ການນຳພັກ,ລັດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີລາວ

ການນຳພັກ,ລັດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີລາວ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ
(ພາບ: nguyenphutrong.net)

(vovworld) – ຕອນ​ບ່າຍ​ວັນ​ທີ 17/7, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່າ​ນ​ ທອງ​ສິງ ທຳ​ມະ​ວົງ, ກຳ​ມະ​ການ​ກົມ​ການ​ເມືອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ອວຍ​ພອນ​ບັນ​ດາ​ຜົນ​ງານ​ສຳ​ຄັນ​ໃນ​ຂົງ​ເຂດ​ຕ່າງໆ​ ຊື່ງ ສ​ປ​ປ ລາວ ບັນ​ລຸ​ໄດ້ໃນ​ໄລ​ຍະ​ຜ່ານ​ມາ, ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​​ວ່າ: ພາຍ​ໃຕ້​ການ​ນ​ຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປ​ະ​ຕິ​ວັດ ລາວ, ການ​ຄຸ້ມ​ຄອງ, ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ລາວ, ປະ​ຊາ​ຊົນ​ລາວ ອ້າຍ​ນ້ອງຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ນັ້ນ, ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ​ ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໄລ​ຍະ 5 ປີ​ຄັ້ງ​ທີ 7 ຢ່າງ​ມີ​ໄຊ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກບັນ​ລຸ​ຜົນ​ສຳ​ເລັດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ​ຖ​ື​ເປັນ​ສຳ​ຄັນ ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​​ເພື່ອພ້ອມ​ກັບ ລາວ ສືບ​ຕໍ່​ນຳ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເພື່ອ​ການ​ພັດ​ທະ​ນາ​ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື​ ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

        ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ໄດ້​​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ​ລາວ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສ​ືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ສະ​ພາ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​​ຮ່ວມ​ມືລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ ທຳ​ມະ​ວົງ ໃຫ້​ຮູ້​ວ່າ: ສະ​ພາ​ແຫ່ງ​ຊາດ ລາວ ພວ​ມ​ໃນ​ວິ​ວັດ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ປີ 2015, ຫວັງ​ວ່າ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ດ້ວຍ​ບົດ​ຮຽນ​ຂອງ​ຕົນ​ຈະ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ໃນ​ຂົງ​ເຂດນີ້​ກໍ​ຄື​ສະ​ໜັບ​ສະ​ໜູນ​ລາວ ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ​ໃນ​ປີນີ້​ສຳ​ເລັດ​ຜົນ.

        ​ໃນ​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ​ທຳ​ມະ​ວົງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ວັນ​ນີງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ ໄດ້​ລາຍ​ງານ​ໃຫ້ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ​ຮັບ​ຊາບກ່ຽວ​ກັບ​ບັນ​ຫາ​ຫລຸດ​ຜ່ອນ​ຄວາມ​ທຸກຍ​າກ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ.

               


ຂ່າວ/ບົດ​ອື່ນ