ກົມສະສົມສະຫະລັດ ອາເມລິກາ ຫລຸດຜ່ອນອັດຕາດອກເບ້ຍຄັ້ງທຳອິດ ນັບແຕ່ເມື່ອເກີດວິກິດການດ້ານການເງິນທົ່ວໂລກ

(VOVWORLD) - ໃນຄວາມມານະພະຍາຍາມປົກປ້ອງພື້ນຖານເສດຖະກິດ ອາເມລິກາ ຕໍ່ການຊຸດໂຊມຂອງທົ່ວໂລກ, ວັນທີ 31 ກໍລະກົດ, ກົມສະສົມສະຫະລັດ ອາເມລິກາ (FED) ປະກາດວ່າ ຈະຫລຸດອັດຕາດອກເບ້ຍລົງເປັນຄັ້ງທຳອິດ ນັບແຕ່ເມື່ອເກີດວິກິດການດ້ານການເງິນທົ່ວໂລກໃນປີ 2008. 

ໂດຍລະອຽດແມ່ນ, ອັດຕາດອກເບ້ຍພື້ນຖານຈະຫລຸດລົງເຫຼືອພຽງແຕ່ 2%-2,25% ເທົ່ານັ້ນ, ທຽບເທົ່າ 0,25 ຄະແນນ%.

        ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນທີ 31 ກໍລະກົດ, ທ່ານ Jerome Powell ປະທານກົມສະສົມສະຫະລັດ ອາເມລິກາ ຖືວ່າ: ແງ່ຫວັງຂອງພື້ນຖານເສດຖະກິດ ອາເມລິກາ ຍັງສະດວກດີ ແລະ ແຜນການຫລຸດຜ່ອນອັດຕາດອກເບ້ຍແມ່ນເພື່ອໜູນຊ່ວຍການເຕີບໂຕ.

        ກົມສະສົມສະຫະລັດ ອາເມລິກາ ກໍ່ເນັ້ນໜັກວ່າ ອົງການນີ້ ອາດຈະສືບຕໍ່ຫລຸດຜ່ອນອັດຕາດອກເບ້ຍລົງໃນປີນີ້ຕື່ມອີກ ເພື່ອແນໃສ່ໜູນຊ່ວຍພື້ນຖານເສດຖະກິດ ອາເມລິກາ ຮັບມືກັບທ່າອ່ຽງຜ່ອນລະດັບຄວາມໄວຂອງພື້ນຖານເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ