(VOVWORLD) -ວັນທີ 1 ກໍລະກົດ ປີ 2025 ສ້າງຂີດໝາຍປະຫວັດສາດເມື່ອແຂວງ ແຄງຮວ່າ ແລະ ນິງທ້ວນ ໂຮມເຂົ້າກັນກາຍເປັນແຂວງ ແຄງຮວ່າ ໃຫມ່ຢ່າງເປັນທາງການ. ເລື່ອງໂຮມ 2 ທ້ອງຖິ່ນເຂົ້າກັນ ໄດ້ເປີດພື້ນທີ່ພັດທະນາອັນກວ້າງໃຫຍ່ ດ້ວຍຄວາມສາມາດບົ່ມຊ້ອນການ ທ່ອງທ່ຽວເປັນຫລາຍຮູບແບບ, ເສດຖະກິດແມ່ນມີຫລາຍຂະແຫນງ ແລະ ພື້ນຖານໂຄງລ່າງທັນສະໄຫມ. ນີ້ແມ່ນບາດກ້າວເດີນສຳຄັນ ຊຸກຍູ້ການພັດທະນາຢ່າງວ່ອງໄວ, ໝັ້ນຄົງ ແລະ ຍົກສູງລະດັບທີ່ຕັ້ງບົດບາດຂອງແຂວງໃຫມ່ ກາຍເປັນກ້ຳເຕີບໂຕຢູ່ ພາກກາງ ຫວຽດນາມ.
ແຂວງ ແຄງຮ່ວາ ພາຍຫລັງໂຮມເຂົ້າ ມີເຂດທະເລກວ້າງໃຫຍ່. (ພາບ:Thái Bình/ VOV-ພາກກາງ) |
“ພວກຂ້າພະເຈົ້າປາດຖະຫນາວ່າ ດ້ວຍແຜນນະໂຍບາຍອັນຖືກຕ້ອງ ແລະ ດ້ວຍທ່າໄດ້ປຽບພາຍຫລັງໂຮມເຂົ້າກັນ, ແຂວງໃຫມ່ ຈະເສີມຂະຫຍາຍໄດ້ກຳລັງບົ່ມຊ້ອນ, ທ່າແຮງ ເພື່ອພັດທະນາບ້ານເກີດເມືອງນອນ, ປະເທດຊາດ ໃຫ້ນັບມື້ຮັບຈະເລີນຮຸ່ງເຮືອງ”.
“ແຂວງ ນິງທ້ວນ ແລະ ແຄງຮວ່າ ໂຮມເຂົ້າກັນ ຈະມີບາດກ້າວບຸກທະລຸ, ພັດທະນາໃຫມ່ໃນຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ທຸກດ້ານຂອງຊີວິດ”.
ພາຍຫລັງໂຮມເຂົ້າກັນ, ແຂວງ ແຄງຮວ່າໃຫມ່ ກາຍເປັນທ້ອງຖິ່ນເຕົ້າໂຮມຫລາຍສິ່ງ “ເດັ່ນກວ່າໝູ່” ຂອງທັງປະເທດ. ໃນນັ້ນ ອາດເວົ້າເຖິງເຊັ່ນ: ແຂວງ ມີສະຫນາມບິນຫລາຍແຫ່ງກວ່າໝູ່ (3 ສະຫນາມບິນ: ກາມແຣງ, ແທ່ງເຊິນ, ເຈື່ອງອາ); ແຂວງ ມີທ່າກຳປັ່ນທະເລນ້ຳເລິກສາກົນຫລາຍກວ່າໝູ່ຂອງທັງປະເທດ ແລະ ພາກພື້ນ (ທ່າກຳປັ່ນ ເວີນຟອງ, ທ່າກຳປັ່ນ ກາມແຣງ, ທ່າກຳປັ່ນ ກ່ານາ); ແຂວງ ມີແຄມທະເລຍາວກວ່າໝູ່ຂອງທົ່ວປະເທດ ດ້ວຍຄວາມຍາວ 590 ກິໂລແມັດ ລວມມີຫາດຊາຍທະເລສວຍງາມຫລາຍແຫ່ງທີ່ມີຊື່ສຽງ, ແມ່ນແຂວງທີ່ມີເກາະຫລາຍແຫ່ງກວ່າໝູ່ ໃນທົ່ວປະເທດ ດ້ວຍ 200 ເກາະໃຫຍ່, ນ້ອຍ, ໃນນັ້ນ ມີໝູ່ເກາະເຈື່ອງຊາ, ແຂວງ ມີອ່າວຫລາຍແຫ່ງ ແລະ ທັດສະນີຍະພາບສວຍງາມທີ່ສຸດໃນໂລກ ແລະ ປະເທດ (ໃນນັ້ນ ມີອ່າວ ຍາຈາງ ແມ່ນຫນຶ່ງໃນຈຳນວນ 14 ອ່າວງາມກວ່າໝູ່ໃນໂລກ, ອ່າວ ກາມແຣງ ແມ່ນຫນຶ່ງໃນຈຳນວນ 3 ອ່າວມີທຳມະຊາດດີ ແລະ ງາມກວ່າໝູ່ໃນໂລກ...), ແຂວງ ມີມໍລະດົກ, ປູຊະນີຍະສະຖານ, ທັດສະນີຍະພາບຫລາຍກວ່າໝູ່ໃນທົ່ວປະເທດ (ໃນນັ້ນ ມີ 5 ມໍລະດົກໂລກ ໂດຍໄດ້ຮັບການຮັບຮອງຈາກ UNESCO); ແຂວງໃຈກາງດ້ານພະລັງງານ ແລະ ພະລັງງານສະອາດໃຫຍ່ສຸດຂອງທົ່ວປະເທດ.
ເມື່ອຕີລາຄາຄວາມສາມາດບ່ົມຊ້ອນການພັດທະນາການທ່ອງທ່ຽວຂອງ ແຂວງ ແຄງຮ່ວາໃຫມ່, ທ່ານ ຟ້າມມິງຍືດ, ປະທານ ສະຫະສະມາຄົມທ່ອງທ່ຽວ ຍາຈາງ - ແຄງຮວ່າ ຖືວ່າ: ນັບແຕ່ນີ້ ແຄງຮວ່າ ທັງໄດ້ເປີດກວ້າງພື້ນທີ່ພັດທະນາການທ່ອງທ່ຽວດ້ານພູມສາດ ພ້ອມທັງໄດ້ຮັບການຍົກລະດັບລວງເລິກດ້ານວັດທະນະທຳ ແລະ ປະສົບການ, ໝັ້ນໝາຍຈະສ້າງບາດກ້າວກະໂດດຂັ້ນໃຫ້ແກ່ຂະແຫນງເສດຖະກິດປາຍແຫລມ.
“ໂຮມເຂົ້າກັນຈະບໍ່ແມ່ນການຮ່ວມສຳພັນເທົ່ານັ້ນ ຫາກກາຍເປັນຜະລິດຕະພັນທ່ອງທ່ຽວຢ່າງເປັນທາງການ. ການທ່ອງທ່ຽວ ນິງທ້ວນ ມີຈຸດຄ້າຍຄືກັນກັບ ແຄງຮວ່າ ແຕ່ຍັງຄົງຮັກສາຈຸດພິເສດສະເພາະ. ເລື່ອງໂຮມເຂົ້າຈະສ້າງການຮ່ວມສຳພັນຢ່າງແຫນ້ນແຟ້ນ, ຫລາຍຮູບແບບ, ຜ່ານນັ້ນ ກໍ່ຊ່ວຍດຶງດູດນັກທ່ອງທ່ຽວ”.
ຍ້ອນມີອ່າວຫລາຍແຫ່ງ, ແຂວ ແຄງຮ່ວາ ມີເງື່ອນໄຂພັດທະນາເສດຖະກິດທະເລ. (ພາບ: Thái Bình/ VOV- ພາກກາງ) |
ເມື່ອເຊື່ອມຕໍ່ກາຍເປັນແຂວງເປັນເອກະພາບ, ແຂວງ ແຄງຮວ່າໃຫມ່ ມີເນື້ອທີ່ກວ້າງກວ່າ 8.500 ກິໂລຕາແມັດ, ເປີດກວ້າງພື້ນທີ່ພັດທະນາຢູ່ທິດຕາເວັນຕົກ ແລະ ທິດໃຕ້. ທ່ານ ເຈີ່ນກວັກນາມ, ປະທານ ຄະນະກຳມະການປະຊາຊົນ ແຂວງ ແຄງຮວ່າ ຢືນຢັນ:
“ເລື່ອງໂຮມ 2 ແຂວງເຂົ້າກັນ ແມ່ນແຜນນະໂຍບາຍໃຫຍ່, ມີລັກສະນະປະຫວັດສາດ ແລະ ມີຄວາມໝາຍຍຸດທະສາດຍາວນານ. ນີ້ບໍ່ພຽງແຕ່ແມ່ນເຫດການຫນຶ່ງດ້ານບໍລິຫານເທົ່ານັ້ນ ຫາກຍັງແມ່ນກາລະໂອກາດທີ່ຫາຍາກເພື່ອກຳນົດຫົວຫນ່ວຍບໍລິຫານເສດຖະກິດທີ່ມີຂອບຂະຫນາດໃຫຍ່, ພູມສັນຖານອຸດົມສົມບູນ, ລະບົບພື້ນຖານໂຄງລ່າງແມ່ນຄົບຖ້ວນຫລາຍສົມຄວນ ແລະ ມີຄວາມສາມາດບົ່ມຊ້ອນການພັດທະນາຮອບດ້ານ”.
ອຳນາດການປົກຄອງແຂວງ ແຄງຮວ່າໃຫມ່ ໄດ້ກຳນົດ 3 ເສົາຄ້ຳພັດທະນາ ຊື່ງລວມມີ: ອຸດສາຫະກຳເຕັກໂນໂລຊີສູງ, ພະລັງງານສະອາດ ແລະ ການທ່ອງທ່ຽວທະເລ. ແຄງຮວ່າ ເອົາໃຈໃສ່ເປັນພິເສດເຖິງການພັດທະນາໄຟຟ້າແຮງລົມ, ໄຟຟ້າແສງຕາເວັນທີ່ມີຂອບ ຂະຫນາດໃຫຍ່, ມຸ່ງໄປເຖິງເປົ້າໝາຍກໍ່ສ້າງ ແຄງຮວ່າ ໃຫ້ກາຍເປັນສູນກາງດ້ານການບໍລິການ, ການທ່ອງທ່ຽວທະເລສາກົນ, ສູນກາງການບໍລິການອຸດສາຫະກຳພະລັງງານທົດແທນລະຫວ່າງ ເຂດ, ສູນກາງພະລັງງານ, ພະລັງງານສະອາດຂອງທັງປະເທດ, ສູນກາງຂໍ້ມູນແຫ່ງຊາດ ແລະ ສາກົນ, ສູນກາງຜະລິດຊິບເຄິ່ງຊັກນຳໄຟຟ້າ. ເພື່ອໃຫ້ແຂວງ ແຄງຮວ່າ ບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກໃນໄລຍະຈະມາເຖິງ, ທ່ານ ເຈີ່ນກວັກນາມ ໃຫ້ຮູ້ວ່າ:
“ແຂວງ ຈະພັດທະນາອຸດສາຫະກຳສະອາດ, ອຸດສາຫະກຳເຕັກໂນໂລຊີສູງ, logistic, ການທ່ອງທ່ຽວມີຄຸນນະພາບສູງ ແລະ ເສດຖະກິດທະເລຢ່າງຮອບດ້ານ. ອຸດສາຫະກຳພັດທະນາຕາມທິດຍືນຍົງ. ແຂວງ ຈະສ້າງໂຄງປະກອບຮູບແບບການເຕີບໂຕ ຄືນໃຫມ່ ດ້ວຍການກຳນົດທິດທີ່ຈະແຈ້ງ, ມີລັກສະນະຍຸດທະສາດ, ລະອຽດ. ເສດຖະກິດທະເລ ແມ່ນພື້ນຖານ, ພັດທະນາຕາມທິດຫລາຍຂະແຫນງ. ການທ່ອງທ່ຽວພັດທະນາເປັນຫລາຍຮູບແບບ, ສ້າງສູນກາງດ້ານການຄ້າ, ຖະຫນົນການເງິນ, logistic ທີ່ມີຄຸນນະພາບສູງ. ນຳ ຍາຈາງ ກາຍເປັນຕົວເມືອງທ່ອງທ່ຽວອັດສະລິຍະ, ທາງທິດເຫນືອແຫລມ ກາມແຣງ ແລະ ນິງຈື້ ແມ່ນເຂດທ່ອງທ່ຽວແຫ່ງຊາດ, ເວີນຟອງ ເໜືອ ແມ່ນ ຕົວເມືອງທ່ອງທ່ຽວທະເລສາກົນ”.
ດ້ວຍຄວາມສາມາດບົ່ມຊ້ອນ ພາຍຫລັງໂຮມ 2 ແຂວງເຂົ້າກັນ, ແຄງຮວ່າ ພວມຍູ້ໄວວິວັດການນຳທ້ອງຖິ່ນ ກາຍເປັນກ້ຳເຕີບໂຕໃຈກາງໃຫມ່ຂອງເຂດແຄມທະເລທາງທິດໃຕ້ພາກກາງ, ມານະພະຍາຍາມເຮັດສຳເລັດເປົ້າໝາຍນຳ ແຄງຮວ່າ ກາຍເປັນນະຄອນຂຶ້ນກັບສູນກາງໃນປີ 2030. ນີ້ແມ່ນບັນດາປັດໄຈສຳຄັນເພື່ອສ້າງກຳລັງດູດດື່ມຂອງແຂວງ ແຄງຮວ່າ ສຳລັບບັນດານັກລົງທຶນ ແລະ ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດໃນໄລຍະຈະມາເຖິງ.