ກອງປະຊຸມຄະນະຊີ້ນຳເວທີປາໄສຮ່ວມມືເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງ

ກອງປະຊຸມຄະນະຊີ້ນຳເວທີປາໄສຮ່ວມມືເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ແຜນທີ່ເຂດທົ່ງພຽງແມ່ນ້ຳຂອງ

(vovworld) – ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ເຂດ​ທ່ົງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ” ຄາດ​ວ່າ​ຈະ​ຖືກ​ດຳ​ເນີນ​ແຕ່​ວັນ​ທີ 21 – 25/11/2013 ​ເຊິ່ງລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ກອງ​ປະຊຸມ​ສຳ​ມະ​ນາ, ງານ​ຕະຫຼາດນັດ, ງານ​ວາງສະ​ແດງ​​ເຊິ່ງ ຄາດ​ວ່າ​ຈະ​ດຶງ​ດູດການເຂົ້າ​ຮ່ວມ​ຂອງ​ຮ້ານວາງສະ​ແດງ​ສິນຄ້າ​ກ່ວາ 650 ຮ້ານ ຂອງ​ບັນດາ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ຍັງຈັດ​ໃຫ້​ມີ​ກອງ​ປະຊຸມ​ສຳ​ມະ​ນາ​ພັດທະນາ ​ແລະ ທະວີ​ຄຸນ​ຂັ້ນ​ຕອນ​ປະຕິບັດ​ການຜະລິດ​ກະສິກຳ​ບັນລຸ​ມາດຖານ VietGAP, GlobalGAP, ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຮ່ວມ​ສຳພັນ​ພັ​ດທະນາ​ເຂດ​ທ່ົງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ. ທ່ານ ຫງວຽນ​ຟອງ​ກວາງ, ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ເວທີ​ປາ​ໄສ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ,​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ຄັ້ງ​ນີ້ມີ​ບາງຈຸດ​ແມ່ນ​ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ, ​ເຊິ່ງຫົວ​​ເລື່ອງມຸ່ງ​ໄປ​ເຖິງ​ການ​ແກ້​ໄຂ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ, ຈຸດ​ພົ້ນ​ເດັ່ນ​ທີ 2 ​ແມ່ນ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ​ແລະ ສົ່ງ​ເສີມ​ການ​ລົງທຶນ​ກໍ່​ແມ່ນ​ເງື່ອນ​ໄຂ​ແກ້​ໄຂ​ຄວາມ​ຫຍຸ້ງຍາກໃຫ້​ບັນດາ​ວິ​ສາ​ຫະກິດ​​ໃນປະຈຸ​ບັນ​, ບັນຫາ​ທີ 3 ​ແມ່ນ​ຮຽກຮ້ອງ​ການ​ລົງທຶນ ​ແລະ ບັນດາ​ໂຄງການທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​​ໃຕ້ ຫວຽດນາມ ນັ້ນ​ແມ່ນ​ບັນດາ​ບັນຫາ​ເຊິ່ງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​​ໃຕ້ ຫວຽດນາມ  ຄັ້ງ​ນີ້​ຕ້ອງ​ປະຕິບັດ​ຢ່າງ​​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ສູງ”

ຂ່າວ/ບົດ​ອື່ນ