ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາລາວ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຢ່າງແໜ້ນແຟ້ນໃນການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງສະບັບຕ່າງໆລະຫວ່າງສອງປະເທດໃນຂົງເຂດທີ່ຕົນຮັບຜິດຊອບ.
ບັນຍາກາດການຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ.ລາວ |
ຕອນບ່າຍວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ເມື່ອກ່າວຄຳເຫັນໃນການຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ.ລາວ ແລະ ຄະນະປະຕິບັດງານພວມຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຢ່າງແໜ້ນແຟ້ນໃນການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງສະບັບຕ່າງໆລະຫວ່າງສອງປະເທດໃນຂົງເຂດທີ່ຕົນຮັບຜິດຊອບ. ໃນນັ້ນ, ສອງຝ່າຍສົ່ງເສີມກນສ້າງຕັ້ງໂຮງຮຽນມະຫາວິທະຍາໄລ ລາວ - ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໂດຍໄວ; ສົມທົບກັນນຳນັກສຶກສາ ລາວ ຢູ່ເຂດຊາຍແດນສອງປະເທດ ໄປຮຽນຢູ່ໂຮງຮຽນເຄິ່ງກິນນອນຊົນເຜົ່າຂອງ ຫວຽດນາມ; ເພີ່ມທະວີການສອນ ແລະ ຮຽນພາສາລາວ, ພາສາ ຫວຽດ ຢູ່ສອງປະເທດ, ນຳ ພາສາ ຫວຽດ ກາຍເປັນພາສາເລືອກຕາມໃຈຢູ່ໂຮງຮຽນແຫ່ງຕ່າງໆຂອງ ລາວ. ພ້ອມດຽວກັນນັ້ນ, ສອງຝ່າຍສືບຕໍ່ສ້າງບັນດາໂຄງການແລກປ່ຽນທາງດ້ານວິຊາການ; ການສຶກສາມູນເຊື້ອ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນອັນດີງາມລະຫວ່າງສອງປະເທດ.
ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ ໃຫ້ຮູ້ວ່າ ລາວ ໄດ້ກຳນົດຍຸດທະສາດພັດທະນາປະເທດຊາດຮອດປີ 2035; ສະເໜີ ຫວຽດນາມ ໃຫ້ການໜູນຊ່ວຍ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ລາວ ເພື່ອປະຕິບັດເປົ້າໝາຍນີ້ໃນບັນດາຂົງເຂດ, ໂດຍສະເພາະແມ່ນວິທະຍາສາດ, ເຕັກໂນໂລຢີ, ກິລາກາຍຍະກຳ.