ກອງປະຊຸມທົ່ວປະເທດສະມາຄົມນັກຂ່າວຫວຽດນາມ

ກອງປະຊຸມທົ່ວປະເທດສະມາຄົມນັກຂ່າວຫວຽດນາມ - ảnh 1
ກອງປະຊຸມທົ່ວປະເທດສະມາຄົມນັກຂ່າວຫວຽດນາມ


(vovworld)- ຕອນ​ເຊົ້າວັນ​ທີ 22/4, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ສະຫຼຸບ​ວຽກ​ງານ​ຂອງ​ສະ​ມາ​ຄົມ ແລະ ວຽກ​ງານ​ຍ້ອງ​ຍໍ, ມອບ​ລາງວັນປີ 2015, ທິດ​ທາງ​ໜ້າ​ທີ່ປີ 2016. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ວໍ້​ວັນ​ເຖືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ​ໄດ້​ຕີລາ​ຄາ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ໄດ້​ບັນ​ລຸ​ບັນ​ດາ​ໝາກ​ຜົນທີ່​ສຳ​ຄັນ ແລະ ຮອບ​ດ້ານ ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ພື້ນ​ຖານ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ​ໃນ​ໄລ​ຍະ​ໃໝ່. ທ່ານ​ວໍ້​ວັນ​ເຖືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ​ກ່​າວ​ວ່າ : 

    “ ລັກ​ສະ​ນະ​ສັງ​ຄົມອາ​ຊີບຂອງ​ສະ​ມາ​ຄົມ​ນັກ​ຂ່າວ ບໍ່​ໄດ້​ຕັດ​ແຍກ​ອອກ​ຈາກ​ລັກ​ສະ​ນະ​ການ​ເມືອງ​ສັງ​ຄົມ​ ແລະ ເປົ້າ​ໝາຍ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຖື​ເອົາ​ພາ​ລະ​ກິດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ແມ່ນ​ເປົ້າ​ໝາຍ​ປະ​ຕິ​ບັດ ແລະ ສູ້​ຊົນ ແລະ ຕ້ອງ​ຊັກ​ຈູງ, ກຳ​ນົດ​ທິດ​ຫາງ​ສຽງ​ສັງ​ຄົມ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ”

 

 

 

 

ຂ່າວ/ບົດ​ອື່ນ