(VOVWORLD) - ດ້ວຍທິດນຳ “ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ບຸກທະລຸ - ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ນະຄອນຫຼວງ ຮ່າໂນ້ຍ.
(ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) - ເຂດຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ) |
ຫົວຂໍ້ຂອງກອງປະຊຸມໃຫຍ່ແມ່ນ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ຢ່າງມີໄຊ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄວ້ເນື້ອເຊື່ອໃຈກ້າວເຂົ້າສູ່ສັງກາດບຸກບືນຂອງຊາດຢ່າງແຮງ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ”. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.586 ທ່ານ, ທີ່ຕ່າງໜ້າໃຫ້ສະມາຊິກພັກກອມມູນິດ ຫວຽດນາມກວ່າ 5,6 ລ້ານຄົນ.
ກອງປະຊຸມໃຫຍ່ຄັ້ງທີ 14 ປຶກສາຫາລື, ຮັບຮອງເອົາເອກະສານສຳຄັນຫຼາຍສະບັບ, ລວມມີ: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ທີີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ; ບົດລາຍງານລວບລວມບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ ຕາມການກຳນົດທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ ຫວຽດນາມ; ບົດລາຍງານສະຫຼຸບ 15 ປີແຫ່ງການປະຕິບັດກົດລະບຽບຂອງພັກ (2011 – 2025) ແລະ ສະເໜີ, ກຳນົດທິດເພີ່ມເຕີມ, ປັບປຸງກົດລະບຽບຂອງພັກ; ບົດລາຍງານສຳຫຼວດກວດຄືນຕີລາຄາການຊີ້ນຳ, ນຳພາຂອງຄະນະບໍລິຫານງານສູນກາງພັກຊຸດທີ 13.
ຕາມລາຍການຂອງກອງປະຊຸມ, ຕອນເຊົ້າວັນທີ 19 ມັງກອນ, ພາຍຫຼັງໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ, ຮ່າໂນ້ຍ), ບັນດາຜູ້ແທນໄປຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ) ເພື່ອເຂົ້າຮ່ວມວາລະປະຊຸມຈັດກຽມ.
ຕອນເຊົ້າວັນທີ 20 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຈະໄຂຂຶ້ນຢູ່ ຮ່າໂນ້ຍ.