ກອງປະຊຸມຍ້ອງຍໍຊົມເຊີຍ ບັນດາຜູ້ທີ່ມີຄຸນງາມຄວາມດີ ໃນກຳລັງຕຳຫຼວດປະຊາຊົນ

ກອງປະຊຸມຍ້ອງຍໍຊົມເຊີຍ ບັນດາຜູ້ທີ່ມີຄຸນງາມຄວາມດີ ໃນກຳລັງຕຳຫຼວດປະຊາຊົນ  - ảnh 1
ທ່ານ​ຮອງ​ນາ​ຍົດ​ລັດຖະມົນຕີ​ຫວຽດນາມ  Nguyen Thien Nhan
 ​ເຂົ້າ​ຮ່ວມກອງ​ປະຊຸມ (ພາບ:VGP)


Vovworld- ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ​ແຫ່ງວັນທະຫານເສຍ ອົງຄະ ແລະ ນັກຮົບເສຍສະຫຼະ ຊີວິດເພື່ອ ຊາດ (27/7). ຕອນ​ເຊົ້າ​ວັນ​ທີ 21/7, ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ຫວຽດນາມ​ໄດ້​ຈັດ ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ທີ່​ດີ​ເດັ່ນໃນ​ກຳລັງ​ຕຳຫຼວດ​ປະຊາຊົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາ​ຍົດ​ລັດຖະມົນຕີ​ຫວຽດນາມ  Nguyen Thien Nhan ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ການ​ປະກອບສ່ວນ​ທີ່​ມີ​ຄວາມ​ໝາຍ​ຂອງ​ບັນດາ​ທະຫານ​ເສຍ​ອົງຄະ, ຍາດຕິພີນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່​ດີ​ເດັ່ນທີ່​ພວມ​ເຮັດວຽກ​ໃນ​ກຳລັງ​ຕຳຫຼວດ​ປະຊາຊົນ. ທ່ານ​ກ່າວ​ວ່າ : 

    “ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຂ້າພະ​ເຈົ້າສະ​ເໜີກຳລັງ​ຕຳ​ຫຼວດປະຊາຊົນຈົ່ງສືບ​ຕໍ່​ຖື​ວຽກ​ງານ​ເບິ່ງ​ແຍງ​ດູ​ແລທະຫານເສຍອົງຄະ, ຄອບ​ຄົວນັກຮົບເສຍສະຫຼະຊີວິດ ເພື່ອຊາດ, ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ​ຂອງ​ຄະນະ​ພັກ, ຫົວໜ້າ​ຂອງ​ແຕ່​ລະ​ກົມ​ກອງ ​ແລະ ພະນັກງານ​ນັກຮົບ​ຕຳຫຼວດ​ແຕ່ລະຄົນ, ​ເພີ່ມ​ທະວີ​ການ​ໂຄສະນາ, ​ເຜີຍ​ແຜ່​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ສຶກສາ​ອົບຮົມ​ມູນ​ເຊື້ອ “ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ” ​ໃຫ້​ແກ່​ພະນັກງານ​ນັກຮົບ​ໃນ​ທົ່ວ​ກຳລັງ​ຕຳຫຼວດ, ​ເຊີດ​ຊູ​ຈິດ​ໃຈ​ຍອມ​ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ເພື່ອ​ຄວາມ​ເປັນລະບຽບ​ຮຽບຮ້ອຍ ຄວາມປອດ​ໄພ​ທາງ​ສັງຄົມ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ ” .
ຂ່າວ/ບົດ​ອື່ນ