(vovworld) – ເວລາ 9 ໂມງ ວັນທີ 5/6, ທ່ານລັດຖະມົນຕີກະຊວງກໍ່ສ້າງ Trinh Dinh Dung ໄດ້ໂອ້ລົມສົນທະນາໂດຍກົງຜ່ານທາງເຄືອຂ່າຍ ອີນເຕີເນັດກັບ ປະຊາຊົນ ຢູ່ປະຕູຖານຂໍ້ມູນເອເລັກໂຕນິກຂອງລັດຖະບານ. ການໂອ້ລົມສົນທະນາ ຈະຕອບສະໜອງຄວາມສົນໃຈຂອງປະຊາຊົນທີ່ມີຕໍ່ບັນດາບັນຫາໃນຂົງເຂດຕ່າງໆ ທີ່ຂຶ້ນກັບໜ້າທີ່ຄຸ້ມຄອງລັດຂອງກະຊວງຄື: ກໍ່ສ້າງ, ສະຖາປັດຕະຍາກຳ, ວາງແຜນຜັງກໍ່ສ້າງ, ໂຄງລ່າງເຕັກນິກເຂດຕົວເມືອງ, ເຂດອຸສາຫະກຳ, ເຂດເສດຖະກິດ, ເຂດເຕັກໂນໂລຢີສູງ, ພັດທະນາເຂດຕົວເມືອງ, ເຮືອນຢູ່ ແລະ ສຳນັກງານ, ດຳເນີນທຸລະກິດອະສັງຫະລິດມະຊັບ, ວັດສະດຸກໍ່ສ້າງ. ນີ້ແມ່ນການເຄື່ອນໄຫວ ເພື່ອແນໃສ່ປະຕິບັດການຊີ້ນຳຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່ຽວກັບເລື່ອງການນຳບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ ເພີ່ມທະວີການພົວພັນແລກປ່ຽນ, ໂອ້ລົມສົນທະນາທາງເຄືອຂ່າຍ ອີນເຕີເນັດ ກັບປະຊາຊົນ, ປະກອບສ່ວນກຳນົດທິດໃຫ້ຫາງສຽງ, ສ້າງຄວາມເຫັນດີເຫັນພ້ອມ ໃນການປະຕິບັດ ບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ.
ກ່ຽວຂ້ອງເຖິງສະພາບການຮົ່ວໄຫຼ, ຟຸມເຟຶອຍໃນການລົງທຶນກໍ່ສ້າງ, ຕາມຫາງສຽງແລ້ວ, ມີຫຼາຍປີໄດ້ຂຶ້ນເຖິງ 10 – 20%, ຊ້ຳບໍ່ໜຳຍັງຫຼາຍກ່ວາອີກ, ທ່ານລັດຖະມົນຕີ Trinh Dinh Dung ໃຫ້ຮູ້ວ່າ: ປະຈຸບັນ, ທົ່ວປະເທດມີກິດຈະກຳກໍ່ສ້າງ ກ່ວາ 50.000 ແຫ່ງ ແລະ ປະຈຸບັນຍັງບໍ່ທັນມີການຕີລາຄາສັງລວມ. ແຕ່ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີກໍ ຮັບຮູ້ຄວາມຈິງນີ້ ແລະ ຖືວ່າ ກ່ອນອືນໝົດຕ້ອງສ້າງສຳເລັດລະບົບກົດໝາຍທີ່ກ່ຽວຂ້ອງ, ເພີ່ມທະວີຄວາມຮັບຜິດຊອບຂອງບັນດາອົງການຄຸມຄອງລັດ, ພິເສດແມ່ນ ບັນດາກິດຈະກຳທີ່ນຳໃຊ້ແຫຼ່ງທຶນຈາກງົບປະມານແຫ່ງລັດ. ທ່ານກ່າວວ່າ:
“ປະຈຸບັນ, ບັນຫາຮົ່ວໄຫຼໃນການລົງທຶນກໍ່ສ້າງແມ່ນບັນຫາທີ່ເຄັ່ງຮ້ອນທີ່ສຸດ ແລະ ພວກເຮົາຄວນມີມາດຕະການເພື່ອແກ້ໄຂ. ກະຊວງກໍ່ສ້າງພວມຮຽບຮຽງ ຂໍ້ຕົກລົງອອກໜັງສືອະນຸຍາດ ແລະ ຂໍ້ຕົກລົງກ່ຽວກັບການຄຸ້ມຄອງຄຸນນະພາບກິດຈະກຳກໍ່ສ້າງ. ໃນນັ້ນຮຽກຮ້ອງໃຫ້ບັນດາອົງການຄຸ້ມຄອງລັດສະເພາະກິດ ຕ້ອງເຂົ້າຮ່ວມການ ກວດກາຢັ້ງຢືນກ່ຽວກັບການອອກແບບ ແລະ ຄ່າໃຊ້ຈ່າຍ, ຊ້ຳບໍ່ໜຳຕ້ອງກວດກາທຸກໆໂຄງການ, ແທນທີ່ປະຈຸບັນກົດໝາຍຂອງພວກເຮົາພັດມອບສິດໃຫ້ແກ່ເຈົ້າຂອງລົງທຶນ. ທີ່ 2 ແມ່ນເພີ່ມທະວີການຄຸມຄອງລັດ ກ່ຽວກັບການລົງທຶນກໍ່ສ້າງ, ເພີ່ມທະວີການກວດກາກ່ອນ ແລະ ຫຼັງ, ເພີ່ມທະວີຄວາມຮັບຜິດຊອບຂອງອົງການຄຸ້ມຄອງລັດແຕ່ຂັ້ນສູນກາງຕະຫຼອດຮອດຂັ້ນທ້ອງຖີ່ນ ”
ເຮືອນຢູ່ໃຫ້ແກ່ຜູ້ມີລາຍຮັບຕ່ຳ
ຫຼາຍບັນຫາອື່ນທີ່ປະຊາຊົນມີຄວາມສົນໃຈຄື: ໝາກຜົນການກວດກາກ່ຽວກັບລາຄາ ແລະ ຄຸນນະພາບກິດຈະກຳເຮືອນຢູ່ສຳລັບຜູ້ມີລາຍຮັບຕ່ຳ, ການເຄື່ອນເໜງລາຄາວັດສະດຸກໍ່ສ້າງປະຈຸບັນ... ທ່ານລັດຖະມົນຕີ Trinh Dinh Dung ໄດ້ຮັບເອົາຄຳຄິດຄຳເຫັນຂອງປະຊາຊົນ, ຢືນຢັນຈະຄຸ້ມຄອງ ແລະ ກວດກາຢ່າງແໜ້ນແຟ້ນ, ຢືດໝັ້ນການແກ້ໄຂບັນດາການລະເມີດ ເພື່ອແນໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍໃນຂົງເຂດກໍ່ສ້າງຄືນໃໝ່.