜືອແຂວງໄທງວຽນ (ແຂວງບັກການເກົ່າ) ກ້າວເຂົ້າສູ່ລະດູເກັບກ່ຽວໝາກພັບບໍ່ມີແກ່ນສຸດທ້າຍຂອງປີນີ້. ນີ້ແມ່ນໝາກໄມ້ພິເສດຍາມລະດູໄບໄມ້ຫຼົ່ນທີ່ມີຊື່ສຽງຂອງທ້ອງຖິ່ນ, ທັງແມ່ນຜົນລະປູກຫຼັກ, ທີ່ມີມູນຄ່າດ້ານເສດຖະກິດ, ປະກອບສ່ວນຊ່ວຍປະຊາຊົນຍົກສູງລາຍຮັບ, ປັບປຸງຊີວິດການເປັນຢູ່.
ບັນດາຕາແສງທາງທິດເໜືອຂອງແຂວງ ໄທງວຽນ ໄດ້ປູກໝາກພັບບໍ່ມີແກ່ນແຕ່ດົນນານແລ້ວ (ພາບ: VOV) |
ໝາກພັບບໍ່ມີແກ່ນ ມີນວນກອບ, ຫອມ ແລະ ພິເສດແມ່ນບໍ່ມີແກ່ນ. ຕ່າງກັບໝາກພັບຊະນິດທຳມະດາ, ໝາກພັບຊະນິດນີ້ທັງມີ ລົດຫວານພໍດີ, ທັງກອບ ເຊິ່ງໄດ້ຮັບຄວາມນິຍົມຈາກຕະຫຼາດ. ຢູ່ບັນດາຕາແສງທາງທິດເໜືອຂອງແຂວງ ໄທງວຽນ, ຊາວກະສິກອນໄດ້ປູກໝາກພັບບໍ່ມີແກ່ນແຕ່ດົນມາແລ້ວ, ມີຫຼາຍຕົ້ນອາຍຸເກືອບ 100 ປີແລ້ວ ແຕ່ຍັງໃຫ້ສະມັດຕະພາບ ແລະຄຸນນະພາບດີຢູ່, ເປັນຕົ້ນແມ່ນຢູ່ບັນດາຕາແສງຄື: ກວ໋າງແບັກ, ນາມເກື່ອງ, ດົ່ງຟຸກ, ນ່າຝັກ, ບາເບ, ນາຣີ່. ປີກາຍນີ້, ເນື້ອທີ່ປູກໝາກພັບໃນທົ່ວເຂດ ບັນລຸກວ່າ 830 ເຮັກຕາ, ດ້ວຍປະລິມານການຜະລິດກວ່າ 2.000 ໂຕນ. ເອື້ອຍ ຫວູທິເຫ້ວ, ຢູ່ຕາແສງ ບາເບ ແລະ ລຸງ ນົງຊີເລິບ ຢູ່ຕາແສງ ນາມເກື່ອງ ແຂວງ ໄທງວຽນ ໃຫ້ຮູ້ວ່າ:
ໝາກພັບນີ້ຫວານ. ແຕ່ລະປີ, ຂ້າພະເຈົ້າຂາຍອອກຕະຫຼາດຫຼາຍ. ລູກຄ້າຕີລາຄາວ່າ ໝາກພັບຢູ່ທີ່ນີ້ແຊບ. ປັດຈຸບັນ ທາງຈາລະຈອນໄປມາສະດວກສະບາຍ ດັ່ງນັ້ນການສົ່ງສິນຄ້າກໍ່ງ່າຍດາຍກວ່າເກົ່າ.
ເນື້ອທີ່ປູກຕົ້ນພັບບໍ່ມີແກ່ນຂອງຄອບຄົວຂ້າພະເຈົ້າມີປະມານ 6.000 ຕາແມັດ. ປີນີ້ ໝາກພັບໃຫຍ່, ງາມ, ແລະ ປະລິມານກໍ່ຫຼາຍກວ່າປີກ່ອນ. ອັນໄດ້ນຳມາເຊິ່ງມູນຄ່າເສດຖະກິດສູງ ຍ້ອນວ່າ ໝາກພັບຂາຍໄດ້ດີ. ບັນດາພໍ່ຄ້າຊາວຂາຍ ມາຊື້ຢູ່ກັບສວນເລີຍ.
ຢູ່ບ້ານ ນ່າຈອມ, ຕາແສງ ດົ່ງຟຸກ, ໜຶ່ງໃນບັນດາເຂດທີ່ປູກຕົ້ນໝາກພັບບໍ່ມີແກ່ນມາແຕ່ດົນນານຂອງແຂວງ ໄທງວຽນ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ ໄດ້ສ້າງຕັ້ງສະຫະກອນ ດົ່ງເລີຍ ນັບແຕ່ປີ 2018 ເພື່ອບົວລະບັດ, ຈຳໜ່າຍໝາກພັບບໍ່ມີແກ່ນ. ປັດຈຸບັນ ສະຫະກອນ ມີສະມາຊິກກວ່າ 20 ຄອບຄົວ, ສ່ວນບັນດາຄອບຄົວປູກໝາກພັບທີ່ຍັງເຫຼືອໃນບ້ານກໍ່ເຊື່ອມຕໍ່ກັບສະຫະກອນ ເພື່ອພ້ອມກັນແບ່ງປັນບົດຮຽນປະສົບການໃນການປູກ, ບົວລະບັດ, ເກັບກູ້ໝາກພັບບໍ່ມີແກ່ນ. ທ່ານ ລຸກວັນທຽບ, ຮອງຫົວໜ້າສະຫະກອນ ດົ່ງເລີຍ, ບ້ານ ນ່າຈອມ, ຕາແສງ ດົ່ງຟຸກ, ແຂວງ ໄທງວຽນ ໃຫ້ຮູ້ວ່າ:
ເນື້ອທີ່ປູກໝາກພັບຂອງສະຫະກອນ ແມ່ນປະມານ 43 ເຮັກຕາ, ເນື້ອທີ່ເກັບກ່ຽວປະມານກວ່າ 20 ເຮັກຕາ. ບາງປີການເກັບກ່ຽວໝາກພັບໄດ້ຮັບຜົນດີບັນລຸປະມານ 150 ໂຕນ. ປີ 2025 ນີ້ຄາດວ່າຈະເກັບກ່ຽວໄດ້ປະມານ 60 – 70 ໂຕນ. ປະຊາຊົນຢູ່ທີ່ນີ້ປາດຖະໜາຢາກຂະຫຍາຍເນື້ອທີ່ປູກໝາກພັບຕື່ມອີກ.
ຍ້ອນການໝູນໃຊ້ວິທະຍາສາດ, ເຕັກນິກດັ່ງນັ້ນສວນໝາກພັບມີການພັດທະນາດີ (ພາບ: VOV) |
ໝາກພັບບໍ່ມີແກ່ນໂດຍກົມຊັບສິນທາງປັນຍາ ອອກໃບຢັ້ງຢືນການແນະນຳພູມີສາດແຕ່ປີ 2010; ນອນໃນ Top 100 ເຄື່ອງໝາຍການຄ້າທີ່ມີຊື່ສຽງໃນປີ 2013 ດັ່ງນັ້ນການຈຳໜ່າຍຜະລິດຕະພັນກະເສດຊະນິດນີ້ ກໍ່ດີພໍສົມຄວນ. ປີນີ້, ບັນດາຄອບຄົວໄດ້ຂາຍໝາກພັບດ້ວຍລາຄາແຕ່ 20.000 – 25.000 ດົງ/kg. ມໍ່ໆມານີ້, ເພື່ອໃຫ້ການຂົນສົ່ງມີຄວາມສະດວກ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ,ຫຼາຍຕາແສງ ໄດ້ຍົກລະດັບເສັ້ນທາງມາເຖິງສວນ, ສ້າງທາງເບຕົງໄປສູ່ຕີນໂນນພູ ເພື່ອສ້າງຄວາມສະດວກໃຫ້ການຈຳໝ່າຍ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຍົກສູງລາຍຮັບ. ຍ້ອນເຫດນັ້ນ, ໝາກພັບບໍ່ມີແກ່ນ ໄດ້ຈຳໜ່າຍຢ່າງຫຼວງຫຼາຍຢູ່ບັນດາແຂວງທາງທິດເໜືອ ຄື: ຮ່າໂນ້ຍ, ຫ໋າຍຝ່ອງ, ບັກນິງ… ແຂກທ່ອງທ່ຽວ ມາທ່ຽວຢູ່ສວນໝາກພັບ, ສາມາດເກັບໝາກເອງ, ຖ່າຍຮູບ ແລະ ຊື້ເມືອເປັນຂອງຕ້ອນ, ປະກອບສ່ວນນຳຜະລິດຕະພັນໝາກພັບບໍ່ມີແກ່ນຂອງ ໄທງວຽນ ເຖິງຫຼາຍແຂວງນະຄອນໃນທົ່ວປະເທດ.
ນອກຈາກຜະລິດຕະພັນໝາກພັບບໍ່ມີແກ່ນ, ສະຫະກອນ ດົ່ງເລີຍ ຍັງນຳໜ້າໃນການຍົກສູງຄຸນນະພາບຜະລິດຕະພັນ, ເປີດກວ້າງຕະຫຼາດຈຳໜ່າຍ ແລະ ຫັນຜະລິດຕະພັນປຸງແຕ່ງຈາກໝາກພັບບໍ່ມີແກ່ນເປັນຫຼາຍຮູບຫຼາຍແບບ, ຜ່ານນັ້ນ ກໍ່ຊ່ວຍຍົກສູງທ່າໄດ້ປຽບໃນການແກ້ງແຍ້ງໃຫ້ແກ່ໝາກໄມ້ຊະນິດນີ້. ປີນີ້, ສະຫະກອນ ໄດ້ລົງທຶນປຸງແຕ່ງໝາກພັບອົບແຫ້ງດ້ວຍພະລັງງານແສງຕາເວັນ. ທ່ານ ດົ່ງວັນເລີຍ, ຫົວໜ້າສະຫະກອນ ຕາແສງດົ່ງເລີຍ ໃຫ້ຮູ້ວ່າ:
ທາງສະຫະກອນໄດ້ສຸມໃສ່ປຸງແຕ່ງໝາກພັບອົບແຫ້ງເພື່ອແນໃສ່ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄຸນນະພາບມູນຄ່າເສດຖະກິດ. ເມື່ອຈຳໜ່າຍຜະລິດຕະພັນໝາກພັບບໍ່ມີແກ່ນອົບແຫ້ງ ຢູ່ຕະຫຼາດແມ່ນໄດ້ຮັບຄວາມນິຍົມທີສຸດຈາກລູກຄ້າ.
ພິເສດ, ຜະລິດຕະພັນໝາກພັບບໍ່ມີແກ່ນຂອງສະຫະກອນ ດົ່ງເລີຍ ໄດ້ຮັບການຮັບຮອງວ່າແມ່ນຜະລິດຕະພັນໃນ ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP). ທິດທາງນີ້ບໍ່ພຽງແຕ່ແກ້ໄຂສະພາບໝາກສົດເຫຼືອເພື່ອເທົ່ານັ້ນ, ຫາກຍັງຍົກສູງມູນຄ່າທົບຫຼາຍເທົ່າ, ນຳໝາກພັບບໍ່ມີແກ່ນ ຈາກຜະລິດຕະພັນຕາມລະດູການກາຍເປັນຂອງຕ້ອນທີ່ສາມາດໃຊ້ໃນຕະຫຼອດປີ.
ເພື່ອເສີມຂະຫຍາຍມູນຄ່າເສດຖະກິດເຊິ່ງຕົ້ນໝາກພັບບໍ່ມີແກ່ນນຳມາໃຫ້, ທາງແຂວງ ໄທງວຽນ ໄດ້ ແລະ ພວມຍູ້ແຮງວຽກງານສົ່ງເສີມການຄ້າຜ່ານການນຳຜະລິດຕະພັນພົ້ນເດັ່ນຂອງທ້ອງຖິ່ນເຂົ້າຕະຫຼາດການຄ້າເອເລັກໂຕນິກ, ໂຄສະນາຢູ່ໃນສື່ສັງຄົມ, ເຂົ້າຮ່ວມຕະຫຼາດນັດ, ເຊື່ອມຕໍ່ກັບບັນດາຊ່ອງແຈກຢາຍ.
ຈາກຜະລິດຕະພັນພິເສດຢູ່ເຂດໂນນພູ, ໝາກພັບບໍ່ມີແກ່ນ ໄດ້ກາຍເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງຢູ່ຕະຫຼາດ. ບັນດາບ້ານກ້າວມີລັກສະນະບຸກທະລຸ, ຍືນຍົງນັ້ນແມ່ນຂໍ້ກຸນແຈເພື່ອໃຫ້ຕົ້ນປູກຫຼັກຂອງເຂດພູສູງ ໄທງວຽນ ປະກອບສວ່ນເຂົ້າການພັດທະນາເສດຖະກິດທ້ອງຖິ່ນ ເວົ້າລວມ, ຍົກສູງຊີວິດກາຍເປັນຢູ່, ເພີ່ມລາຍຮັບໃຫ້ແກ່ປະຊາຊົນເຂດພູສູງ ເວົ້າສະເພາະ.