(VOVWORLD) -ທີ່ກອງປະຊຸມ, ສະພາແຫ່ງຊາດຈະປະກອບຄຳເຫັນຕົກລົງບາງເນື້ອໃນສຳຄັນຄື: ພິຈາລະນາ, ຕັດສິນການວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050…
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: hcmcpv.org.vn)
|
ເພື່ອເປັນການສືບຕໍ່ລາຍການກອງປະຊຸມຄັ້ງທີ 18, ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳຫຼວດກວດຄືນວຽກງານກະກຽມ ແລະ ປະກອບຄຳເຫັນໃສ່ເນື້ອໃນ, ລາຍການກອງປະຊຸມວິສາມັນຄັ້ງທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ຕາມນັ້ນແລ້ວ, ຄາດວ່າ, ກອງປະຊຸມວິສາມັນຄັ້ງທີ 2 ຂອງ ສະພາແຫ່ງຊາດຈະໄຂຂຶ້ນໃນວັນທີ 5 ມັງກອນ ແລະ ອັດລົງໃນວັນທີ 9 ມັງກອນ 2023.
ທີ່ກອງປະຊຸມ, ສະພາແຫ່ງຊາດຈະປະກອບຄຳເຫັນຕົກລົງບາງເນື້ອໃນສຳຄັນຄື: ພິຈາລະນາ, ຕັດສິນການວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050… ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຖືວ່າ:
ການວາງແຜນຜັງສັງລວມແຫ່ງຊາດ ແມ່ນວຽກງານທີ່ມີຄວາມສຳຄັນທີ່ສຸດເຊິ່ງພວກເຮົາຈຳເປັນຕ້ອງມີ. ສະນັ້ນ, ຢູ່ໃນກອງປະຊຸມຄັ້ງນີ້, ເນື້ອໃນປະກາດນີ້ຕ້ອງຍົກອອກມາເພື່ອປະກອບຄຳເຫັນກ່ອນໝູ່. ໃນສະພາບການຄືດັ່ງກ່າວນ້ັນ, ວິທີການປະຊຸມແບບລວມສູນຍັງມີທັງວຽກງານບຸກຄະລາກອນນຳອີກ. ບັນຫາທີ່ຕ້ອງສຸມໃສ່ນັ້ນແມ່ນວຽກງານການຊີ້ນຳ, ນຳພາ.