ກອງປະຊຸມແລກປ່ຽນປຶກສາຫາລືກ່ຽວກັບບັນຫາຮ່ວມສຳພັນລະຫວ່າງເຂດ

 ກອງປະຊຸມແລກປ່ຽນປຶກສາຫາລືກ່ຽວກັບບັນຫາຮ່ວມສຳພັນລະຫວ່າງເຂດ   - ảnh 1
ກອງປະຊຸມແລກປ່ຽນປຶກສາຫາລືກ່ຽວກັບ
ບັນຫາຮ່ວມສຳພັນລະຫວ່າງເຂດ

(Vovworld)- ວັນທີ 14/9, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ແລກປ່ຽນສຳ​ຫຼວດກວດຄືນ​ການ​ປະຕິບັດ​ຂໍ້​ກຳນົດ 96 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັັກ ກ່ຽວ​ກັບ​ພາລະ​ໜ້າ​ທີ່,​ສິດ​ອຳນາດ, ການຈັດ​ຕັ້ງ​ກົງຈັກ, ການ​ພົວພັນ​ວຽກ​ງານ​ຂອງ​ບັນດາ​ຄະນະ​ຊີ້​ນຳ ​ແລະ ​ແລກປ່ຽນ​ປຶກສາ​ຫາລື​ກ່ຽວ​ກັບບັນຫາຮ່ວມ​ສຳພັນ​ລະຫວ່າງ​ເຂດ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ສຫາລື​ບັນຫາ ຮ່ວມ​ສຳພັນ​ລະຫວ່າງ​ເຂດ ລະຫວ່າງ 3 ​ເຂດ​ຄື ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ​​ເຂດ​ທາງ​ທິດຕາ​ເວັນ​ຕົກພາກ​ໃຕ້ ​ແລະ ​ເຂດ​ໄຕ​ງວຽນ ​ແລະ ການຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ. ບັນດາ​ຜູ້​ແທນ​ໄດ້​ເນັ້ນ​ໜັກ​ວ່າ ​ເພື່ອ​ໃຫ້ການ​ຮ່ວມ​ສຳພັນ​ບັນລຸ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງນັ້ນ, ບັນດາ​ຄະນະ​ຊີ້​ນຳ​ເຂດຕ້ອງ​ສວມ​ບົດບາດ​ສຳຄັນ​ໃນ​ການ​ໃຫ້​ຄຳ​ປຶກສາ​ແກ່​ທ້ອງ​ຖິ່ນ ​ເພື່ອ​ເຫັນ​ໄດ້​ເຖິງ​ຜົນ​ປະ​ໂຫຍ​ດ ຮ່ວມທີ່​ນຳ​ມາສູ່​ເຂດ, ການ​ຊຸກຍູ້​ການພັດທະນາ​ເສດຖະກິດ-ສົງ​ຄົມ​ຕາມ​ທິດ​ແບບ​ຍືນ​ຍົງ ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ຍູ້​ໄວ​ການ​ຫັນ​ເຂດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ສະ​ເໜີ​ວ່າ :

“ ບັນດາ​ຄະນະ, ຂະ​ແໜງ​ການ​ຂັ້ນ​ຕ່າງໆ ຈົ່ງ​ສື​ບຕໍ່ຄົ້ນ​ຄ້ວາ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ກົນ​ໄກ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ ​ແລະ ຮ່ວມ​ສຳພັນ​ລະຫວ່າງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສຸມ; ສືບ​ຕໍ່​ປະຕິບັດ​ບັນດາ​ແຜ​ນ ຮ່າງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ໃຫ້​ແກ່​ເຂດ ​ໂດຍສະ​ເພາະ​ແມ່ນ​ການ​ຜະລິດ​ກະ​ສີ​ກຳ​ປ່າ​ໄມ້​ຕິດ​ພັນ​ກັບ​ອຸດສາຫະກຳ​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຜ່ອນ​ເບົາ​ໄພ​ທຳ​ມະ​ຊາດ. ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ມີ​ການ​ສົມທົບ ​ແກ້​ໄຂ​ບັນດາ​ປະຊາຊົນ​ອົບ​ພະຍົບຢ່າງ​ເສລີ​ຢູ່​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ​ເຂດ​ໄຕ​ງວຽນ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ- ການ​ເມືອງ- ສົງ​ຄົມ​ຢູ່ 3 ​ເຂດ ”

ຂ່າວ/ບົດ​ອື່ນ