ບັນດາຜູ້ສະໝັກເລືອກຕັ້ງ ໃນການເລືອກຕັ້ງ ປະທານາທິບໍດີ ຝຣັ່ງ
(ພາບ: The Journal)
|
(vovworld) – ການຊ່ວງເສັງໃນການເລືອກຕັ້ງປະທານາທິບໍດີ ຝຣັ່ງ ນັບມື້ນັບເຄັ່ງຮ້ອນ ໃນສະພາບການບັນດາຜູ້ສະໝັກເລືອກຕັ້ງແຖວໜ້າພວມຕັ້ງໜ້າຍູ້ແຮງບັ້ນຮົບຂົນຂວາຍຫາສຽງເລືອກຕັ້ງຢູ່ພາກໃຕ້ຂອງປະເທດນີ້. ການຢັ່ງຫາງສຽງທີ່ໄດ້ປະກາດໃນວັນທີ 1/4 ໄດ້ສະແດງໃຫ້ເຫັນວ່າ: ຮອບທີ 1 ຂອງການເລືອກຕັ້ງຄາດວ່າຈະຈັດຕັ້ງໃນວັນທີ 23/4 ຈະມາເຖິງ, ອັດຕາຜູ້ມີສິດເລືອກຕັ້ງມີເຈດຈຳນົງປ່ອນບັດສະໜັບສະໜູນຜູ້ສະໝັກເລືອກຕັ້ງຄົນກາງ Emmanuel Macron ແລະ ທ່ານນາງ Marine Le Pen, ປະທານພັກຝ່າຍຂວາແນວໂຮມປະເທດຊາດ (FN), ໄດ້ຫລຸດລົງ 1% ຕາມລຳດັບ 25% ແລະ 24%. ກົງກັນຂ້າມ, ອັດຕາຜູ້ສະໜັບສະໜູນອະດີດນາຍົກລັດຖະມົນຕີ Francois Fillon, ຕາງໜ້າໃຫ້ຝ່າຍຂວາ ແລະ ພັກບັນດາສະມາຊິກຂອງສາທາລະນະ (LR) ໄດ້ເພີ່ມ 2% ຂຶ້ນເປັນ 19%. ໃນຂະນະນັ້ນ, ຕົວເລກນີ້ຂອງການນຳຂະບວນການຝ່າຍຊ້າຍ “ປະເທດ ຝຣັ່ງ ບໍ່ຍອມຈຳນົນ” Jean – Luc Melenchon ແມ່ນ 15%.