(vovworld) – ກອງປະຊຸມຄັ້ງທີ 14, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 11/01, ຢູ່ນະຄອນຫຼວງຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເປັນປະທານກອງປະຊຸມ ແລະ ກ່າວຄຳເຫັນໄຂກອງປະຊຸມ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕາງໜ້າໃຫ້ກົມການເມືອງຊີ້ນຳວາລະໄຂກອງປະຊຸມ. ໃນຕອນເຊົ້າ, ສູນກາງພັກ ໄດ້ເຮັດວຽກຢູ່ຫໍປະຊຸມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຕາງໜ້າໃຫ້ກົມການເມືອງ ອ່ານບົດລາຍງານຂອງກົມການເມືອງ ກ່ຽວກັບໝາກຜົນການເຈລະຈາ ແລະ ຂໍແຜນນະໂຍບາຍກ່ຽວກັບການລົງນາມໃນສົນທິສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ຫຼັງຈາກນັ້ນ, ສູນກາງພັກປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບເນື້ອໃນດັ່ງກ່າວ.
ຕອນບ່າຍວັນດຽວກັນ, ສູນກາງພັກໄດ້ເຮັດວຽກຢູ່ຫໍປະຊຸມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ນຳກອງປະຊຸມ. ທ່ານ ໂຕຮຸຍເຣື໋ອ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ຕາງໜ້າໃຫ້ກົມການເມືອງອ່ານບັນດາໃບສະເໜີຂອງກົມການເມືອງ ຮັບເອົາຄຳເຫັນຂອງສູນກາງພັກ ທີ່ກອງປະຊຸມສູນກາງພັກຄັ້ງທີ 13 ເພື່ອເພີ່ມເຕີ່ມບຸກຄະລາກອນຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ແລະ ສະເໜີບຸກຄະລາກອນໃນ 4 ຕຳແໜ່ງການນຳຫຼັກແຫຼ່ງຊຸດທີ 12; ກ່ຽວກັບການຄາດຄະເນ ຄະນະປະທານ, ກອງເລຂາ ແລະ ຄະນະກວດກາຄຸນລັກສະນະຜູ້ແທນທົ່ວປະເທດຂອງກອງປະຊຸມໃຫຍ່ຂອງພັກຄັ້ງທີ 12. ຫຼັງຈາກນັ້ນ, ສູນກາງໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບບັນດາເນື້ອໃນດັ່ງກ່າວ.