ການນຳພັກ, ລັດ ຕ້ອນຮັບບັນດາຄະນະທູຕານຸທູດ ມາຢ້ຽມຢາມ ຫວຍດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ
(VOVWORLD) - ເມື່ອແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດໃຫ້ມີການພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງກວ່າ, ທ່ານນາຍົກລັດຖະມົນຕີ ສະເໜີ Tanzania ຈະເປີດສະຖານທູດປະຈຳ ຫວຽດນາມ ໂດຍໄວ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Mahmoud Thabit Kombo ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອາບຟຼິກກາຕາເວັນອອກ, Tanzania (ພາບ: VOV) |
ວັນທີ 30 ເມສາ, ຢູ່ທຳນຽບ ໂດກເລິບ (ນະຄອນ ໂຮ່ຈີມິນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Mahmoud Thabit Kombo ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອາບຟຼິກກາຕາເວັນອອກ, Tanzania ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໃນລະຫວ່າງວັນທີ 27 – 30 ເມສາ.
ເມື່ອແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດໃຫ້ມີການພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງກວ່າ, ທ່ານນາຍົກລັດຖະມົນຕີ ສະເໜີ Tanzania ຈະເປີດສະຖານທູດປະຈຳ ຫວຽດນາມ ໂດຍໄວ. ສ່ວນທ່ານ Mahmoud Thabit Kombo ໄດ້ສະແດງຄວາມປະທັບໃຈຕໍ່ສານຢ່າງແຮງຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ພິທີສະເຫຼີມສະຫຼອງກ່ຽວກັບການພັດທະນາຂອງ ຫວຽດນາມ ໃນອະນາຄົດ ແລະ ບັນດາຄຳໝັ້ນສັນຍາຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບປະຊາຄົມສາກົນ.
ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ Nicaragua, Vandrack Jaenschke.