ກອງປະຊຸມຖະແຫຼງຂ່າວກ່ຽວກັບວິວັດທະນາການສ້າງປະຊາຄົມອາຊຽນ

ກອງປະຊຸມຖະແຫຼງຂ່າວກ່ຽວກັບວິວັດທະນາການສ້າງປະຊາຄົມອາຊຽນ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 8/4, ຄະ​ນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ພະນັກງານ​ຫຼັກ​ແຫຼ່ງນະຄອນ ​ເພື່ອ​ຮັບ​ຟັງ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ​ແນະນຳ​ຂໍ້​ມູນ​ຂ່າວສານ​ໝາກຜົນ​ຂອງ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ທີ່​ກ່ຽວຂ້ອງ​ເຖິງ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015.

ຂໍ້​ມູນ​ຂ່າວສານ​ທີ່​ໂຄສະນາ​ເຜີຍ​​ແຜ່​ທີ່​ກອງ​ປະຊຸມ ​ໄດ້ຊ່ວຍ​ໃຫ້​ບັນດາ​ພະນັກງານ​ຫຼັກ​ແຫຼ່ງຂອງ​ນະຄອນ​ເຂົ້າ​ໃຈ​ແຈ້ງ​ກ່ວາ ກ່ຽວກັບ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນວິວັດ​ການ​ເຄື່ອ​ໄຫວຂອງ ອາ​ຊຽນ ​ໃນ​ຕະຫຼອດ 46 ປີຜ່ານມາ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ເຊິ່ງປະຊາ​ຄົມ ອາ​ຊຽນ ພວມ​ປະ​ເຊີນ​ໜ້າ. ບັນດາ​ຜູ້​ແທນ​ກໍ່​ໄດ້​ແນະນຳ​ກ່ຽວ​ກັບ​ແຜນ​ກຳນົດທິດ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ ​ໃນ​ອາ​ຊຽນ​ ​ແຕ່​ນີ້​ຮອດ​ປີ 2015 ບົນ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມິ​ຄວາມ​ຮັບຜິດ​ຊອບ, ຊຸກຍູ້​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​​ແທດ​ເໝາະ ກັບ​ຜົນ​ປະ​ໂຫຍ​ດຂອງ ຫວຽດນາມ ​ແລະ ບົນ​ພື້ນຖານ​ກົດ​ບັດ ອາ​ຊຽນ, ສ້າງ ອາ​ຊຽນ ນັບ​ມື້​ນັບ​ສະໜິດ​ຕິດ​ພັນ ​ແລະ ໝັ້ນຄົງ​ເຂັ້ມ​​ແຂງ​ກ່ວາ, ຈາກ​ນັ້ນ ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງບົດບາດ ​ສາກົນ​ຂອງ​ຫວຽດນາມ, ສ້າງ​ທ່າ​ຍຸດ​ທະ​ສາດ​ດີ​ກ່ວາ​ໃຫ້​ແກ່ ຫວຽດນາມ ​ໃນ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ພາຍ​ນອກ.


ຂ່າວ/ບົດ​ອື່ນ