(VOVWORLD) - ພັກກອມມູນິດ ຫວຽດນາມ ຍາມໃດກໍຖືຜົນປະໂຫຍດຂອງປະຊາຊົນເປັນສຳຄັນແຖວໜ້າ. ບັນດານະໂຍບາຍຊີ້ຂາດຂອງພັກລ້ວນແຕ່ເພື່ອຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນແຕ່ລະຄົນ. ບົດສາລະຄະດີ “ເປົ້າໝາຍສູງສຸດຂອງພັກແມ່ນຄວາມຜາສຸກຂອງປະຊາຊົນ” ຈະສະເໜີບັນດາເລື່ອງລາວທີ່ແທ້ຈິງ, ມີຊີວິດຊີວາ, ແຫ່ງທີ່ແຜນນະໂຍບາຍ, ແນວທາງຂອງພັກໄດ້ປະກົດຜົນເປັນຈິງ ດ້ວຍບັນດາການປ່ຽນແປງຢ່າງຈະແຈ້ງໃນແຕ່ລະຄອບຄົວ, ແຕ່ລະຄົນ, ຢັ້ງຢືນທິດສະດີທີ່ວ່າ: ຄວາມຜາສຸກຂອງປະຊາຊົນ ແມ່ນໄມ້ຫຼາວັດແທກຄຸນຄ່າສູງສຸດຂອງການອຸທິດສ່ວນ.
ເອື້ອຍ ຫຼໍ່ທິຫຼາ, ຊາວເຜົ່າຜູ້ໄທ, ຢູ່ບ້ານ ນາຢ່ອນ, ຕາແສງຊາຍແດນ ຈ່ຽງຄອງ, ແຂວງ ເຊີນລາ ແບ່ງປັນດ້ວຍຄວາມດີໃຈ |
ເອື້ອຍ ຫຼໍ່ທິຫຼາ, ຊາວເຜົ່າຜູ້ໄທ, ຢູ່ບ້ານ ນາຢ່ອນ, ຕາແສງຊາຍແດນ ຈ່ຽງຄອງ, ແຂວງ ເຊີນລາ ພ້ອມກັບລູກຊາຍມ້ຽນມັດເຄື່ອງຂອງແລ້ວຍ້າຍມາຢູ່ໃນເຮືອນຫຼັງໃໝ່ດ້ວຍຄວາມເບີກບານມ່ວນຊື່ນ. ໂດຍເປັນແມ່ລ້ຽງດຽວແຕ່ຕອນລູກອາຍຸພຽງ 1 ດືອນ, ເອື້ອຍໄດ້ເບິ່ງແຍງດູແລລູກຮ່ຳຮຽນມາຫຼາຍປີ, ລາຍຮັບຂອງຄອບຄົວ ພຽງແຕ່ອີງໃສ່ການເຮັດໄຮ່ເຮັດສວນ, ສະນັ້ນ ຄວາມໄຝ່ຝັນໄດ້ຢູ່ໃນເຮືອນທີ່ໝັ້ນຄົງຖາວອນກໍ່ ແມ່ນສິ່ງທີ່ໄກແສນໄກ.
ໂດຍຜັນຂະຫຍາຍໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ຜູ້ປະສົບກັບຄວາມຫຍຸ້ງຍາກຕາມແຜນນະໂຍບາຍຂອງພັກ, ຕາແສງ, ບ້ານ, ພ້ອມກັບບັນດາຜູ້ໃຈບຸນໃຈກຸສົນໄດ້ບູລິມະສິດແຫຼ່ງກຳລັງ, ຊ່ວຍສອງແມ່ລູກເອື້ອຍ ຫຼາ ປຸກສ້າງເຮືອນຢູ່ຖາວອນ. ເອື້ອຍແບ່ງປັນວ່າ:
“ຂອບໃຈພັກ, ລັດຫຼາຍໆ, ດຽວນີ້ ຮອດຍາມຝົນຕົກ,ແດດຮ້ອນ, ສອງແມ່ລູກຂ້າພະເຈົ້າບໍ່ຕ້ອງເປັນຫ່ວງອີກແລ້ວ, ອຸ່ນອ່ຽນໃຈທຳມາຫາກິນເພື່ອບືນຕົວຂຶ້ນ”.
ຄອບຄົວອ້າຍ ວ່າງອາຢີ ຢູ່ບ້ານ ນ່າຄາມ, ຕາແສງ ຈ່ຽງຄອງ, ແຂວງ ເຊີນລາ ໃນມື້ຮັບເຮືອນຫຼັງໃໝ່ |
ເມື່ອຍ້າຍເຄື່ອງຂອງມາຢູ່ໃນເຮືອນຫຼັງໃໝ່ ກ່ອນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ອ້າຍ ວ່າງອາຢີ, ຊາວເຜົ່າ ມົ້ງ, ຄອບຄົວທຸກຍາກຢູ່ບ້ານ ນ່າຄາມ, ຕາແສງ ຈ່ຽງຄອງ ບໍ່ລືມປັກທຸງຊາດຢູ່ທາງໜ້າເຮືອນ. ສຳລັບອ້າຍ ແລະ ພໍ່ແມ່ປະຊາຊົນເຜົ່າມົ້ງຢູ່ບ້ານ ນ່າຄາມແລ້ວ, ພັກແມ່ນແສງສະຫວ່າງເຍືອງທາງ, ນຳເອົາຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກມາໃຫ້ປະຊາຊົນ.
“ເມື່ອກ່ອນນີ້ພໍ່ແມ່ຂ້າພະເຈົ້າກໍທຸກຍາກ, ທີ່ດິນປູກຝັງບໍ່ຫຼາຍ ສະນັ້ນຊີວິດກໍປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍ. ດຽວນີ້, ສອງຜົວເມຍຂ້າພະເຈົ້າສ້າງຄອບຄົວ, ມີພັກ, ມີລັດສ້າງເງື່ອນໄຂຊ່ວຍເຫຼືອ ປຸກສ້າງເຮືອນຫຼັງໃໝ່ທີ່ສວຍງາມໃຫ້, ຂອບໃຈພັກ, ລັດຫຼາຍໆ. ນັບແຕ່ນີ້ເປັນຕົ້ນໄປ ຄອບຄົວຂ້າພະເຈົ້າຈະພະຍາຍາມທຳມາຫາກິນເພື່ອໃຫ້ຊີວິດນັບມື້ນັບດີກວ່າ”.
ເອື້ອຍຫຼາ ແລະ ອ້າຍຢີ ແມ່ນ 2 ໃນຈຳນວນ 32 ຄອບຄົວຢູ່ຕາແສງ ຈ່ຽງຄອງ ໄດ້ມີເຮືອນຫຼັງໃໝ່ໂດຍລັດຊ່ວຍກໍ່ສ້າງໃນໂອກາດນີ້. ຢູ່ແຂວງ ກວາງຈິ, ທາງພາກກາງ ຫວຽດນາມ, ພາຍຫຼັງດຳເນີນຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ກົນໄກ “ປະຕູດຽວ” ຕິດພັນກັບການຫັນເປັນດີຈີຕອນນັ້ນ ແມ່ນໄດ້ຮັບຄວາມເພິ່ງພໍໃຈຈາກປະຊາຊົນ. ລຸງ ຟ້າມດິ່ງທ້ວນ ປະຊາຊົນຢູ່ບ້ານ ເຕິມດັງ, ຕາແສງ ດົ່ງເລ, ແຂວງ ກວາງຈິ, ຕີລາຄາວ່າ:
“ນັບແຕ່ໂຮມບັນດາຕາແສງເຂົ້າກັນນັ້ນ, ເມື່ອມາເຮັດລະບຽບການຫຼາຍຄັ້ງ, ຂ້າພະເຈົ້າເຫັນວ່າພະນັກງານມີຄວາມສຸດຈິດສຸດໃຈ, ແກ້ໄຂເອກະສານຢ່າງວ່ອງໄວ, ປະຊາຊົນພວກຂ້າພະເຈົ້າຮູ້ສຶກອຸ່ນອ່ຽນໃຈ”.
ໄລຍະມໍ່ໆມານີ້, ຕາແສງ ດົ່ງເລ ໄດ້ລົງທຶນຍົກລະດັບພາກສ່ວນປະຕູດຽວດ້ວຍລະບົບເຄື່ອງອຸປະກອນຄົ້ນຫາ, ເອົາເລກຄິວແບບອັດຕະໂນມັດ, ມີເຂດນັ່ງລໍຖ້າ, ຮັບປະກັນຄວາມສະດວກໃຫ້ແກ່ປະຊາຊົນ. ເລື່ອງໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຮັບ, ແກ້ໄຂສຳເນົາເອກະສານໄດ້ຮັບການຍູ້ໄວ, ປະກອບສ່ວນຫຼຸດຜ່ອນເວລາແກ້ໄຂລະບຽບການ, ຍົກສູງປະສິດທິຜົນການເຮັດວຽກຂອງພະນັກງານ.
ແຂວງ ກວາງຈິ ລົງທຶນຍົກລະດັບພາກສ່ວນປະຕູດຽວດ້ວຍລະບົບເຄື່ອງອຸປະກອນຄົ້ນຫາ, ເອົາເລກຄິວແບບອັດຕະໂນມັດ ຮັບໃຊ້ປະຊາຊົນ |
ການຕ້ອນຮັບພົນລະເມືອງແມ່ນໜ້າທີ່ປະຈຳຂອງອຳນາດການປົກຄອງຂັ້ນຮາກຖານ ເພື່ອຮັບຟັງ, ແກ້ໄຂຂໍ້ສະເໜີແນະອັນຊອບທຳຂອງປະຊາຊົນ. ສຳລັບບັນດາບໍລິເວນກວ້າງ, ຊຸມຊົນຢູ່ກະແຈກກະຈາຍ, ປະຊາຊົນຕ້ອງເດີນທາງໄປໄກນັບສິບກິໂລແມັດຈຶ່ງມາຮອດສຳນັກງານບໍລິຫານ, ນັ້ນແມ່ນສິ່ງທີ່ຫຍຸ້ງຍາກຢູ່. ຈາກສະພາບຕົວຈິງນັ້ນ, ຕາແສງ ກິມຝູ, ແຂວງ ກວາງຈິ, ໄດ້ມີວິທີເຮັດທີ່ມີໄຫວພິບຄື: ເປັນເຈົ້າການລົງສູ່ບ້ານເພື່ອຕ້ອນຮັບປະຊາຊົນ, ໂອ້ລົມສົນທະນາ ແລະ ແກ້ໄຂບັນຫານັບແຕ່ຂັ້ນຮາກຖານ. ທ່ານ ຮວ່າງຕຶກວັກຮຸ່ງ, ປະທານຄະນະກຳມະການປະຊາຊົນຕາແສງ ກິມຝູ, ແຂວງ ກວາງຈິ, ໃຫ້ຮູ້ວ່າ:
“ແທນທີ່ຕ້ອນຮັບພົນລະເມືອງຢູ່ສຳນັກງານຄະນະກຳມະການປະຊາຊົນຕາແສງ ໃນທຸກວັນພຸດຂອງອາທິດນັ້ນ, ພວກຂ້າພະເຈົ້າໄດ້ລົງສູ່ເຂດຊຸມຊົນຢູ່ຫ່າງໄກເພື່ອຮັບພົນລະເມືອງ. ຜ່ານນັ້ນ, ພວກຂ້າພະເຈົ້າເຫັນວ່າ ພໍ່ແມ່ປະຊາຊົນມາຫຼາຍ, ສະເໜີໄດ້ບັນດາບັນຫາລະອຽດ, ພ້ອມກັບບັນດາອົງການວິຊາການ, ພວກຂ້າພະເຈົ້າໄດ້ແກ້ໄຂຫຼາຍບັນຫາຢູ່ກັບບ່ອນເລີຍ”.
ຈາກການກໍ່ສ້າງເຮືອນຫຼັງໃໝ່ຢູ່ຕາແສງຊາຍແດນ ຈ່ຽງຄອງ, ເຊີນລາ ຕະຫຼອດຮອດການປັບປຸງຂັ້ນຕອນການຮັບໃຊ້ປະຊາຊົນຢູ່ແຂວງກວາງຈິ, ອາດສາມາດເຫັນໄດ້ ຈິດໃຈໜຶ່ງດ່ຽວນັ້ນແມ່ນ: ການເລືອກເຟັ້ນພັດທະນາ, ຄວາມມານະພະຍາຍາມປ່ຽນແປງໃໝ່, ລ້ວນແຕ່ມຸ່ງໄປເຖິງປະຊາຊົນ. ແລະ ການປ່ຽນແປງໃນຊີວິດປະຈຳວັນນັ້ນ ໄດ້ເປັນການຢືນຢັນວ່າເປົ້າໝາຍສູງສຸດຂອງພັກ ແມ່ນຄວາມຜາສຸກຂອງປະຊາຊົນ./.