ໂກນດ໋າວ - ຂະບວນວິວັດແຫ່ງການພັດທະນາເສດຖະກິດໝູນວຽນທ່າມກາງ ທິວທັດທຳມະຊາດຮົກເຮື້ອເປົ່າຫວ່າງ

(VOVWORLD) - ເຂດພິເສດ ໂກນດ໋າວ ແມ່ນເຂດດິນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວ, ຊີວະນາໆພັນ ແລະ ແມ່ນຈຸດນັດພົບອັນດູດດື່ມຂອງການ ທ່ອງທ່ຽວຊີວະພາບ, ພັກຜ່ອນບຳລຸງສຸຂະພາບທີ່ມີຄຸນນະພາບສູງ. ໃນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມກົດດັນຈາກການທ່ອງທ່ຽວທີ່ເປັນຫລາຍຮູບແບບຄືປະຈຸບັນ, ເລື່ອງພັດທະນາ ເສດຖະກິດໝູນວຽນ ແມ່ນມາດຕະການຫລັກແຫລ່ງເພ່ືອຮັບປະກັນການພັດທະນາແບບຍືນຍົງ, ຮັກສາຄວາມງາມແບບທຳມະຊາດ ແລະ ມໍລະດົກຂອງເຂດພິເສດ.


 
ໂກນດ໋າວ - ຂະບວນວິວັດແຫ່ງການພັດທະນາເສດຖະກິດໝູນວຽນທ່າມກາງ ທິວທັດທຳມະຊາດຮົກເຮື້ອເປົ່າຫວ່າງ - ảnh 1
ການເຄື່ອນໄຫວປ່ອຍໂຕເຕົ່າລົງທະເລ ຢູ່ ໂກນດ໋າວ ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ.
(ພາບ:Lưu Sơn/VOV-TP. Hồ Chí Minh)

ຢູ່ເຂດທ່ອງທ່ຽວຊີວະພາບປ່າຊາຍເລນ ຮ່ອນໄບ໋ແກ້ງ, ຂຶ້ນກັບປ່າສະຫງວນແຫ່ງຊາດ ພິເສດ ໂກນດ໋າວ, ມີກຸ່ມຊາວຫນຸ່ມ ມີຄວາມເບີກບານມ່ວນຊື່ນເມື່ອປ່ອຍໂຕເຕົ່ານ້ອຍລົງທະເລ.

ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວທ່ອງທ່ຽວແບບລົງຕົວຈິງໂດຍໄດ້ຮັບການຍູ້ແຮງໃນໄລຍະມໍ່ໆມານີ້ຢູ່ທ້ອງຖິ່ນ ຊື່ງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ນິຍົມ. ນັກທ່ອງທ່ຽວມານີ້ ບໍ່ພຽງແຕ່ໄດ້ເຂົ້າຮ່ວມບັນດາຮູບແບບການທ່ອງທ່ຽວຕ່າງໆຄື: ຖີບລົດຖີບຢູ່ອ້ອມເກາະ, ຊົມໂຕເຕົ່າອອກໄຂ່ໃນຍາມກາງຄືນ, ປ່ອຍໂຕເຕົ່າລົງທະເລ, ລອຍນ້ຳ ແລະ ຊົມຫີນປະກາລັງ... ຫາກຍັງພ້ອມກັບປະຊາຊົນທ້ອງຖິ່ນເຂົ້າຮ່ວມການເຄື່ອນໄຫວໃນການປົກປັກຮັກສາສິ່ງແວດລ້ອມໂດຍກົງ.

ຜັນຂະຫຍາຍຮູບແບບເສດຖະກິດໝູນວຽນ, ໂກນດ໋າວ ໄດ້ ແລະ ພວມຮັກສາການທະວີຄູນບັນດາຮູບແບບອັນແທດຈິງ. ພິເສດ ແມ່ນຮູບແບບການທ່ອງທ່ຽວ ຫລຸດຜ່ອນຢາງພະລາສະຕິດ ໂດຍມີການເຂົ້າຮ່ວມ 100% ຂອງຮາກຖານພັກເຊົາ, ວິສາຫະກິດເຮັດບໍລິການທ່ອງທ່ຽວ, ການບໍລິການຂົນສົ່ງ. ອ້າຍ ຟ້າມຫງວຽນເຈືອງ, ເຮັດທຸລະກິດການບໍລິການພັກເຊົາຢູ່ ໂກນດ໋າວ - ໂກນດ໋າວ Resort, ແບ່ງປັນວ່າ:

“ຢູ່ ໂກນດ໋າວ - Resort ພວກຂ້າພະເຈົ້າດຳເນີນການເກັບ ແລະ ຈັດແຍກ, ບຳບັດປະເພດສິ່ງເສດເຫລືອຊີວະສາດ. ຕົວຢ່າງຄື: ພວກຂ້າພະເຈົ້າໄປເກັບຊື້ເປືອກໝາກ ພ້າວນຳເອົາມາຜະລິດເປັນຝຸ່ນຊີວະສາດເພື່ອຮັບໃຊ້ການປູກຕົ້ນໄມ້, ໃສ່ຝຸ່ນໃຫ້ຕົ້ນໄມ້ຂຽວ ໃນບໍລິເວນ Resort.      

ກໍເຊັ່ນດຽວກັນ, ອ້າຍ ຫງວຽນຮວ່າງເຟືອງ, ຜູ້ອຳນວຍການບໍລິສັດການບໍລິການ - ທ່ອງທ່ຽວ ດ໋າວງອກ Travel ຈຳກັດ, ຊື່ງແມ່ນສະມາຊິກຮູບແບບເສດຖະກິດໝູນວຽນ ໃຫ້ ຮູ້ວ່າ: ແຜນນະໂຍບາຍຫັນບັນດາຜະລິດຕະພັນທ່ອງທ່ຽວເປັນສີຂຽວ ແມ່ນການກຳນົດທິດພັດທະນາຂອງວິສາຫະກິດ. ດ້ວຍຮູບແບບ ກາເຟ “ລ່າຊົມຄວາມງາມ ຮຸ່ງອາລຸນຢູ່ ໂກນດ໋າວ” ບໍ່ສົ່ງຜົນກະທົບເຖິງສິ່ງແວດລ້ອມ ພວມໄດ້ແຜ່ຂະຫຍາຍຢ່າງຕັ້ງຫນ້າໃນປະຊາຄົມ, ນັກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກ.

“ກາເຟ ລ່າຊົມຄວາມງາມຂອງແສງອາລຸນຮຸ່ງເຊົ້າຢູ່ ໂກນດ໋າວ ແມ່ນຮູບແບບທົດລອງ ດ້ານເສດຖະກິດໝູນວຽນ. ພວກຂ້າພະເຈົ້ານຳໃຊ້ຈອກເຮັດດ້ວຍເຈ້ຍ, ເອົາສິ່ງເສດເຫລືອ ນຳມາຜະລິດເປັນບັນດາຜະລິດຕະພັນທີ່ແຕກຕ່າງຄືນໃຫມ່ ແລະ ສືບຕໍ່ເຮັດໝູນວຽນ”.

ໂກນດ໋າວ - ຂະບວນວິວັດແຫ່ງການພັດທະນາເສດຖະກິດໝູນວຽນທ່າມກາງ ທິວທັດທຳມະຊາດຮົກເຮື້ອເປົ່າຫວ່າງ - ảnh 2ນັກທ່ອງທ່ຽວນິຍົມພາຍເຮືອຢູ່ທະເລ ໂກນດ໋າວ ໃນຍາມສາຍັນ. (ພາບ: Lưu Sơn/VOV-TP. Hồ Chí Minh)

ສ່ວນຢູ່ບັນດາເຂດຊຸມຊົນ, ຮາກຖານການທ່ອງທ່ຽວ, ປະຊາຊົນ ແລະ ວິສາຫະກິດ ໄດ້ສ້າງຫລາຍຮູບແບບຄື: ເຮືອນສີຂຽວ, ບໍ່ນຳໃຊ້ຂວດຢາງພະລາສະຕິກ, ຖົງນີລົງ. ເຂດພິເສດ ໂກນດ໋າວ, ນະຄອນໂຮ່ຈິມິນ (ກ່ອນນີ້ແມ່ນເມືອງ ໂກນດ໋າວ ແຂວງ ບ່າເຣ້ຍ ຫວູງເຕົ່າ) ຕາມແຜນຮ່າງຄົ້ນຄ້ວານຳໃຊ້ຮູບແບບເສດຖະກິດໝູນວຽນຮັບໃຊ້ການພັດທະນາ ເສດຖະກິດ ສັງຄົມ ໂກນດ໋າວ ແບບຍືນຍົງ ໄລຍະ 2022 -2025, ການກຳນົດທິດຮອດປີ 2030, ໄດ້ປະກາດໃຊ້ໃນປີ 2023.

ພາຍຫລັງຜັນຂະຫຍາຍມາເປັນເວລາ 2 ປີ, ໂກນດ໋າວ ບັນລຸໄດ້ບັນດາໝາກຜົນທີ່ຫນ້າ ປະທັບໃຈຄື: ປະລິມານຂີ້ເຫຍື້ອຢາງພະລາສະຕິກໃຊ້ຄັ້ງດຽວຢູ່ ບັນດາຮາກຖານການທ່ອງທ່ຽວຫລຸດລົງ 35 - 40%; ກວ່າ 50% ບ່ອນພັກເຊົາ, ຮ້ານອາຫານນຳໃຊ້ຮູບແບບ “ປອດເຄື່ອງຢາງພະລາສະຕິກໃຊ້ຄັ້ງດຽວ”; ມີຫລາຍຮູບແບບຜະລິດສິ່ງເສດເຫລືອອົງຄະທາດຄືນໃຫມ່ເປັນຝຸ່ນ ໄດ້ທະວີຄູນອອກກວ້າງ; ບັນດາ Tour ທ່ອງທ່ຽວຊີວະພາບ, ຢ້ຽມຊົມທິວທັດທຳມະຊາດ ແລະ ຊອກຮູ້ວັດທະນະທຳທ້ອງຖິ່ນແມ່ນພັດທະນາຢ່າງແຮງ, ດຶງດູດນັກທ່ອງທ່ຽວໃຫ້ມີສະຕິໃນການປົກປັກຮັກສາສິ່ງແວດລ້ອມ.

  ໃນໄລຍະຈະມາເຖິງ, ໂກນດ໋າວ ສືບຕໍ່ເປີດກວ້າງຂອບຂະຫນາດບັນດາຮູບແບບທີ່ມີໃນ ປະຈຸບັນ, ຍູ້ແຮງການສົ່ງເສີມວິສາຫະກິດເຂົ້າຮ່ວມ ແລະ ຄົ້ນຄ້ວາການນຳໃຊ້ບັນດາເຕັກໂນໂລຊີໃຫມ່ໃນການຄຸ້ມຄອງສິ່ງເສດເຫລືອ, ພະລັງງານທົດແທນ ແລະ ການທ່ອງທ່ຽວ ອັດສະລິຍະ. ທ່ານ ເລແອັງຕູ, ເລຂາພັກ ເຂດພິເສດ ໂກນດ໋າວ ຢືນຢັນວ່າ:

“ໂກນດ໋າວ ຈະເອົາໃຈໃສ່ເພີ່ມທະວີແຫລ່ງຊັບພະຍາກອນມະນຸດ, ປ່ຽນແປງໃຫມ່ຫລັກສູດ ບຳລຸງສ້າງກ່ຽວກັບເສດຖະກິດໝູນວຽນ, ການລົງທຶນພື້ນຖານໂຄງລ່າງການຜະລິດຄືນໃຫມ່, ບຳບັດສິ່ງເສດເຫລືອກໍ່ຄືໂຄສະນາຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບການບໍລິໂພກ ແບບຍືນຍົງ. ໂກນດ໋າວ ກໍ່ຮຽກຮ້ອງບັນດາວິສາຫະກິດ ສະແດງຄວາມຮັບຜິດຊອບຕໍ່ສິ່ງ ແວດລ້ອມໃນການເຄື່ອນໄຫວລົງທຶນດຳເນີນທຸລະກິດ.

        ບັນດາໝາກຜົນເບື້ອງຕົ້ນພວມຄ່ອຍໆກຳນົດ ໂກນດ໋າວ ສີຂຽວ - ສະອາດ - ພັດທະນາຢ່າງກົມກຽວ, ມີສີສັນສະເພາະ ແລະ ມີຄວາມຮັບຜິດຊອບ. ດ້ວຍຄວາມດູດດື່ມຂອງຄວາມສະຫງົບງຽບ ແລະ ອາກາດປອດໂປ່ງທີ່ຫາຍາກ, ດ້ວຍຄວາມຕັດສິນໃຈຂອງອຳນາດການປົກຄອງ, ປະຊາຊົນ ແລະ ວິສາຫະກິດ, ເສດຖະກິດໝູນວຽນ ຈະຊ່ວຍ ໂກນດ໋າວ ເສີມຂະຫຍາຍບັນດາທ່າແຮງສະເພາະທີ່ມີຢູ່ແລ້ວ ເພື່ອພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ