ກອງປະຊຸມຜັນຂະຫຍາຍລາຍການກະຕຸກຊຸກຍູ້ຄວາມຕ້ອງການທ່ອງທ່ຽວພາຍໃນປະເທດ

ກອງປະຊຸມຜັນຂະຫຍາຍລາຍການກະຕຸກຊຸກຍູ້ຄວາມຕ້ອງການທ່ອງທ່ຽວພາຍໃນປະເທດ - ảnh 1
(ພາບປະກອບ)

(vovworld) –  ​ຕອນ​ບ່າຍ​ວັນ​ທີ 23/12, ທີ່​ນະຄອນ​ໂຮ່ຈິ​ມິນ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ລາຍການ​ກະຕຸກ​ຊຸກຍູ້ຄວາມ​ຕ້ອງ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ. ດ້ວຍ​ຫົວ​​ເລື່ອງ​ວ່າ: “ຊາວ​ຫວຽດນາມ​ ໄປ​ທ່ອງ​ທ່ຽວ ​ຫວຽດນາມ - ​​ໄປ​ທ່ອງທ່ຽວ​ແຕ່​ລະ​ຄັ້ງ​​ແມ່ນ​ຍິ່ງ​ຮັກ​ປະ​ເທດ​ຊາດ​ກ່ວາ”, ລາຍການ​ດັ່ງກ່າວ​ເພື່ອ​ສົ່ງ​ເສີມ​​ພາລະ​ກອນລັດຖະກອນ, ຄົນ​ງານ​​ໃຫ້ນຳ​ໃຊ້​ເວລາ​ພັກ​ການ ​ແລະ ບັນດາ​ວັນ​ພັກງານບຸນຕ່າງໆ ​ແລະ ວັນພັກທ້າຍ​ອາທິດ ​ໄປ​ ​ທ່ອງ​ທ່ຽວ​ເຖິງ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ແຂວງ​ແຄມ​​ທະ​ເລ, ​ເຂດໝູ່​ເກາະ, ​ເຂດ​ພູດ​ອຍ ​ແລະ ​ເຂດ​ທົ່ງພຽງ ​ເພື່ອ​ສະ​ແດງ​ນ້ຳ​ໃຈ​ຮັກ​ບ້ານ​ເກີດ​ເມືອງ​ນອນ​ປະ​ເທດ​ຊາດ, ມຸ່ງ​ໄປ​ເຖິງ​ເຂດທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ຄຽງ​ຄ້າງ​ນັ້ນ, ລາຍການ​ຍັງ​ປຸກລະດົມ​ບັ້ນ​​ສົ່ງ​ເສີມ​ຊາວ ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບຄືນ​ເມືອ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ, ມຸ່ງ​ໄປ​ເຖິງ​ເຂດ​ທະ​ເລໝູ່​ເກາະ. ດ້ວຍສານ​ນັ້ນ, ລາຍການ​​ໄດ້ວາງ​ຈຸດໝາຍ​ວ່າ​ຈະ​ດຶງ​ດູດ​​ແຂກ​ທ່ອງທ່ຽວ​​ພາຍ​ໃນ​ປະ​ເທດ​ໃນ​ປີ 2015 ໄດ້ 37,5 ລ້ານ​ເທື່ອ​ຄົນ.

ຂ່າວ/ບົດ​ອື່ນ