(VOVWORLD) - ປະຊາຊົນ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດລ້ວນແຕ່ສະແດງຄວາມເຊື່ອໝັ້ນຕໍ່ບັນດາບາດກ້າວບຸກທະລຸພັດທະນາໃນໄລຍະຈະມາເຖິງຂອງປະເທດຊາດ, ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມູນິດ ຫວຽດນາມ ທີ່ດຳເນີນແຕ່ວັນທີ 19 – 23 ມັງກອນ ຢູ່ຮ່າໂນ້ຍ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ທ່ານເລມິງຮຶງ ຄະນະຈັດຕັ້ງສູນກາງພັກ ມອບດອກໄມ້ຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV) |
ໂດຍເປັນບັນດາສະມາຊິກຢູ່ຕາແສງ ເຕືອງມາຍ, ຮ່າໂນ້ຍ, ໃນຊຸມວັນຜ່ານມາ ລຸງ ຫງວຽນແມ້ງຮຸ່ງ ແລະ ລຸງ ຫວູວັນຂຽນ ໄດ້ຕັ້ງໃຈຕິດຕາມບັນດາກິດຈະກຳຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ຍິ່ງມີຄວາມເຊື່ອໝັ້ນກວ່າຕໍ່ການພັດທະນາບຸກທະລຸຂອງປະເທດຊາດໃນໄລຍະຈະມາເຖິງ, ເມື່ອກອງປະຊຸມໃຫຍ່ຄັ້ງທີ XIV ສະແດງຈິນຕະນາການກະທຳຢ່າງຂ້ຽວຂາດ, ພ້ອມດຽວກັນນັ້ນ, ມີຄວາມຕົກລົງເປັນເອກະພາບຢ່າງສູງໃນການຄັດເລືອກຖັນແຖວການນຳຊຸດໃໝ່ທີ່ມີຈັນຍາບັນ.
“ຂ້າພະເຈົ້າບໍ່ເຄີຍເຫັນມີກອງປະຊຸມໃຫຍ່ຄັ້ງໃດທີ່ເຖິງຖອງຄືຄັ້ງນີ້. ຜູ້ນຳຂອງພັກ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບການສະໜັບສະໜູນຈາກປະຊາຊົນທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ ການນຳຂອງພັກ ຈະເປີດສັງກາດໃໝ່ໃຫ້ແກ່ປະເທດຊາດ, ເພື່ອປະຊາຊົນຮັບໃຊ້ ແລະ ມີຄວາມເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມໃຫຍ່, ບັນດາມະຕິຂອງພັກຈະເຂົ້າສູ່ຊີວິດຕົວຈິງໂດຍໄວ, ຊ່ວຍໃຫ້ປະເທດຊາດມີການປ່ຽນແປງຢ່າງຮອບດ້ານ”.
“ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາສະຫາຍທີ່ໄດ້ຮັບການຄັດເລືອກໃນກອງປະຊຸມໃຫຍ່ຄັ້ງທີ XIV ນີ້ ແມ່ນບັນດາສະມາຊິກພັກ, ພະນັກງານທີ່ດີເດັ່ນທີ່ສຸດ, ມີກຳລັງຄວາມສາມາດ, ຄຸນສົມບັດ, ຄວາມສຸດຈິດສຸດໃຈຢ່າງພຽງພໍ ແລະ ຕາງໜ້າໃຫ້ແກ່ສະມາຊິກພັກກວ່າ 5,6 ລ້ານຄົນນັ້ນ ຈະນຳປະເທດ ຫວຽດນາມ ພັດທະນາເປັນຢ່າງດີ ແລະ ປະຊາຊົນມີຊີວິດອີ່ມໜຳສຳລານ, ສົມບູນພູນສຸກຢ່າງແທ້ຈິງ”.
ເອື້ອຍ ເຈິ່ນທິມິງເຍີດ, ນັກຄົ້ນຄວ້າປະລິນຍາໂທປີທີ 1, ສະຖາບັນປະທານາທິບໍດີ ລັດເຊຍ (ພາບ: VOV-Moscow) |
ຈາກປະເທດ ລັດເຊຍ, ເອື້ອຍ ເຈິ່ນທິມິງເຍີດ, ນັກຄົ້ນຄວ້າປະລິນຍາໂທປີທີ 1, ສະຖາບັນປະທານາທິບໍດີ ລັດເຊຍ ກໍສະແດງຄວາມເຊື່ອໝັ້ນທີ່ສຸດຕໍ່ການພັດທະນາຂອງປະເທດຊາດ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.
“ເລື່ອງທ່ານເລຂາທິການໃຫຍ່ໂຕເລິມ ໄດ້ຮັບການເລືອກຕັ້ງຄືນໃໝ່ ແມ່ນຄວາມໄວ້ວາງໃຈສູງຂອງທົ່ວພັກ, ເຊິ່ງສ່ອງແສງໃຫ້ເຫັນຄວາມເປັນເອກະພາບທາງດ້ານເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງສະມາຊິກພັກ ແລະ ປະຊາຊົນເປັນສ່ວນໃຫຍ່. ສິ່ງດັ່ງກ່າວຮັບປະກັນລັກສະນະສືບທອດ, ສະຖຽນລະພາບ ແລະ ການພັດທະນາໃຫ້ແກ່ແນວທາງຊີ້ນຳນຳພາຂອງພັກ, ພິເສດແມ່ນໃນໄລຍະປະເທດພວມຫັນຕົວ, ມີກາລະໂອກາດ ແລະ ສິ່ງທ້າທາຍໃໝ່ຫຼາຍຢ່າງ”.