ການນຳ Fidel Castro ກ່າວປະນາມກົນອຸບາຍ ກໍ່ຜົນຮ້າຍຕໍ່ພາບພົດ ປະເທດກູບາ ວັນຈັນ ທີ 29 ກໍລະກົດ ຄ.ສ. 2013 | 14:37:07 ກຳປັ່ນຂົນສົ່ງອາວຸດ (ພາບ: baotintuc.vn) (vovworld)- ຫວ່າງແລ້ວນີ້, ການນຳກູບາ Fidel Castro ໄດ້ຖືວ່າ: ປະຈຸບັນພວມມີກົນອຸບາຍກໍ່ຜົນຮ້າຍຕໍ່ຊື່ສຽງການປະຕິວັດກູບາ ໃນເຫດການປານາມາ ຈັບກຳປັ່ນຂອງ ສປປ ເກົາຫຼີ ທີ່ຂົນສົ່ງອາວຸດຂອງກູບາ ກ່ອນນີ້ 2 ອາທິດ. ໃນຈົດໝາຍຝາກເຖິງການນຳປະເທດຕ່າງໆ ໄປກູບາ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນລຸກຮຶ້ຂຶ້ນຂອງກຳລັງປະກອບອາວຸດ, ການນຳ Fidel Castro ເນັ້ນໜັກວ່າ: ໃນຊຸມມື້ຜ່ານມາ ໄດ້ປະກົດມີກົນອຸບາຍທຳລາຍຊື່ສຽງການປະຕິວັດກູບາ ແລະ ກ່າວຫາຕໍ່ ສປຊ ວ່າ “ກູບາ ມີການເຄື່ອນໄຫວໃຫ້ທັງສອງຝ່າຍ“. ການນຳ Fidel Castro ຢືນຢັນວ່າ: ເຖິງວ່າຈະແມ່ນປະເທດໃຫ່ຍ ຫຼືນ້ອຍກໍ່ລ້ວນແຕ່ບໍ່ໄດ້ນຳໃຊ້ອາວຸດລ້າງຜານ. ຕາມທ່ານແລ້ວ, ເຖິງວ່າໃນຫຼາຍປີຜ່ານມາ, ກູບາ ໄດ້ປະຕິເສດລົງນາມໃນຂໍ້ຕົກລົງເກືອດຫ້າມອາວຸດນິວເຄຼຍກໍ່ຕາມ ແຕ່ສິ່ງດັ່ງກ່າວບໍ່ໝາຍຄວາມວ່າ Havana ໄດ້ຊອກຫາວິທີຜະລິດອາວຸດປະເພດນີ້. Tag ກູບາ ຂ່າວ/ບົດອື່ນ ຫວຽດນາມ ສະເຫນີ ອາເມລິກາ ຕີລາຄາຢ່າງພາວະວິໄສກ່ຽວກັບສະພາບການສາສະຫນາ,ການເຊື່ອຖືສາສະຫນາ ຂອງຫວຽດນາມ ຫວຽດນາມ ແລະລາວ ແບ່ງປັນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ ສື່ມວນຊົນ ສ.ເກົາຫຼີ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ