(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 11/12, ຢູ່ຮ່າໂນ້ຍ, ຄະນະກຳມາທິການວັດທະນະທຳ, ສຶກສາຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ ໄດ້ສົມທົບກັບກອງທຶນເຍົາວະຊົນ ສປຊ ຈັດຕັ້ງກອງປະຊຸມສຳມະນາ ”ສິດຂອງເດັກໃນກົດໝາຍແຫ່ງຊາດ ແລະ ສາກົນ; ຕີລາຄາສະພາບການປະຕິບັດສິດຂອງເດັກຢູ່ຫວຽດນາມ”. ທີ່ກອງປະຊຸມສຳມະນາ, ມີຫຼາຍຄວາມເຫັນຖືວ່າ, ລະບົບນະໂຍບາຍ, ກົດໝາຍກ່ຽວກັບເດັກນ້ອຍຢູ່ຫວຽດນາມ ໃນໄລຍະຜ່ານມານັບນື້ນັບສົມບູນແບບ. ສິດຂອງເດັກໃນລະບົບກົດໝາຍຂອງຫວຽດນາມ ໄດ້ເປັນເອກະພາບກັບສິດຂອງເດັກ ທີ່ກຳນົດໄວ້ໃນສົນທິສັນຍາຂອງ ສປຊ ໂດຍພື້ນຖານ. ການປະຕິບັດສິດຂອງເດັກຢູ່ຫວຽດນາມ ນັບມື້ນັບໄດ້ຮັບການເພີ່ມທະວີ. ທ່ານນາງ ໂງທິມິງ, ຮອງຫົວໜ້າຄະນະກຳມາທິການວັດທະນະທຳ, ສຶກສາຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດ , ໃຫ້ຮູ້ວ່າ:
”ເພື່ອກ້າວໄປເຖິງການປັບປຸງກົດໝາຍວ່າດ້ວຍການເບິ່ງແຍງດູແລ, ປົກປັກຮັກສາ ແລະ ສຶກສາເດັກນ້ອຍ, ບັນຫາປະຕິບັດສິດຂອງເດັກ, ວິທີສຳພັດກັບກົດໝາຍ ເພື່ອໃຫ້ເດັກນ້ອຍປະຕິບັດສິດຂອງຕົນໃຫ້ດີທີ່ສຸດ ແລະ ການກຳນົດເກນອາຍຸຂອງເດັກແມ່ນຄືແນວໃດ ກໍ່ຄືສິ່ງທີ່ຍັງຄ້າງຄາໃນເອກະສານດ້ານກົດໝາຍທີ່ຄວນໄດ້ຮັບການເອົາໃຈໃສ່. ພວກຂ້າພະເຈົ້າເຫັນວ່າຍັງມີຫຼາຍບັນຫາໃນກົດໝາຍຈຳເປັນຕ້ອງໄດ້ຮັບການປັບປຸງ, ຕ້ອງມີການສະຫຼຸບຕົວຈິງ, ຕີລາຄາຄືນ ເພື່ອມີຂໍ້ສັງເກດຢ່າງມີປະສິດທິຜົນທີ່ສຸດ, ແນໃສ່ເປັບປຸງກົດໝາຍໃຫ້ນັບມື້ນັບສົມບຸນ”.