ກູບາ ແລະ ອາເມລິກາເຫັນດີເປັນເອກະພາບຟື້ນຟູສາຍການບິນໂດຍກົງ
ກູບາ ແລະ ອາເມລິກາເຫັນດີເປັນເອກະພາບຟື້ນຟູສາຍການບິນໂດຍກົງ
(ພາບ: ອິນເຕີແນດ)
(vovworld) - ວັນທີ 13/2, ລັດຖະບານ ກູບາ ຢືນຢັນວ່າໄດ້ບັນລຸຂໍ້ຕົກລົງສອງຝ່າຍກັບ ອາເມລິກາ ກ່ຽວກັບເລື່ອງເປີດສາຍການບິນໂດຍກົງລະຫວ່າງສອງປະເທດ, ແລະ ບັນດາຖ້ຽວບິນແມ່ນຂຶ້ນກັບຄວາມຕ້ອງການໄປມາລະຫວ່າງສອງຝ່າຍ. ແຈ້ງການຂອງກະຊວງການຕ່າງປະເທດ ກູບາໃຫ້ຮູ້ວ່າ, ສອງຝ່າຍອາດຈະລົງນາມໃນຂໍ້ຕົກລົງທາງການໃນວັນທີ 16/2 ຢູ່ນະຄອນຫຼວງ ລາຮາວານ. ກ່ອນໜ້ານັ້ນ, ເດືອນ 12/2015, ວໍຊິງຕັນໄດ້ແຈ້ງແຜນການຟື້ນຟູບັນດາຖ້ຽວບິນການຄ້າເຖິງ ກູບາ ກົງກັບໂອກາດສະເຫຼີມສະຫຼອງ 1 ປີ ທີ່ ອາເມລິກາ ແລະ ກູບາຕົກລົງສ້າງການພົວພັນເປັນປົກກະຕິ, ພາຍຫຼັງຖືກຕັດຕອນມາເປັນເວລາເຄິ່ງກວ່າສະຕະວັດ. ດ້ວຍເລື່ອງລົງນາມໃນຂໍ້ຕົກລົງຟື້ນຟູສາຍການບິນໂດຍກົງນີ້, ກູບາຫວັງວ່າ, ຈຳນວນນັກທ່ອງທ່ຽວ ອາເມລິກາມາຢ້ຽມຢາມກູບາຈະເພີ່ມຂຶ້ນຢ່າງໄວໃນໄລຍະຈະມາເຖິງ.