ກອງປະຊຸມວຽກງານສົ່ງເສີມ ອຸດສາຫະກຳບັນດາແຂວງທາງ ພາກໃຕ້

ກອງປະຊຸມວຽກງານສົ່ງເສີມ ອຸດສາຫະກຳບັນດາແຂວງທາງ ພາກໃຕ້ - ảnh 1
(ພາບປະກອບ)

(vovworld) -     ຜູ້ຕາງໜ້າ 20 ​ແຂວງ, ນະຄອນ​ທາງ​ພາກ​ໃຕ້ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວຽກ​ງານ​ສົ່ງ​ເສີມ​ອຸດສາຫະກຳ, ​ໂດຍ​ກົມ​ອຸດສາຫະກຳ​ທ້ອງ​ຖິ່ນ​ທ່ີຂຶ້ນ​ກັບ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 10/10, ຢູ່​ນະຄອນ​​ໂຮ່ຈິ​ມິນ. ຕາມ​ແຫຼ່ງຂ່າວ​ຈາກ​ກອງ​ປະຊຸມ, ​ໃນ 9 ​ເດືອນ​ຕົ້ນ​ປີ 2012, ກະຊວງ​ອຸດສາຫະກຳ​ການ​ຄ້າ ​ໄດ້​ມອບ​ເງິນ​ໃຊ້​ຈ່າຍ​ເກືອບ 58 ຕື້​ດົງ ​ໃຫ້​ແກ່​ບັນດາ​ແຂວງ​ຢູ່​ເຂດ​ພາກ​ໃຕ້ ພັດທະນາ​ການ​ເຄື່ອນ​ໄຫວ​​ສົ່ງ​ເສີມ​ອຸດສາຫະກຳຢູ່​ບັນດາ​ທ້ອງຖິ່ນ. ບັນດາ​​ແຂວງ​ໄດ້​ສຸມ​ໃສ່​ປະຕິບັດ​ 7 ໂຄງການ​ຈຸດ​ສຸມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ທ້ອງ​ຖິ່ນ​ຈະ​ສຸມ​ໃສ່​ຍູ້​​ແຮງ​ການ​ເຄື່ອນ​ໄຫວ​​ສົ່ງ​ເສີມ​ອຸດສາຫະກຳ​ໃນ​ບໍລິ​ເວນ ​ເພື່ອ​ໜູນ​ຊ່ວຍ​​ບັນດາ​ຮາກ​ຖານ​ອຸດສາຫະກຳ​ຊົນນະບົດ​ຮັກສາ, ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ຄຽງ​ຂ້າງ​ນັ້ນ, ກໍ​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​​ໃຫ້​ຄຳ​ປຶກສາ​ພັດທະນາ​ອຸດສາຫະກຳ​ໃນ​ບໍລິ​ເວນ​ແຂວງ, ສ້າງ​ແຫຼ່ງ​ລາຍ​ຮັບ ​ແລະ ໜູນ​ຊ່ວຍ​ການປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ອຸດສາຫະກຳ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກວ່າ.

ຂ່າວ/ບົດ​ອື່ນ