ການນຳລັດຫວຽດນາມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ

ການນຳລັດຫວຽດນາມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄຕ້​ທູບ​ທຽນ​ອາ​ໄລ​ຫາ2 ພະ​ນາງ​ຈຶງ

(vovworld)- ວັນ​ທີ 24/2, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ, ທ່ານ​ນາງ​ຮອງປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ທິຢ​ວານ ໄດ້​ເຂົ້າ​ຮ່ວມພິ​ທີ​ສະ​ເຫຼີມ​ສະຫຼອງ 1975 ປີ​ແຫ່ງວັນ​ລຸກ​ຮື້​ຂຶ້ນ​ຂອງ 2 ພະ​ນາງ​ຈຶງ ແລະ ໄຂ​ງານ​ບຸນ​ວິ​ຫານ 2 ພະ​ນາງ​ຈຶງ​ປີ 2015 ຢູ່​ວິ​ຫານ2 ພະ​ນາງ​ຈຶງ ຊຶ່ງ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ ທີ່​ເມືອງ​ເມ​ລີງ ນະ​ຄອນ​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່ຢ​ູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ເນັ້ນ​ໜັກ​ວ່າ : 

   “ ກ່ອນນີ້ 1975 ປີ, 2 ພະ​ນາງ​ຈຶງ​ໄດ້​ທຳ​ການ​ລຸກ​ຮື້​ຂຶ້ນ ຕີ​ຂັບ​ໄລ​ສັດ​ຕູ​ຈາ​ກ​ທາງ​ທິດ​ເໜືອ​ເຂົ້າ​ມາ​ຮຸກ​ຮານ, ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ. ໃນ​ທຸກວັນ​ນີ້, ໂດຍ​ສືບ​ທອດ​ມູນ​ເຊື້ອ​ຮັກ​ຊາດ ແລະ ເຈດ​ຈຳ​ນົງ​ຕ້ານ​ສັດ​ຕູທີ່​ອົງ​ອາດ​ກ້າ​ແກ່ນ, ບັນ​ດາ​ບຸກ​ຄົນ​ຂອງ​ຍຸກ​ປະ​ຈຸ​ບັນ, ຕັດ​ສິນ​ໃຈ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງປະ​ເທດ​ຊາດ ”

ຂ່າວ/ບົດ​ອື່ນ