ກອງທັບລີບັງປະກາດຄວາມຕັດສິນໃຈ ຟື້ນຟູຄວາມສະຫງົບປອດໄພ ໃນທົ່ວປະເທດ ວັນອັງຄານ ທີ 23 ຕຸລາ ຄ.ສ. 2012 | 15:01:06 (ພາບ:dienbao.net) (TTXVN)- ວັນທີ 22/10, ກອງທັບລີບັງ ໃຫ້ຮູ້ວ່າ: ປະເທດນີ້ພວມຕ້ອງຜ່ານຜ່າວິກິດການພາຍຫລັງເຫດການເຂັ່ນຂ້າຜູ້ອຳນວຍການສືບລາສະການລັບ Wissam al Hassan ຊື່ງແມ່ນສາຍເຫດເກີດບັນດາການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງໃນທົ່ວປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ລີບັງ ປະກາດຈະຕັດສິນໃຈສ້າງຄວາມເປັນລະບຽບຮຽບຮ້ອຍໃນທົ່ວປະເທດຄືນໃໝ່. ໃນຖະແຫຼງການສະບັບໜື່ງ, ກອງທັບລີບັງ ໄດ້ຮຽກຮ້ອງໃຫ້ຜູ້ນຳການເມືອງທັງໝົດຈົ່ງລະມັດລະວັງເມື່ອສະແດງທັດສະນະ ແລະ ຫຼັກໝັ້ນຂອງຕົນ, ກອງທັບຈະມີບັນດາມາດຕະການເດັດດ່ຽວເພື່ອສະກັດກັ້ນສະພາບການສັບສົນຢູ່ເຂດຕ່າງໆກໍ່ຄືຮັກສາຄວາມເປັນລະບຽບຮຽບຮ້ອຍໃນທົ່ວປະເທດ. ໃນຂະນະນັ້ນ, ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ບັນດາພາຫະນະສື່ມວນຊົນຂອງລັດໄດ້ໃຫ້ຂ່າວວ່າ: ການປະທະກັນຢູ່ Beirut ແລະ ເຂດຕ່າງໆຢູ່ລີບັງ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 2 ຄົນເສຍຊີວິດ ແລະ ອີກນັບສີບໆຄົນຖືກບາດເຈັບ, ໃນສະພາບການເສິກກາງເມືອງຢູ່ຊີຣີ ພວມແຜ່ລາມອອກສູ່ບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີລີບັງ. Tag ກອງທັບລີບີ ຂ່າວ/ບົດອື່ນ ຫວຽດນາມ ສະເຫນີ ອາເມລິກາ ຕີລາຄາຢ່າງພາວະວິໄສກ່ຽວກັບສະພາບການສາສະຫນາ,ການເຊື່ອຖືສາສະຫນາ ຂອງຫວຽດນາມ ຫວຽດນາມ ແລະລາວ ແບ່ງປັນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ ສື່ມວນຊົນ ສ.ເກົາຫຼີ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ