ກອງທຶນຊ່ວຍເຫຼືອເດັກຫວຽດນາມດຳເນີນຫຼາຍໂຄງການ, ລາຍການທີ່ແທດຈິງເພື່ອເດັກ

(VOVWORLD) -ໂດຍຕອບສະໜອງເດືອນກະທຳເພື່ອເດັກ, ແຕ່ວັນທີ 1 ຫາວັນທີ 30/6, ກອງທຶນຊ່ວຍເຫຼືອເດັກຫວຽດນາມ ຈະຈັດຫຼາຍລາຍການທີ່ແທດຈິງໃຫ້ເດັກເຂົ້າຮ່ວມ
ກອງທຶນຊ່ວຍເຫຼືອເດັກຫວຽດນາມດຳເນີນຫຼາຍໂຄງການ, ລາຍການທີ່ແທດຈິງເພື່ອເດັກ - ảnh 1ຈັດບຸນໄຫວ້ພະຈັນໃຫ້ເດັກ 

ລະອຽດ, ທາງກອງທຶນຈະຈັດລາຍການຄວາມປອດໄພໃນການຄົມມະນາຄົມໃຫ້ເດັກໃນເກັນອາຍຸແຕ່ 3-6 ປີເຂົ້າຮ່ວມການຄົມມະນາຄົມຢູ່ຮ່າໂນ້ຍໃນວັນທີ 6/6 ແນໃສ່ຍົກສູງລະດັບຄວາມຮັບຮູ້ໃຫ້ວົງຄະນະຍາດກ່ຽວກັບຄວາມປອດໄພໃຫ້ເດັກເມື່ອເຂົ້າຮ່ວມການຄົມມະນາຄົມ, ຈາກນັ້ນ ຫຼຸດຜ່ອນການເກີດອຸປະຕິເຫດລົງໃນລະດັບຕ່ຳສຸດ. ພ້ອມກັນນັ້ນ, ໃນເດືອນກະທຳເພື່ອເດັກ, ກອງທຶນຊ່ວຍເຫຼືອເດັກຫວຽດນາມ ຈະສຸມກຳລັງເພື່ອປະຕິບັດບັນດາລາຍການ, ໂຄງການໃຫ້ແກ່ເດັກເຊັ່ນ: “ ຮອຍຍິ້ມເດັກ”; “ ແສງຕາເດັກ ” ; “  ເພື່ອໝາກຫົວໃຈເດັກ”…ທາງ ກອງທຶນຊ່ວຍເຫຼືອເດັກຫວຽດນາມຍັງຈະມອບທຶນສຶກສາ, ອຸປະກອນການຮຽນ, ລົດຖີບ ໃຫ້ເດັກທີ່ມີສະພາບຄອບຄົວຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ