ກູບາປະກາດໄວ້ທຸກລະດັບຊາດ 9 ວັນໃຫ້ຜູ້ນຳ Fidel Castro

ກູບາປະກາດໄວ້ທຸກລະດັບຊາດ 9 ວັນໃຫ້ຜູ້ນຳ Fidel Castro - ảnh 1
ຜູ້ນ​ຳ Fidel Castro

(vovworld) – ວັນ​ທີ 26/11, ກູ​ບາ ໄດ້​ປະ​ກາດ​ໄວ້​ທຸກ​ລະ​ດັບຊາດ​​ຜູ້ນ​ຳ Fidel Castro ໃນ​ເວ​ລາ 9 ວັນ​. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ລັດ​ຖະ​ບານ ກູ​ບາ ໄດ້​ປະ​ກາດ​ຈະ​ຈັດ​ຕັ້ງ​ພິ​ທີ​ປົງ​ກະ​ດູກຂອງ​​ຜູ້​ນຳ Fidel Castro ​ໃນ​ວັນ​ທີ 4/12 ຈະ​ມາ​ເຖິງ​ຢູ່​ນະ​ຄອນ​ປະ​ຫວັດ​ສາດ Santiago de Cuba, ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ກູ​ບາ ພາຍຫຼັງ​ພິ​ທີ​ແຫ່​ສົບ​ໄປ​ທົ່ວ​ປະ​ເທດເປັນ​ເວ​ລາ 4 ວັນ. ແຕ່​ວັນ​ທີ 26/11 – 4/12, ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ການ​ສະ​ແດງ​ສິ​ລະ​ປະ​​ຢູ່​ສະ​ຖານ​ທີ່ສາ​ທາ​ລະ​ນະ​ຈະ​ຖືກ​ຢຸດ​ໄວ້​ຊົ່ວ​ຄາວ, ຊັກ​ທຸງ​ລົງ​ເຄິ່ງ​ເສົາ​​ຢູ່​ຕາມ​ສຳ​ນັກ​ງານແຫ່ງ​ຕ່າງໆ ແລະ ບັນ​ດາ​ຖານ​ທີ່​ໝັ້ນ​ການ​ທະ​ຫານ.

        ກໍ່​ໃນ​ວັນ​ທີ 26/11, ກະ​ຊວງ​ການ​ຕ່າງ​ປະ​ເທດ ເວ​ເນ​ຢົວ​ລາ ໄດ້​ປະ​ກາດ​ວ່າ ລັດ​ຖະ​ບານ​ປະ​ເທດນີ້​ໄດ້​ຕົກ​ລົງ​ໄວ້​ທຸກ​ລະ​ດັບ​ຊາດ​ເປັນ​ເວ​ລາ 3 ວັນ​ເພື່ອ​ອາ​ໄລ​ຫາ​ການ​ນຳ​ປະ​ຕິ​ວັດ ກູ​ບາ, ຜູ້​ທີ່​ຫາກໍ່​ເຖິງ​ແກ່​ມໍ​ລະ​ນະ​ກຳ, ​ມີອາ​ຍຸ​ຍືນ 90ປີ.


ຂ່າວ/ບົດ​ອື່ນ