ກອງທັບລັດເຊຍຊ້ອມຮົບຍິງລູກສອນໄຟຕ້ານເຮືອຮົບຢູ່ກະຣຶມ

(VOVWORLD) -ວັນທີ 24 ທັນວາ, ຫ້ອງການການຂ່າວສັງກັດກອງເຮືອທະເລດຳ ຂອງລັດເຊຍ ໃຫ້ຮູ້ວ່າ, ບັນດາກອງພັນນ້ອຍລູກສອນໄຟຕ້ານເຮືອຮົບ Bal ຂອງກອງພັນເຮືອດັ່ງກ່າວ ໄດ້ດຳເນີນການຊ້ອມຮົບຢູ່ແຫຼມກະຣຶມ.

ກອງທັບລັດເຊຍຊ້ອມຮົບຍິງລູກສອນໄຟຕ້ານເຮືອຮົບຢູ່ກະຣຶມ - ảnh 1 ກອງທັບລັດເຊຍຊ້ອມຮົບຍິງລູກສອນໄຟຕ້ານເຮືອຮົບຢູ່ກະຣຶມ

(ພາບປະກອບ: RT)

ໃນຖະແຫຼງການ, ຫ້ອງການດັ່ງກ່າວຊີ້ແຈ້ງວ່າ: ການຊ້ອມຮົບແມ່ນເພື່ອແນໃສ່ເພີ່ມທະວີຄວາມສາມາດຄົ້ນພົບ, ຍິງເປົ້າໝາຍຢູ່ໜ້ານ້ຳ ແລະ ກະກຽມໃຫ້ແກ່ບັນດາລະບົບລູກສອນໄຟ ເພື່ອສາມາດບຸກຕີໃນເງື່ອນໄຂຕ່າງໆ. ມີການເຂົ້າຮ່ວມຂອງພົນທະຫານປະມານ 100 ຄົນ ພ້ອມກັບເຄື່ອງອຸປະກອນດ້ານການທະຫານ 30 ປະເພດໄດ້ໃຊ້ເຂົ້າໃນການຊ້ອມຮົບດັ່ງກ່າວ.

        ຂໍ້ມູນຂ່າວສານກ່ຽວກັບການຊ້ອມຮົບດັ່ງກ່າວຖືກຍົກອອກມາໃນວັນດຽວກັນ, ສະພາບກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ປະເທດນີ້ຈະບໍ່ຍົກເລີກຄວາມສາມາດທີ່ກຳລັງປະກອບອາວຸດຢູແກຼນ ອາດຈະດຳເນີນບັ້ນຮົບດ້ານການທະຫານຮອບດ້ານຢູ່ເຂດເຂດ Donbass ຢູ່ທິດຕາເວັນອອກຢູແກຼນ ໃນ 2 - 3 ວັນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ