ການນຳນະຄອນໂຮ່ຈິມິນໃຫ້ການຕ້ອນຮັບຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດສປປ.ເກົາຫຼີ

ການນຳນະຄອນໂຮ່ຈິມິນໃຫ້ການຕ້ອນຮັບຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດສປປ.ເກົາຫຼີ - ảnh 1
​ຮອ​ງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ເຮື໋ອງອກທ້ວນ,
​ຫົວ​ໜ້າ​ອົງ​ການໄ​ອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ສປ​ປ.ເກົາ​ຫຼີ​ Jang Byong Gyu
(ພາບ: hochiminhcity)

(vovworld) - ​​​ວັນ​ທີ 03/12, ທ່ານ​ຮອ​ງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ເຮື໋ອງອກທ້ວນ, ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ອົງ​ການໄ​ອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ສປ​ປ.ເກົາ​ຫຼີ, ໂດຍ​ທ່ານ ​ Jang Byong Gyu ​ຫົວ​ໜ້າ​ອົງ​ການ​ດັ່ງ​ກ່າວນຳ​ໜ້າ​, ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ຕີ​ລາ​ຄາ​ສູງ​ການ​ມາ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ຜ​ູ​້​ແທນ, ທ່ານ ເຮື໋ອງອກທ້ວນ ຖື​ວ່າ, ຫວຽດ​ນາມ ແລະ ສ​ປ​ປ.ເກົ​າ​ຫຼີ ໄດ​້​ມີ​ການ​ພົວ​ພັນ​ອັນ​ດີ​ງາ​ມ​ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ຫວັງ​ວ່າ ຈະ​ສືບ​ຕໍ່​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ ເຮື໋ອງອກທ້ວນ ຖື​ວ່າ, ເລື່ອງ​ລົງ​ນາ​ມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຫວຽດ​ນາມ ແລະ ​ອົງ​ການໄ​ອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດສ​ປ​ປ.ເກົາ​ຫຼີ ໃນ​ວັນ​ທີ 02/12 ຈະ​ຊ່ວຍ​ໃຫ້ 2 ຝ່າຍ​ຮ່ວມ​ມື, ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ເປັນ​ຢ່າງ​ດີກວ່າ, ສ້າງ​ປະ​ຖ​ົມ​ປັດ​ໃຈ​ທີ່​ຍິ່ງ​ໃຫຍ່ກວ່າ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວ​ງ​ເລິກ ແລະ ສະ​ໜິດ​ແໜ້ນກວ່າ.

      ສ່ວນ​ທ່ານ Jang Byong Gyu ຢື​ນ​ຢັນ​ວ່າ, ສ​ປ​ປ.ເກົາ​ຫຼີ ຈະ​ມາ​ນະ​ພະ​ຍາ​ຍາມ ແລະ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ເພີ່​ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ