ກູບາ ປາດຖະໜາຢາກປັບປຸງການພົວພັນກັບ ອາເມລິກາ ກ່ວາອີກ
(ພາບປະກອບ)
(vovworld) – ວັນທີ 05/02, ຜູ້ວ່າການລັດ Colorado ທ່ານ John Hickenlooper ໃຫ້ຮູ້ວ່າ: ລັດຖະບານ ກູບາ ປາດຖະໜາຢາກປັບປຸງການພົວພັນກັບ ອາເມລິກາ ພາຍໃຕ້ການປົກຄອງຂອງປະທານາທິບໍດີ Donald Trump ກ່ວາອີກ. ຄຳປາໄສດັ່ງກ່າວ ຖືກຍົກອອກມາເມື່ອທ່ານ Hickenlooper ສິ້ນສຸດການຢ້ຽມຢາມປະເທດເກາະ Caribbean ນີ້ເປັນເວລາ 3 ວັນ, ສ່ວນໜຶ່ງແມ່ນແນໃສ່ສັງເກດສະພາບການຂອງ ກູບາ ພາຍຫລັງຜູ້ນຳປະຕິວັດ Fidel Castro ເຖິງແກ່ມໍລະນະກຳ. ເມື່ອເຕື້ອງເຖິງການພົບປະກັບທ່ານ Josefina Vidal ຫົວໜ້າກົມບັນດາບັນຫາ ອາເມລິກາ ສັງກັດກະຊວງການຕ່າງປະເທດ ກູບາ, ທ່ານ Hickenlooper ຕີລາຄາບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ ກູບາ “ມີຄວາມປະເອີບໃຈ ແລະ ລະມັດລະວັງ” ຕໍ່ບັນຫາປັບປຸງການພົວພັນກັບ ອາເມລິກາ.
ກ່ອນໜ້ານັ້ນ, ທ່ານ Trump ເຄີຍຢືນຢັນວ່າ ຢາກໄດ້ຂໍ້ຕົກລົງສະບັບໜຶ່ງທີ່ດີກ່ວາກັບ ກູບາ ເມື່ອທຽບໃສ່ຂໍ້ຕົກລົງເຊິ່ງອະດີດປະທານາທິບໍດີ Barack Obama ບັນລຸໄດ້. ວັນທີ 03/02 ທຳນຽບຂາວໄດ້ແຈ້ງໃຫ້ຮູ້ວ່າ ວິວັດການ “ຕີລາຄາຮອບດ້ານຄືນໃໝ່” ນະໂຍບາຍ ພົວພັນຕ່າງປະເທດຂອງ ອາເມລິກາ ສຳລັບ ກູບາ ພວມໄດ້ຮັບການດຳເນີນ.