ການປ່ອຍເງິນລົງທຶນຕ່າງ ປະເທດໃນ 2 ເດືອນ ຕົ້ນປີເພີ່ມຂຶ້ນເກືອບ 7%
(ພາບປະກອບ: . TTXVN)
(vovworld)- ຕາມການລາຍງານຈາກກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນຫວຽດນາມ), ໄລ່ລວມໃນ 2 ເດືອນຕົ້ນປີ 2014, ແຫຼ່ງເງິນລົງທຶນຕ່າງປະເທດໄດ້ຮັບການປ່ອນເງິນຄາດວ່າປະມານ 1,12 ຕື້ໂດລາສະຫະລັດ, ເພີ່ມ 6,7% ເມື່ອທຽບກັບໄລຍະດຽວກັນຂອງປີ 2013.
ກົມລົງທຶນຕ່າງປະເທດໃຫ້ຮູ້ວ່າ, ໄລ່ຮອດວັນທີ 20/2/2014, ທົ່ວປະເທດມີ 122 ໂຄງການໃໝ່ໄດ້ຮັບໜັງສືຢັ້ງຢືນການລົງທຶນດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 831 ລ້ານໂດລາສະຫະລັດ, ເທົ່າກັບ 81% ຂອງໄລຍະດຽວກັນຂອງປີກາຍ.
ປະຈຸບັນ, ຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດແມ່ນຂົງເຂດດຶງດູດຄວາມສົນໃຈຈາກນັກລົງທຶນຕ່າງປະເທດຫຼາຍຄົນ. ຄຽງຄູ່ກັນນັ້ນ, ຂົງເຂດດຳເນີນທຸລະກິດອະສັງຫາລິມະຊັບຢືນອັນດັບທີ 2 ດ້ວຍຍອດຈຳນວນທຶນຈົດທະບຽນໃໝ່ ແລະ ເພີ່ມຂຶ້ນແມ່ນເກືອບ 300 ລ້ານໂດລາສະຫະລັດ.
ກ່ຽວກັບຄູ່ຮ່ວມມືລົງທຶນ, ສ.ເກົາຫຼີ ພວມນຳໜ້າດ້ວຍຍອດຈຳນວນທຶນຈົດທະບຽນໃໝ່ ແລະ ເພີ່ມຂຶ້ນ, ຖັດມາແມ່ນສິງກະໂປ ແລະ ຍີ່ປຸ່ນ./.