ກໍ່ສ້າງລະບົບສະຖານນີດາວທຽມກໍານົດທີ່ຕັ້ງທົ່ວໂລກຄົງທີ່ ຢູ່ຫວຽດນາມ

(VOVWORLD) -ສະຖານີດາວທຽມຈັບຈຸດທີ່ຕັ້ງທົ່ວໂລກ CORS ຢູ່ຫວຽດນາມ ຈະສະໜອງບໍລິການສະຖານີດາວທຽມກໍານົດທີ່ຕັ້ງທົ່ວໂລກທີ່ມີຄວາມຊັດເຈນສູງ ບໍ່ພຽງແຕ່ສໍາລັບຂົງເຂດວັດແທກແຜນທີ່ເທົ່ານັ້ນ ຫາກຍັງໄດ້ໝູນໃຊ້ເຂົ້າໃນຫຼາຍຂົງເຂດອື່ນຄື: ການຄົມມະນາຄົມຂົນສົ່ງ, ສິ່ງແວດລ້ອມ, ພູມີປະເທດ-ຟີຊິກ, ການກໍ່ສ້າງ...

ວັນທີ 27 ທັນວາ, ຫົວໜ້າກົມວັດແທກ, ແຜນທີ່ ແລະ ຂໍ້ມູນພູມີ ຫວຽດນາມ  ຟານດຶກຫ໊ຽວ ໃຫ້ຮູ້ວ່າ: “ໂຄງການກໍ່ສ້າງລະບົບສະຖານີດາວທຽມກໍານົດທີ່ຕັ້ງທົ່ວໂລກ (GNSS) ຖາວອນຢູ່ຫວຽດນາມ” ໄດ້ຮັບການຜັນຂະຫຍາຍເພື່ອແນໃສ່ຍົກສູງລະດັບຄວາມຊັດເຈນຂອງສະຖານີດາວທຽມກໍານົດທີ່ຕັ້ງທົ່ວໂລກ ວັດແທກເຄື່ອນເໜັງເຖິງລະດັບ 3 cm – 5 cm ພ້ອມທັງມີຄວາມສາມາດປົກຄຸມຄື້ນທົ່ວທຸກບໍລິເວນ.

        ນີ້ແມ່ນໂຄງການໃຫຍ່, ຄາດວ່າຈະກໍ່ສ້າງສະຖານີດາວທຽມກໍານົດທີ່ຕັ້ງທົ່ວໂລກຄົງທີ່ ທີ່ນໍາໃຊ້ເຕັກໂນໂລຢີ CORS ກວ່າ 160 ແຫ່ງ. ສະຖານີດາວທຽມຈັບຈຸດທີ່ຕັ້ງທົ່ວໂລກ CORS ຢູ່ຫວຽດນາມ ຈະສະໜອງບໍລິການສະຖານີດາວທຽມກໍານົດທີ່ຕັ້ງທົ່ວໂລກທີ່ມີຄວາມຊັດເຈນສູງ ບໍ່ພຽງແຕ່ສໍາລັບຂົງເຂດວັດແທກແຜນທີ່ເທົ່ານັ້ນ ຫາກຍັງໄດ້ໝູນໃຊ້ເຂົ້າໃນຫຼາຍຂົງເຂດອື່ນຄື: ການຄົມມະນາຄົມຂົນສົ່ງ, ສິ່ງແວດລ້ອມ, ພູມີປະເທດ-ຟີຊິກ, ການກໍ່ສ້າງ...


ຕອບກັບ

ຂ່າວ/ບົດ​ອື່ນ